Homeຂ່າວຕ່າງປະເທດຜູ້ນໍາໂລກປະນາມ ຄລິບໄອເອສ ຕັດຫົວຕົວປະກັນຊາວ ຍີ່ປຸ່ນ

ຜູ້ນໍາໂລກປະນາມ ຄລິບໄອເອສ ຕັດຫົວຕົວປະກັນຊາວ ຍີ່ປຸ່ນ

Published on

news03-1

ລັດຖະບານ ຍີ່ປຸ່ນ ຍອມຮັບວ່າເປັນໄປໄດ້ສູງທີ່ຄລິບກຸ່ມໄອເອສຕັດຫົວໂຕປະກັນ ຊາວຍີ່ປຸ່ນຈະເປັນຂອງແທ້ ດ້ານຜູ້ນໍາທົ່ວໂລກຕ່າງກໍ່ລູມປະນາມ ພ້ອມຢູ່ຄຽງຂ້າງຍີ່ປຸ່ນ.

ທ່ານ ໂຍຊິຮິເດະ ສຸງະ ຫົວໜ້າເລຂາທິການຄະນະລັດຖະມົນຕີຍີ່ປຸ່ນກ່າວວ່າ ຫຼັງຈາກການກວດສອບເພີ່ມຕື່ມ ທາງການເຊື່ອວ່າມີຄວາມເປັນໄປໄດ້ສູງທີ່ຄລິບວີດີໂອຊຶ່ງເປັນພາບສະມາຊິກກຸ່ມໄອເອສ ຂ້າຕັດຫົວໂຕປະກັນຊາວຍີ່ປຸ່ນຈະເປັນຂອງແທ້ ແລະ ຄາດວ່າຜູ້ຊາຍໃນຄລິບວີດີໂອຄື ທ້າວເຄນຈິ ໂກໂຕະ ຜູ້ສື່ຂ່າວໄວອາຍຸ 47 ປີ, ຫຼັງຈາກຜູ້ສື່ຂ່າວຖາມວ່າຄລິບວີດີໂອດັ່ງກ່າວເປັນຂອງແທ້ຫຼືບໍ່ ແລະ ຜູ້ຊາຍໃນຄລິບວີດີໂອນັ້ນຄື ທ້າວໂກໂຕະ ຫຼື ບໍ?

ສະມາຊິກກຸ່ມໄອເອສ ເປີດເຜີຍຄລິບ ວີດີໂອ ຊຶ່ງເປັນພາບ ທ້າວເຄນຈິໂກໂຕະ ໜຶ່ງໃນໂຕປະກັນຊາວຍີ່ປຸ່ນທີ່ຖືກກຸ່ມໄດເອສຄູມໂຕເອົາໄວ້ ຫຼັງຈາກທີ່ເມື່ອອາທິດທີ່ຜ່ານມາກຸ່ມໄອເອສ ປະກາດວ່າຢູ່ເບື່ອງຫຼັງຂອງການຂ້າຕັດຫົວຂອງ ທ້າວຮາຣູນະ ຢູກາວະ ຜູ້ຮັບເໝົາຊາວຢີ່ປຸ່ນໃນຄລິບວີດີໂອອີກອັນໜຶ່ງ.

ໂຕປະກັນຊາວຍີ່ປຸ່ນທັງ 2 ຄົນເປັນເພື່ອນກັນ ແລະ ເຄີຍເດີນທາງໄປຍັງຕາເວັນອອກກາງນໍາກັນມາແລ້ວ ຢ່າງໜ້ອຍໜຶ່ງຄັ້ງ ທ້າວໂກໂຕະ ເດີນທາງໄປຊີເຣຍ ເພື່ອຊ່ວຍຊອກຫາທ້າວຢູກາວະ ແລະ ຖືກຈັບເປັນໂຕປະກັນເມື່ອປາຍປີທີ່ຜ່ານມາ.

ຂະນະທີ່ປະທານາທິບໍດີ ບາຣັກ ໂອບາມາ ຂອງສະຫະລັດ ອາເມລິກາ ປະນາມກຸ່ມຫົວຮຸນແຮງລັດອິສລາມທີ່ຂ້າຕັດຄໍທ້າວເຄນຈິ ໂກໂຕະ ຜູ້ສື່ຂ່າວຊາວຍີ່ປຸ່ນ ວ່າເປັນການຂ້າຕະກໍາທີ່ຊົ່ວຮ້າຍ ລະບຸວ່າສະຫະລັດພ້ອມທີ່ຈະຢູ່ຄຽງຂ້າງລັດຖະບານຢີ່ປຸ່ນ ແລະ ພົນລະເຮືອນ ລວມທັງຍົກຍ້ອງຍີ່ປຸ່ນ ທີ່ຮ່ວມສົ່ງເສີມສັນຕິພາບໃນຕາເວັນອອກກາງ.

ເຊັນດຽວກັນກັບ ປະທານາທິບໍດີ ຟຣັງຊົວສ໌ ໂອລລອງດ໌ ຂອງຝຣັງ ກ່າວປະນາມກຸ່ມໄອເອສຢ່າງຮຸນແຮງເຊັນດຽວກັນ ແລະ ພ້ອມທີ່ຈະຢູ່ຄຽງຂ້າງຍີ່ປຸ່ນຕະຫຼອດໄປ ເຊັ່ນດຽວກັບນາຍົກລັດຖະມົນຕີ ເດວິດ ຄາເມຣອນຂອງອັງກິດ ທີ່ຮ່ວມປະນາມກຸ່ມໄອເອສ ແລະ ວ່າເຫດການນີ້ ຍິ່ງເປັນການຕອກຢໍ້າ ວ່າກຸ່ມໄອເອສ ຄືຜີສາດຮ້າຍທີ່ບໍ່ເຄີຍເຄົາລົບໃນຊີວິດມະນຸດ.

>>ຂອບໃຈແຫຼ່ງຂໍ້ມູນ http://news.sanook.com/1741105/

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...