“ຫົງແດງ” ພ້ອມທຸ່ມເງິນ 40 ລ້ານປອນດ໌ເພື່ອດືງ “ເບນເຊມ່າ” ມາເສີມທີມ

140222D9P84670

ແດຣ໌ລີ່ ສະຕາຣ໌ ສື່ຂອງເກາະອັງກິດ ຕີຂ່າວວ່າ ລີເວີຣ໌ພູລ ພ້ອມທຸ່ມເງິນ 40 ລ້ານປອນດ໌ ເພື່ອດືງໂຕ ຄາຣິມ ເບນເຊມ່າ ຫົວຫອກ ເຣອັລ ມາດຣິດ ມ່າຮ່ວມທີມໃນຊ່ວງ ຊໍາເມີຣ໌ນີ້ ຊຶ່ງ ລາຊັນຊຸດຂາວ ກໍ່ພ້ອມທີ່ຈະປ່ອຍຕົວນັກເຕະອາຍຸ 27 ປີຄົນນີ້ເຊັນກັນ ເພາະຕ້ອງການເອົາເງິນໄປຊື້ ເອດິນສັນ ຄາວານີ່ ກອງໜ້າຊາວ ອຸລູໄກວ ຂອງ ປາຣິສ ແຊງຕ໌-ແຊຣ໌ກແມງ.

ລີເວີຣ໌ພູລ ພ້ອມທີ່ຈະຍື່ນຂໍ້ສະເໜີເປັນຈໍານວນເງິນ 40 ລ້ານປອນດ໌ ເພື່ອຂໍຊື້ ຄາຣິມ ເບນເຊມ່າ ກອງໜ້າຊາວຝຣັງຂອງເຣອັນ ມາດຣິດ ທີ່ຍັກໃຫຍ່ແຫ່ງວົງການບານເຕະ ລາລີກາ ສະເປນ ມາຮ່ວມທັບໃນຊ່ວງ ຊໍາເມີຣ໌ນີ້ ຕາມລາຍງານຂອງແດຣ໌ລີ່ ສະຕາຣ໌  ສື່ຊື່ດັ່ງຂອງເມືອງຜູ້ດີ.

“ຫົງແດງ” ຕົກເປັນຂ່າວໃຫ້ຄວາມສົນໃຈໃນໂຕ ເບນເຊມ່າ ຕັ່ງແຕ່ໃນຊ່ວງຊໍາເມີຣ໌ທີ່ ຜ່ານມາແລ້ວຫຼັງຈາກທີ່ແນວບຸກຂອງພວກເຂົາບໍ່ສຽບຄົມຄືເກົ່າ  ນັບຕັ້ງແຕ່ທີ່ປ່ອຍຫຼຸຍຊົວເຣຊ ດາວຍິງຊາວອຸລູໄກວໄປໃຫ້ ບາຣ໌ເຊໂລນ່າ ແຕ່ສຸດທ້າຍກໍ່ບໍ່ປະສົບຄວາມສໍາເລັດ.

ຢ່າງໃດກໍ່ຕາມ ຈາກການທີ່ມີກະແສຂ່າວວ່າ ມາດຣິດພ້ອມປ່ອຍໂຕຂອງ ເບນເຊມ່າ ອອກຈາກທີມ ເພື່ອເອົາເງິນໄປຊື້ ເອດິນສັນ ຄາວານີ່ ຫົວຫອກ ປາຣິສແຊງຕ໌ ແຊຣ໌ກແມງ ທີ່ມີຄ່າໂຕເຖິງ 50 ລ້ານປອນດ໌ ເຮັດໃຫ້ລີເວີຣ໌ພູລກຽມທຸ່ມເງິນກ້ອນໃຫຍ່ເພື່ອດືງເອົານັກເຕະອາຍຸ27ປີ ໄປຮ່ວມທັບອີກຄັ້ງ ຊຶ່ງມີໂອກາດສູງທີ່ການຍ້າຍທີມຄັ້ງນີ້ຈະເກີດຂຶ້ນເພາະສູນໜ້າທີມຊາດຝຣັງ ເລີ່ມບໍ່ພໍໃຈ ຕາຣ໌ໂລ ອັນເຊລອດຕີ ຄູຝຶກ “ລາຊັນຊຸດຂ່າວ”ແລ້ວ ແລະ ສົນໃຈທີ່ຈະຍ້າຍໄປຫຼິ້ນໃນພຣີເມຍລີກອີກດ້ວຍ.

>>ຂອບໃຈhttp://www.siamsport.co.th/football/premierleague/view.php?code=150120021805