ຜະລິດຕະພັນເຂົ້າລາວ ສ້າງຄວາມສົນໃຈໃຫ້ແກ່ນັກທຸລະກິດ ສ ເກົາຫຼີ

20150127092135

ໃນ​ໂອກາດ​ທີ່​ທ່ານ ກິມ ບົງ ມູນ ຮອງ​ຫົວໜ້າ​ໜ່ວຍ​ງານ​ສົ່ງເສີມ​ການ​ລົງທຶນ ສູນ​ອາ​ຊຽນ-ສ ເກົາຫຼີ ພ້ອມ​ຄະນະ​ເດີນທາງ​ມາຢ້ຽມຢາມ ​ສປປ ລາວ ວັນ​ທີ 26 ມັງກອນ 2015 ຜ່ານ​ມາ ຄະນະ​ດັ່ງກ່າວ​ໄດ້​ໄປ​ຢ້ຽມຢາມບໍ​ລິສັດ ລາວ​ກະເສດ 2000 ຈຳກັດຜູ້​ດຽວ ທີ່​ບ້ານ​ນາ​ໄຊ ເມືອງ​ໄຊເຊດ​ຖາ ນະຄອນຫຼວງ​ວຽງ​ຈັນ ໂດຍ​ໄດ້​ຮັບ​ການ​ຕ້ອນຮັບ ແລະ ຮັບ​ຟັງ​ການ​ລາຍ​ງານ​ການ​ດຳເນີນ​ທຸລະ​ກິດ​ຂອງ​ບໍລິສັດ​ຈາກທ່ານ​ນາງ ບົວ​ຫອມ ວົງ​ສີ​ປະສົມ ຜູ້ອຳນວຍການ​ບໍລິສັດ ລາວ​ກະເສດ 2000 ຈຳກັດ​ຜູ້​ດຽວ.

ບໍລິສັດ ລາວ​ກະເສດ 2000 ຈຳກັດ​ຜູ້​ດຽວ ເປັນ​ບໍລິສັດ​ທີ່​ດຳເນີນ​ທຸລະ​ກິດ​ດ້ານ​ກະສິກຳ ໂດຍສະເພາະ ການ​ຜະລິດ​ເຂົ້າ​ເປັນສິນຄ້າ ​ດ້ວຍ​ການ​ສົ່ງເສີມ​ຊາວກະສິກອນ ນະຄອນຫຼວງ​ວຽງ​ຈັນ ເຂດ​ທົ່ງ​ຮາບ​ທ່າ​ງ່ອນ ແລະ ແຂວງ​ວຽງ​ຈັນ ປູກ​ເຂົ້າ​ສະໜອງໃຫ້​ແກ່​ບໍລິສັດ ເພື່ອ​ຜະລິດ​ສົ່ງອອກ​ພາຍ​ໃນ ແລະ ປັດຈຸບັນ ພວມ​ກະກຽມ​ສົ່ງ​ອອກ​ຕ່າງ​ປະເທດ ແຕ່​ລະ​ປີ​ບໍລິສັດ​ສາມາດ​ຜະລິດ​ເຂົ້າ​ໄດ້​ປະມານ 3.000 ໂຕນ ມີ 6 ຜະລິດ​ຕະ​ພັນ​ຄື: ເຂົ້າໜຽວ ເຂົ້າຈ້າວ ເຂົ້າກ້ອງ ເຂົ້າກ່ຳ ເຂົ້າກ່ຳ​ຈ້າວ ແລະ ເຂົ້າກ່ຳ​ໜຽວ ໃນເດືອນ​ພະຈິກ 2014 ຜ່ານ​ມາ ທາງ​ສູນ​ອາ​ຊຽນ-ສ ເກົາຫຼີ ໄດ້ຊຸກຍູ້​ສົ່ງເສີມ​ໃຫ້​ບັນດາ​ຫົວໜ່ວຍທຸລະ​ກິດ​ຂອງ​ລາວ​ຫຼາຍ​ກວ່າ 10 ຫົວໜ່ວຍ​ນຳ​ເອົາ​ຜະລິດ​ຕະ​ພັນຂອງ​ຕົນ​ໄປ​ວາງສະແດງ ແລະ ຂາຍ​ຢູ່​ໃນ​ງານ​ວາງສະແດງ​ສິນຄ້າ​ອາ​ຊຽນ-ສ ເກົາຫຼີ ທີ່​ຈັດ​ຂຶ້ນທີ່ ສ ເກົາຫຼີ ໃນ​ນັ້ນ​ກໍ່​ມີ​ບໍລິສັດ ລາວ​ກະເສດ 2000 ທີ່​ໄດ້​ນຳ​ເອົາຜະລິດ​ຕະ​ພັນ​ເຂົ້າ​ໄປ​ວາງ​ສະແດງ ອັນ​ໄດ້​ສ້າງ​ຄວາມ​ສົນໃຈໃຫ້​ແກ່​ບັນດາ​ຫົວໜ່ວຍ​ທຸລະ​ກິດຂອງ ສ ເກົາຫຼີ ມີ​ຄວາມ​ຕ້ອງການ​ຜະລິດ​ຕະ​ພັນ​ເຂົ້າຂອງ​ບໍ​ລິສັດ ລາວ​ກະເສດ 2000 ເປັນ​ຈຳນວນ​ຫຼາຍ​ພັນ​ໂຕນ​ຕໍ່​ເດືອນ ໂດຍສະເພາະແມ່ນ ​ຜະລິດ​ຕະ​ພັນ​ເຂົ້າກ່ຳ ແຕ່​ທາງ​ບໍລິສັດ​ບໍ່​ສາມາດ​ທີ່ຈະ​ສະໜອງ​ໃຫ້​ໄດ້ ເນື່ອງ​ຈາກມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ດ້ານ ໂດຍ​ສະເພາະກໍ່​ແມ່ນ​ບັນຫາການ​ຂົນສົ່ງ ທີ່​ປະເທດ​ລາວ​ເຮົາບໍ່​ມີ​ທະເລ​ ເຮັດ​ໃຫ້​ມູນ​ຄ່າ​ການຂົນສົ່ງ​ສູງ ແລະ ການ​ໄປ​ຮ່ວມງານ​ວາງສະແດງ​ຄັ້ງ​ນີ້ ​ກໍ່​ໄດ້​ບົດຮຽນ​ຫຼາຍ​ຈາກ ສ ເກົາຫຼີ ເພື່ອມາ​ເປັນ​ບົດຮຽນ​ໃນ​ການ​ປັບປຸງທຸລະ​ກິດ ​ກໍ່​ຄື​ຜະລິດ​ຕະ​ພັນ​ເຂົ້າ​ໃຫ້​ມີ​ຄຸນະພາບ​ດີ​ຂຶ້ນ​ຕື່ມ.

ຜ່ານ​ການ​ຢ້ຽມຢາມ​ເບິ່ງ​ຜະລິດ​ຕະ​ພັນ ແລະ ຮັບ​ຟັງ​ການລາຍ​ງານ​ຂອງ​ຜູ້ອຳນວຍການ​ບໍລິ​ສັດ ລາວ​ກະເສດ 2000 ຄັ້ງ​ນີ້ ເຮັດ​ໃຫ້​ຄະນະ​ຜູ້​ແທນ​ເຫັນ​ໄດ້​ວ່າ ຜະລິດ​ຕະ​ພັນ​ຂອງ​ບໍລິສັດ​ແມ່ນ​ມີຄຸນະພາບ​ສູງ ສາມາດ​ສົ່ງ​ອອກຕ່າງປະເທດ​ໄດ້ ແລະ ທາງ​ສູນອາ​ຊຽນ-ສ ເກົາຫຼີ ຈະ​ສືບຕໍ່​ໃນການ​ເປັນ​ຜູ້​ປະສານ​ງານ​ໃຫ້​ນັກທຸລະ​ກິດ ສ ເກົາຫຼີ ໄດ້​ມາ​ຮ່ວມທຶນ​ນຳ ເພື່ອ​ຜະລິດ​ເຂົ້າ​ເປັນ​ສິນຄ້າ​ເປັນ​ຈຳນວນ​ຫຼວງຫຼາຍ​ ສະໜອງ​ໃຫ້​ຕະຫຼາດ​ພາຍ​ໃນ ແລະ ຕ່າງປະເທດ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່