HomeມູມໄອທີລາວBIDV ມອບຄອມພິວເຕີໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

BIDV ມອບຄອມພິວເຕີໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

Published on

ดาวน์โหลด (5)
ທ້າຍເດືອນມັງກອນຜ່ານມານີ້ ຢູ່ທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫຼວງວຽງຈັນ ຄະນະນຳທະນາຄານລົງທຶນ
ແລະ ພັດທະນາຫວຽດນາມ ນຳໂດຍທ່ານ ເຈິ່ນ ບັກ ຮ່າ (Mr Tran Bac Ha) ປະທານສະພາບໍລິຫານທະນາຄານລົງທຶນ
ແລະ ພັດທະນາຫວຽດນາມ (BIDV) ທັງເປັນປະທານສະມາຄົມນັກລົງທຶນຫວຽດນາມຢູ່ ສປປ ລາວ (AVIL) ພ້ອມດ້ວຍຄະນະ
ໄດ້ມາຢ້ຽມຢາມ ແລະ ພົບປະທ່ານ ສຈ.ດຣ. ບໍ່ວຽງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
ເຊິ່ງການຢ້ຽມຢາມຄັ້ງນີ້ ເພື່ອສະແດງຄວາມຂອບໃຈ ແລະ ອວຍພອນປີໃໝ່ 2013 ມາຍັງຄະນະນຳພັກ ແລະ ລັດຖະບານລາວ
ທີ່ໄດ້ໃຫ້ການເອົາໃຈໃສ່ຊ່ວຍເຫຼືອ ການເຄື່ອນໄຫວຂອງທະນາຄານລົງທຶນ ແລະ ພັດທະນາຫວຽດນາມຢູ່ ສປປ ລາວ ແລະ ບັນ
ດາຫົວໜ່ວຍທຸລະກິດຕາງໜ້າຂອງທະນາຄານລົງທຶນ ແລະ ພັດທະນາຫວຽດນາມທີ່ເຄື່ອນໄຫວຢູ່ ສປປ ລາວ.
ການມາຢ້ຽມຢາມຄັ້ງນີ້ ທະນາຄານລົງທຶນ ແລະ ພັດທະນາຫວຽດນາມ ໄດ້ມອບເຄື່ອງອຸປະຖຳເປັນຄອມພິວເຕີ ຈຳນວນ 50
ເຄື່ອງ ມູນຄ່າ 220.000.000 ກີບ ໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກ່າວຮັບໂດຍທ່ານ ສຈ.ດຣ. ບໍ່ວຽງຄຳ ວົງດາ
ລາ ລັດຖະມົນຕີວ່າການ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເຊິ່ງເປັນເຄື່ອງຊ່ວຍເຫຼືອລ້າ ເພື່ອປະກອບສ່ວນເຂົ້າໃນການ
ປະຕິບັດໜ້າທີ່ວຽກງານຂອງກະຊວງ ໃຫ້ມີຄວາມສະດວກວ່ອງໄວ ແລະ ປະສິດທິຜົນສູງ ເຄື່ອງອຸປະຖຳດັ່ງກ່າວໄດ້ນຳໄປມອບຕົວ
ຈິງ ໃນວັນທີ 5 ກຸມພາ 2013 ຢູ່ທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.
ເນື່ອງໃນໂອກາດດັ່ງກ່າວ ທ່ານ ສຈ.ດຣ. ບໍ່ວຽງຄຳ ວົງດາລາ ລັດຖະມົນຕີວ່າການ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງທະນາຄານລົງທຶນ ແລະ ພັດທະນາຫວຽດນາມ ທະນາຄານຮ່ວມທຸລະກິດ ລາວ-
ຫວຽດ ແລະ ບັນດາຫົວໜ່ວຍທຸລະກິດອື່ນໆຂອງຫວຽດນາມ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອ ແລະ ພັດທະນາວຽກງານສັງຄົມຢູ່
ສປປ ລາວ ໃນຕະຫຼອດໄລຍະຜ່ານມາ.

ທີ່ມາ  http://www.vientianemai.net/teen/khao/1/8620

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...