Homeຂ່າວພາຍ​ໃນຢືນຢັນແລ້ວ! ສະໂຕ໊ກ ແຈ້ງ “ໂບຍານ” ຕ້ອງພັກທັງລະດູການ

ຢືນຢັນແລ້ວ! ສະໂຕ໊ກ ແຈ້ງ “ໂບຍານ” ຕ້ອງພັກທັງລະດູການ

Published on

ຢືນຢັນແລ້ວ! ສະໂຕ໊ກ ແຈ້ງ “ໂບຍານ” ຕ້ອງພັກທັງລະດູການ

141229G0T90610

ສະໂຕ໊ກ ຊີຕີ້ ຄອນເຟີຣ໌ມແລ້ວ “ໂບຍານ ເກຣ໌ກິຊ” ຄົນສໍາຄັນ ຈໍາເປັນຕ້ອງໄດ້ປິດເທີມຍາວທັງລະດູການ ຫຼັງຈາກທີ່ຫົວເຂົ່າດ່ຽງ ມາຈາກເກັມ ເອຟເອຄັພ ຝ່າຍ ກຸ່ນສື່ “ມາຣ໌ດ ຮີວຈ໌ສ” ຮັບເປັນຂ່າວເສົ້າສຸດໆ.

ສະໂຕ໊ກຊີຕີ້ ສະໂມສອນລູກໜັງໃນສຶກ ພຣີເມຍລີກ ອັງກິດ ປະກາດຢືນຢັນເມື່ອວັນອັງຄານທີ່27/01/2015 ທີ່ຜ່ານມາວ່າ ໂບຍານ ເກຣ໌ກິຊ ກອງໜ້າໂຕເກັງຊາວສະເປນ ຈະພາດໃນການລົງຫຼິ້ນໃນເກັມທີ່ຍັງເຫຼືອຢູ່ໃນລະດູການນີ້ເປັນທີ່ແນ່ນອນແລ້ວ ເນື່ອງຈາກມີບັນຫາການບາດເຈັບເອັນຫຼັງຫົວເຂົ່າຂ້າງຊ້າຍສີກຂາດ.

“ມັນເປັນເລື່ອງທີ່ໜ້າປິດຫວັງສໍາລັບສະໂມສອນເຮົາ” ມາຣ໌ດ ຮິວຈ໌ສ ຜູ້ຈັດການທີມ ສະໂຕກ ກ່າວ.  ແຕ່ກັບໂຕ “ໂບຍານ” ເອງ ເຂົາຜິດຫວັງຫຼາຍກວ່າດ້ວຍຊໍ້າ ເພາະເຂົາກໍາລັງໄປໄດ້ດີໃນ ພຣີເມຍລີກ ແລະ ກໍາລັງມ່ວນກັບການເຕະບານ.

ທັງນີ້ເປັນທີ່ຄາດກັນວ່າ ໂບຍານ ອາດຈະຕ້ອງພັກຍາວເຖິງ 9 ເດືອນ.

>>ຂອບໃຈ http://www.siamsport.co.th/football/premierleague/view.php?code=150128013141

ບົດຄວາມຫຼ້າສຸດ

ເຮັດແທ້ທຳຈິງ! ແຂວງສະຫວັນນະເຂດ ປະກາດເລັ່ງປາບປາມການລັກລອບຂຸດແຮ່-ຕັດໄມ້ເຖື່ອນ

ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V ວັນທີ 24 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ...

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...