Homeນານາສາລະສິ່ງທີ່ຄວນປະຕິບັດກ່ອນລຸກຈາກບ່ອນນອນ!

ສິ່ງທີ່ຄວນປະຕິບັດກ່ອນລຸກຈາກບ່ອນນອນ!

Published on

dsf  images.jpgsdfs

ກ່ອນ​ລຸກຈາກບ່ອນນອນ
ພໍ​ຮູ້​ເມື່ອ​ຄີງ​ຕອນ​ເຊົ້າ ກ່ອນ​ຈະ​ລຸກ​ຈາກ​ທີ່​ນອນ ຄວນ​ນອນໝູບໜ້າ​ລົງ​ປະມານ 5-10 ນາທີ ​ເພື່ອ​ເຮັດ​ໃຫ້​ເລືອດ​ທີ່​ເຕັມ​ຢູ່​ທາງ​ເບື້ອງຫຼັງ​ໝູນວຽນ​ໄຫຼ​ໄປ​ໃຫ້​ທົ່ວ​ຮ່າງກາຍ​ເບື້ອງໜ້າ​ຄືນ ຫາຍ​ໃຈ​ເລິກໆ​ເຂົ້າອອກ ສາມ ​ເທື່ອ​ເພື່ອ​ຖ່າຍ​ເທ​ອາກາດ​ທີ​່ບູດ​ເນົ່າອອກ​ຈາກ​ຮ່າງກາຍ ພ້ອມ​ກັບ​ເອົາ​ມື​ລູບ​ໜ້າ​ສາມ​ເທື່ອ​ເພື່ອ​ກະຕຸກ​ໃຫ້​ເລືອດ​ລົມ​ຢູ່​ໃບ​ໜ້າ​ແລ່ນ​ໄຫຼ​ດີ ​ໃບ​ໜ້າ​ກໍ​ຈະ​ມີ​ສີສັນ​ຜ່ອງ​ໃສ​ຂຶ້ນທຸກ​ວັນ ຮູ້​ເມື່ອ​ຄີງ​ຕອນ​ເຊົ້າບໍ່​ໃຫ້​ລຸກ​ຢືນ ​ແລ້ວ​ຍ່າງ​ທັນທີ​ໂລດ ຄວນ​ລຸກ​ນັ່ງປະມານ​ສາມ​ຊົ່ວ​ອຶດ​ໃຈ ​ເພື່ອ​ປັບ​ອຸນ ຫະພູມ​ ແລະ​ ຄວາມ​ເໜັງ​ຕີງ​ຂອງ​ເລືອດ​ລົມ​ເຂົ້າສູ່​ຄວາມ​ເປັນ​ປົກກະຕິ​ ຂອງ​ຮ່າງກາຍ​ກ່ອນ​ຈະ​ພວດ​ພາດ​ລຸກຂຶ້ນ​ໄປ​ຈາກ​ບ່ອນ​ນອນ.

images

>> ຂອບໃຈ  http://lanxanglpb.weebly.com/37543762374937603716375137623745375837693785.html

ບົດຄວາມຫຼ້າສຸດ

ນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ມອບ-ຮັບ ອາຄານໂຮງຮຽນ ບ້ານມົກກົກນ້ອຍ ເມືອງສໍາພັນ ແຂວງຜົ້ງສາລີ

ຕອນເຊົ້າວັນທີ 10 ກັນຍາ 2026 ນີ້ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະທີມງານຂັ້ນສູນກາງ...

ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມ ກອງປະຊຸມສ້າງຕັ້ງພັນທະມິດສາກົນ ເພື່ອແກ້ໄຂອາຊະຍາກໍາສໍ້ໂກງທາງໂທລະຄົມ

ໃນລະຫວ່າງວັນທີ 9-10 ກັນຍາ 2026, ທ່ານ ພົນໂທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດ ຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ເຂົ້າຮ່ວມ...

ສານປະຊາຊົນນ ນວ ຕັດສິນອະດີດພະນັກງານທະນາຄານ 10 ຄົນ ໃນຄະດີສໍ້ລາດບັງຫຼວງ ແລະ ຟອກເງິນ

ໃນຕອນເຊົ້າຂອງວັນທີ 8 ກັນຍາ 2026, ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ພິຈາລະນາ ແລະ ຕັດສິນຄະດີອາຍາຮ້າຍແຮງ ກ່ຽວກັບການສໍ້ລາດບັງຫຼວງ ແລະ ຟອກເງິນ ຈຳນວນ 2...

1,783 ລ້ານບາດ! ໄທ ອະນຸມັດ 1,700 ລ້ານ ໃຫ້ລາວກູ້ຢືມສ້າງຂົວຂ້າມນໍ້າຂອງແຫ່ງໃໝ່ ຫຼວງພະບາງເງິນຊ່ວຍເຫຼືອລ້າ (30%)-ຊຽງແມນ

ວັນທີ 8 ກັນຍາ 2026, ທີ່ປະຊຸມຄະນະຮັດຖະມົນຕີ (ຄຣມ.) ຂອງໄທ ໄດ້ມີມະຕິເຫັນດີອະນຸມັດໃຫ້ຄວາມຊ່ວຍເຫຼືອທາງດ້ານການເງິນແກ່ ສປປ ລາວ ໃນໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ເຊື່ອມຕໍ່ລະຫວ່າງ ບ້ານຊຽງແມນ (ເມືອງຈອມເພັດ)...