Homeບໍລິການພັດລົມໄຮ້ໃບພັດ! ນະວັດຕະກໍາແທນທີ່ເຄື່ອງປັບອາກາດ

ພັດລົມໄຮ້ໃບພັດ! ນະວັດຕະກໍາແທນທີ່ເຄື່ອງປັບອາກາດ

Published on

db7626c8  ດເ້ດເ

ໃນໂລກທີ່ອາກາດນັ້ນຮ້ອນຂຶ້ນທຸກໆມື້ ຄວາມຕ້ອງການໃຊ້ພະລັງງານສໍາລັບປັບອາກາດນັບມື້ນັບຫຼາຍຂຶ້ນ ສົ່ງຜົນໃຫ້ເກີດການປ່ອຍກ໊າຊເຮືອນແກ້ວຕາມມາ ນັກປະຕິດຊາວອັງກິດຈຶ່ງ ໄດ້ພັດທະນານະວັດຕະກໍາພັດລົມບໍ່ມີບັດພັດ ເພື່ອນໍາມາໃຊ້ແທນທີ່ເຄື່ງປັບອາກາດ ທີ່ສິ້ນເປືອງຫຼາຍກວ່າ.

9c853455

“James Dyson” ນັກປະດິດຊາວອັງກິດ ໄດ້ຄໍານືງເຖິງ ສະພາວະການປ່ອຍກ໊າສເຮືອນແກ້ວ ຂຶ້ນສູ່ຊັ້ນບັນຍາກາດ ຈາກສະຖິຕິຊາວອາເມລິກາທີ່ໃຊ້ພະລັງງານ ປະມານ 2,822 ກິໂລວັດຕໍ່ຊົ່ວໂມງເພື່ອປັດອາກາດໃນຊ່ວງລະດູຮ້ອນຂອງແຕ່ລະປີ ຄິດໄລ່ເປັນມູນຄ່າເງິນທີ່ສູນເສຍຕໍ່ປີ 276 ລ້ານດອນລ່າສະຫະລັດ. ເພື່ອທາງອອກຂອງພະລັງງານ ແລະ ຈໍານວນເງິນດັ່ງກ່າວທີ່ສູນເສຍໄປ ນັກປະດິດເຈົ້າຂອງມູນນິທິ “James Dyson” ໃນຊື່ດຽວກັນ ຈຶ່ງໄດ້ສ້າງສັນນະວັດຕະກໍາພັດລົມໄຮ້ໃບພັດ(ບໍ່ມີໃບພັດ) ເພື່ອນໍາມາປະຍຸກໃຊ້ແທນເຄື່ອງປັບອາກາດໂດຍສະເພາະ.

ພັດລົມໄຮ້ໃບພັດນີ້ ຈະເຮັດວຽກຄ້າຍກັບເຄື່ອຍົນໄອພົ່ນ ຊຶ່ງຈະດູດອາກາດເຂົ້າສູ່ເຄື່ອງເລັ່ງ ແລະ ຂະຫຍາຍຄວາມໄວຂຶ້ນເຖິງ15-18 ເທົ້າກ່ອນປ່ອຍລົມອອກມາ ຍິ່ງປ່ອຍລົມອອກມາເທົ້າໃດ ກໍ່ເຮັດໃຫ້ການດູດອາກາດຢູ່ດ້ານຫຼັງຫຼາຍຂຶ້ນເທົ້ານັ້ນ ແລະ ດ້ວຍນະວັດຕະກໍາທີ່ໄຮ້ໃບພັດນີ້ ເຮັດໃຫ້ກະແສລົມທີ່ອອກມາໃຫ້ຄວາມສະດວກ ງ່າຍຕໍ່ການອານາໄມປອດໄພຈາກອຸປະເຫດໃບພັດຕັດມື ໂດຍໃຊ້ໝໍ້ເຕີກໍາລັງໄຟ 40 ວັດທ໌ໃນຂະບວນການປະຕິບັດງານ.

ຄ

>>ຂອບໃຈທີ່ມາhttp://www.trueplookpanya.com/new/cms_detail/general_knowledge/ 20759

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...