ວັນທີ 27 ມັງກອນນີ້ ທ່ານ ນາງ ດຣ ຈູລຽດ ໄຟລໂຊຄ໌, ຜູ້ຕ່າງໜ້າອົງການອະນາໄມໂລກປະຈຳລາວໄດ້ຖະແຫຼ່ງຜົນຂອງ ການປະເມີນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການຄວບຄຸມຢາສູບຂອງ ສ ປປລາວຕໍ່ສື່ມວນຊົນວ່າ: ລັດ ຖະບານລາວໄດ້ສຸມໃສ່ເຮັດໜ້າທີ່ຂອງຕົນໄດ້ດີພໍສົມຄວນໃນການຈັດຕັ້ງ ປະຕິບັດສົນທິ ສັນຍາສາກົນວ່າດ້ວຍການຄວບຄຸມ ຢາສູບ,ພາຍຫຼັງທີ່ໄດ້ໃຫ້ສັດຕະຍາບັນຕໍ່ສົນທິສັນຍາດັ່ງກ່າວໃນປີ 2006 ,ຫຼັງຈາກນັ້ນກົດໝາຍວ່າດ້ວຍການຄວບຄຸມຢາສູບກໍໄດ້ຖືກຮັບຮອງເອົາ ໂດຍສະພາແຫ່ງຊາດໃນເດືອນພະຈິກ 2009 ແລະເພື່ອເຮັດໃຫ້ກົດໝາຍຄວບຄຸມຢາສູບໄດ້ຮັບການຈັດຕັ້ງປະຕິບັດ, ບັນດາອົງການຈັດຕັ້ງຂອງລັດຖະບານເປັນຕົ້ນແມ່ນກະຊວງສາທາລະນະ ສຸກ,ກະຊວງປ້ອງກັນຄວາມສະຫງົບ, ກະຊວງຄົມມະນາຄົມແລະຂົນສົ່ງ,ສູນກາງສະຫາພັນແມ່ຍິງແລະກະຊວງສຶກສາ ທິການແລະກິລາ,ໄດ້ອອກດຳລັດ, ລະບຽບການເພື່ອຈັດຕັ້ງປະຕິບັດກົດໝາຍດັ່ງກ່າວໂດຍອີງຕາມຂະບວນການ ທາງກົດໝາຍ,ຊຶ່ງໄດ້ເຮັດໃຫ້ຕົວເມືອງປອດຄວັນຢາສູບຖືກສ້າງ ຕັ້ງຂື້ນໃນຫຼາຍເຂດແຂວງທົ່ວປະເທດ, ການໂຄສະນາກ່ຽວກັບຢາສູບແມ່ນມີທ່າອ່ຽງຫຼຸດລົງແລະຍັບເຂົ້າຫາ ການບັນລຸຕາມສົນທິສັນຍາເທື່ອລະກ້າວ. ແຕ່ຄຽງຄູ່ກັນນັ້ນໃນປັດຈຸບັນອຸປະສັກທີ່ສຳຄັນຂອງລາວໃນການປະຕິບັດຕາມ ພັນທະຕ່າງໆຂອງສົນທິສັນຍາສາກົນວ່າດ້ວຍການຄວບຄຸມຢາສູບ,ໂດຍສະ ເພາະແມ່ນມາດຕາ 5.3 ແມ່ນການປົກປ້ອງນະໂຍບາຍສຸຂະພາບຈາກການແຊກແຊງຂອງບໍລິສັດຢາສູບ, ແມ່ນສັນຍາການລົງທືນ ພາຍໃນທີ່ລັດຖະບານລາວໄດ້ລົງນາມກັບບໍລິສັດຢາສູບ ອິມພີຣຽນໃນປີ 2001 ເພື່ອຫັນ ປ່ຽນກຳມະສິດຢາສູບຂອງລັດທີ່ກຸ້ມຕົນເອົງເປັນບໍລິສັດຮ່ວມທືນ,ໃນ ສັນຍາແມ່ນໄດ້ມອບຜົນປະໂຫຍດຢ່າງຫຼວງຫຼາຍໃຫ້ບໍລິສັດຮ່ວມທືນ,ໂດຍ ປັດຈຸບັນລັດຖະບານລາວໄດ້ຮັບອາ ກອນຢາສູບພຽງ 15% ຂອງມູນຄ່າການຜະລິດ, ຊຶ່ງບໍສະເພາະແຕ່ເທົ່ານັ້ນສັນຍາດັ່ງກ່າວຍັງສົ່ງຜົນກະທົບ ທາງລົບຕໍ່ຄວາມພະຍາຍາມກ່ຽວກັບການຄວບຄຸມຢາສູບ, ຂະນະທີ່ສ່ວນແບ່ງການຕະຫຼາດສ່ວນໃຫຍ່ພັດແມ່ນບໍລິສັດຮ່ວມທືນເປັນ ຜູ້ໄດ້ຮັບ ,ຈຶ່ງເຮັດໃຫ້ການເກັບອາກອນຢາສູບໃນລາວຕ່ຳກວ່າບັນດາປະເທດໃນອາ ຊຽນ, ດັ່ງນັ້ນໃນນາມອົງການອະນາໄມໂລກຂໍແນະນຳວ່າ: ອາກອນການຊົມໃຊ້ຢາສູບໃນລາວຢ່າງໜ້ອຍ ຕ້ອງເປັນ 70% ຂອງມູນຄ່າການຂາຍຍ່ອຍ,ສະນັ້ນໄລຍະຜ່ານມາລັດຖະບານລາວໄດ້ສູນເສຍ ອາກອນຢາ ສູບເປັນຈຳນວນເງິນຢ່າງຫຼວງຫຼາຍແລະເຫັນວ່າບັນດາມາດຕະການຕ່າງໆຂອງ ສັນຍາການລົງທືນລະຫວ່າງລັດຖະ ບານລາວກັບ ບໍລິສັດຢາສູບແມ່ນຍັງບໍ່ສອດຄ່ອງກັບສົນທິສາຍາສາກົນວ່າດ້ວຍການຄວບ ຄຸມຢາສູບ, ລັດຖະທຳມະນູນແລະນິຕິກຳຂອງ ສປປ ລາວ ແມ່ນຄວນລົບລ້າງຫຼືດັດແປງໃຫ້ສອດຄ່ອງພາຍໃຕ້ຂະບວນ ການຍຸຕິທຳຂອງກົດໝາຍ.
ແຫລ່ງຂ່າວ: ລາວພັດທະນາ