Homeຂ່າວຕ່າງປະເທດເປີດເຜີຍສາເຫດຕົກຂອງແອເອຣ໌ເຊຍ QZ8501 ໄຕ່ລະດັບຄວາມສູງໄວເກີນພິກັດ!

ເປີດເຜີຍສາເຫດຕົກຂອງແອເອຣ໌ເຊຍ QZ8501 ໄຕ່ລະດັບຄວາມສູງໄວເກີນພິກັດ!

Published on

ອິນໂດເນເຊຍ ແອຣ໌ເອເຊຍ QZ8501 ໄຕ່ລະດັບຄວາມສູງແນວຊັນ  ແລະ ໄວເກີນໄປເຮັດໃຫ້ເຄື່ອງບິນເສຍການຊົງໂຕ ແລະ ຕົກລົງທະເລ.

news02-1

20 ມັງກອນ. ສໍານັກຂ່າວ ບີບີຊີ ລາຍງານວ່າ ທ່ານອິກນາເຊຍສ ໂຈນານ ລັດຖະມົນຕີຄົມມະນາຄົມ ອິນໂດເນເຊຍ ເປີດເຜີຍວ່າໃນການສອບສວນເບື່ອງຕົ້ນນັ້ນ ຂໍ້ມູນຈາກການວິເຄາະສະແດງໃຫ້ເຫັນວ່າກ່ອນເຄື່ອງບິນແອຣ໌ເອເຊຍທ່ຽວບິນ QZ8501 ຈະປະສົບອຸປະຕິເຫດ ໄດ້ເພີ່ມເພດານບິນໃຫ້ສູງຂຶ້ນໃນອັດຕາ 6000 ຟຸດຕໍ່ນາທີ ຄາດວ່ານ່າຈະເລັ່ງຄວາມໄວເພື່ອ ຫຼີກພາຍຸທັ້ງນີ້ອັດຕາການບິນດັ່ງກ່າວເປັນການໄຕ່ເພດານບິນຂຶ້ນໄປດ້ວຍຄວາມໄວທີ່ສູງຜິດປົກກະຕິ ເພາະວ່າແມ່ນແຕ່ເຄື່ອງບິນສູ່ຮົບ ກໍ່ຍັງເກື່ອວ່າຈະບໍ່ເຄີຍເພີ່ມເພດານບິນດ້ວຍຄວາມໄວຂະໜາດນີ້ ສ່ວນເຄື່ອງບິນຄົນສົ່ງທົ່ວໄປນັ້ນ ການເພີ່ມເພດານບິນດ້ວຍຄວາມໄວ 1000-2000 ຟຸດຕໍ່ນາທີ ກໍ່ຍັງຖືວາໄວຫຼາຍເກີນໄປແລ້ວ ສອດຄ່ອງກັບຂໍ້ມູນຂອງເຣດາຣ໌ທີ່ເປີດເຜີຍອອກມາຕັ້ງແຕ່ເດືອນທັນວາ ປີທີແລ້ວລະບຸວ່າ QZ8501 ນັ້ນໄດ່ພະຍາຍາມທະຍານຂຶ້ນໃນແນວທີ່ຊັນຫຼາຍກ່ອນທີ່ຈະຕົກລົງສູ່ທະເລຊາວາ.

ສໍາລັບສົບຜູ້ເສຍຊີວິດທີ່ພົບລ່າສຸດ ຢູ່ທີ່ 53 ສົບແລ້ວ ຂະນະນີ້ທີມງານຄົ້ນຫາກໍາລັງຄົ້ນຫາຂະຫຍາຍວົງກວ້າງຈາກຈຸດຕົກອອກໄປເລື່ອຍໆ ເພື່ອຄົ້ນຫາສົບໃຫ້ໄດ້ຄົບທັງໆໝົດ 162 ລາຍ.

>>ຂອບໃຈhttp://news.sanook.com/1734609/

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...