spot_img
Homeວັນນະກຳບົດກະວີກອນ "ຄົນບໍ່ອົດທົນ" !

ກອນ “ຄົນບໍ່ອົດທົນ” !

Published on

    18_547 paste96 

                                                 ຄົນ​ບໍ່​ອົດ​ທົນ

ຄົນ​ບໍ່​ອົດ​ຄື​ດັ່ງ​ໄມ້                            ຫັກ​​ແລ່ງ​ທາງ​ກາງ
ຈີກ​ຈ່າງ​ລົງ​ຈຳ​ດິນ                                ຍາກ​ຊິ​ເງີຍ​ໂງ​ຟື້ນ
ພາຍຸ​ຝົນ​ຜະຫລຽງ​ທື້ນ                           ​ໂທມ​​ແຮງ​ຫັກ​ລ່າວ
ລົ້ມທ່າວ​ຕາຍ​ບໍ່​ຂຶ້ນ                                 ບໍ່​ຄືນ​ໄດ້​ດັ່ງ​​ເດີມ

ຄົນ​ບໍ່ອົດ​ຄື​ດັ່ງ​ມ້າ                          ​ເດີນ​ແລ່ນຊຳ​ແສະ
ແສ້​ໜໍ່າລົງ​ຮຸນ​ແຮງ                                 ພັດ​ແຮງ​ເຊ​ຊຳ​ຊ້າ
ປະປ່ອຍ​ສັກ​ສີ​ຖິ້ມ                               ​ເສຍ​ເຊິ​ງນັກ​ເລງ​ແລ່ນ
ເຈົ້າຂອງ​ບັກ​ແບ່ນຄ້ອນ                          ຊ້ອນ​ແສ້​ມ​ໃສ່ບໍ່​ເຊົາ

ຄົນ​ບໍ່​ອົດ​ຄື​ດັ່ງ​ພ້າ                          ຄົມ​ບ່ານ​ບໍ່​ເປັນ​ຢາ
ກ້ານ​ກັ່ນ​ຫັກ​ຄາ​ຄຸງ                                 ​ແຂ່ວ​ຈົນ​ຈຳ​ດ້າມ
ເຂົາ​ບໍ່​ຖາມ​ເອົາ​ໃຊ້                                     ​ໃຜ​ເຫັນເປັນຕາ​ເບື່ອ
ເຫຼືອ​ເປັນ​ເຫລັກ​ເສດຖິ້ມ                         ສະໝິມໝ້ຽງມ່ວນ​ຢາກ​ຊີມ

ຄົນ​ບໍ່​ອົດ​ຄື​ດັ່ງ​ເຊື້ອ                              ສັດ​ຊື່​ນາມ​ແມວ
ແມວໆຍາມ​ມັນ​ຫິວ                                 ຊອກ​ສະ​ແຫວ​ງປາ​ຢ້າງ
ລາງ​ເທື່ອ​ວາງ​ສະກັດ​ລີ້​                              ແຈ​ເຮືອນ​ພົກ​ຈອບ
ຄຸບ​ໄດ້​ໜູ​ສວາບ​ແລ້ວ                               ມັນ​ຍັງ​ຮ້ອງ​ແສນ​ຊິ​ຕ້ອງ​ເພິ່ນ​ບໍ່ຕີງ

ຄົນ​ບໍ່​ທົນ​ຄື​ດັ່ງ​ແກ້ວ                           ມະນີ​ຢູ່​ໃນ​ຕົມ
ອົມ​ແຕ່​ຄວາມ​ຄາວ​ເໝັນ                            ສາບ​ກຸຍ​ສະ​ເອືອນ​ເອົ້າ
ເຂົາ​ບໍ່​ເອົາ​ມາ​ລ້າງ                                   ຜັດ​ສີ​ກໍ່​ດາຍ​ເປົ່າ
ເມົາ​ແຕ່​ຝັງ​ຢູ່​ເຝົ້າ                                      ​ເນົາ​ພື້ນ​ແຜ່ນ​ບໍ່​ເຮືອງ ​ແທ້​ແລ້ວ

>>ຂອບໃຈ http://lanxanglpb.weebly.com/37383771373237133757373737543757373737793720.html

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...