HomeBaby-ແມ່ແລະເດັກການດູແລສຸຂະພາບຊ່ອງປາກເດັກນ້ອຍ

ການດູແລສຸຂະພາບຊ່ອງປາກເດັກນ້ອຍ

Published on

01_423

 

ນົມແມ່ເປັນອາຫານທຳມະຊາດທີ່ວິເສດທີ່ສຸດສຳລັບເດັກນ້ອຍ ເພາະມີຄຸນຄ່າທາງອາຫານ ຍ່ອຍງ່າຍ ມີພູມຄຸ້ມກັນໂລກ ສະອາດແລະສະດວກ ແມ່ຈຶ່ງຄວນລ້ຽງລູກດ້ວຍນົມແມ່ຢ່າງນ້ອຍໆ 3-4 ເດືອນ ເຮັດໃຫ້ເກິດຝ້າຂາວໃນປາກນ້ອຍກວ່າການລ້ຽງລູກດ້ວນນົມຂວດ ແຕ່ຫາກຈຳເປັນຕ້ອງລ້ຽງດ້ວຍນົມຂວດ ຄວນປະຕິບັດດັ່ງນີ້:
1. ໃຫ້ເດັກນ້ອຍດູດນ້ຳຕາມຫຼັງດູດນົມຂວດ ເພື່ອສະລ້າງຄາບນົມທີ່ຕົກຄ້າງໃນປາກການເກິດຝ່າຂາວຈະລົດລົງ
2. ບໍ່ປ່ອຍໃຫ້ເດັກນ້ອຍຫຼັບຄາຂວດນົມ ເພາະຈະເຮັດໃຫ້ເກິດບັນຫາແຂ້ວແມງລຸກລາມໄວ ເມື່ອເດັກນ້ອຍກິນນົມຈົນອີ່ມແລ້ວ ກ່ອມໃຫ້ເດັກນອນແທນການດູດນົມຈາກຂວດ
3. ການປ້ອງກັນການກີນທີ່ຜິດປົກກະຕິ ຄວນອຸ້ມເດັກໃຫ້ຕັ້ງຂື້ນໃນເວລາທີ່ກິນນົມຂວດທຸກເທື່ອ ຄ້າຍກັບຜູ້ໃຫຍ່ນັ່ງກິນອາຫານ ແຕ່ເອນກວ່າຈັກນ້ອຍ ໃຫ້ແມ່ຊ່ວຍຖືເຕົ້ານົມ ເດັກນ້ອຍຈະສາມາດໃຊ້ກ້າມເນື້ອໃນ້ຊ່ອງປາກໃນການກິນໃດ້ຖືກຕ້ອງຫຼາຍກວ່າການນອນດູດນົມ
4. ເມື່ອເດັກນ້ອຍເລີ່ມນັ່ງໃດ້ແລ້ວ ອາຍຸປະມານ 4-5 ເດືອນ ຄວນເລີ່ມຝຶກການກິນນົມຈາກຖ້ວຍ ເພື່ອເປັນການຝຶກໃຫ້ເດັກກິນນົມແຕ່ລະມື້ ການດູແລຄວາມສະອາດຊ່ອງປາກຂອງເດັກນ້ອຍ ຄວນເລີ່ມເມື່ອອາຍຸໃດ້ປະມານ 4 ເດືອນ ເພື່ອເຮັດໃຫ້ເດັກປາກສະອາດບໍ່ເກິດເຊື້ອລາ ເຮັດໃຫ້ເດັກເຄີຍຊິນກັບການມີສິ່ງຂອງເຂົ້າປາກ ເຊິ່ງຈະຊ່ວຍເຮັດໃຫ້ເດັກຍອມຮັບການຖູແຂ້ວ ໂດຍການໃຊ້ຜ້າສະອາດພັນປາຍນິ້ວ ຈຸ່ມນ້ຳສະອາດ ເຊັດເຫງືອກແລະແຂ້ວ ເຊົ້າ-ແລງ ແລະເລີ່ມຖູແຂ້ວໃຫ້ເດັກນ້ອຍເມື່ອມີແຂ້ວນ້ຳນົມເຫຼັ່ມທຳອິດຂື້ນປະມານໜຶ່ງເດືອນໄປແລ້ວ ໂດຍໃຊ້ແປງສີຝັນທີ່ມີຂົນອ່ອນນຸ່ມຖູແຂ້ວ ບໍ່ຕ້ອງໃສ່ຢາສີຟັນ ການຖູແຂ້ວຈະຊ່ວຍກຳຈັດເສດອາຫານທີ່ຕົກຄ້າງທີ່ແຂ້ວໃດ້ດີກວ່າການໃຊ້ຜ້າເຊັດແຂ້ວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...