Homeນານາສາລະດື່ມນໍ້າໃຫ້ຖືກວິທີ ໃນເວລາອອກກໍາລັງກາຍ!

ດື່ມນໍ້າໃຫ້ຖືກວິທີ ໃນເວລາອອກກໍາລັງກາຍ!

Published on

ຂາດບໍ່ໄດ້ ບໍ່ແມ່ນເລື່ອງຫຼິ້ນໆ! ດື່ມນໍ້າ ສໍ່າໃດເວລາອອກກໍາກາຍ.

imagesjj

– ນົນທ໌ ອັລພາຊນ໌ ຫຼື ຜູ້ຊ່ຽວຊານດ້ານວິທະຍາສາດການກະລາ ໄດ້ກ່າວເຖິງການດື່ມນໍ້າເວລາທີ່ເຮົາອອກກໍາລັງກາຍວ່າ

1. ເຄີຍໄດ້ຍິນສະພາວະການຂາດນໍ້າ ຫຼືບໍ? ເຮົາສາມາດໃຊ້ວິທີການຊັ່ງນໍ້າໜັກຕົວເອງ ກ່ອນ ແລະ ຫຼັງການອອກກໍາລັງກາຍເພື່ອເບິ່ງວ່າເຮົາເສຍນໍ້າໄປເທົ້າໃດກັບການອອກກໍາລັງກາຍນັ້ນໆ.
2. ສາມາດວັດແທດສະພາວະຂາດນໍ້າ ໄດ້ຈາກສີຂອງປັດສະວະ ຖ້າສີໃສ ຫຼື ເຫຼືອງອ່ອນໆ ສະແດງວ່າເຮົາ ບໍ່ຂາດນໍ້ານັ້ນເອງ, ແຕ່ຖ້າສີເຫຼືອງເຂັ້ມ ຫຼື ສີນໍ້າຕານ ສະແດງວ່າເົຮາຂາດນໍ້າ ຢ່າລືມວ່າ ການຮັບປະທານອາຫານເສີມ ວິຕາມິນ B ແລະ C ອາດເຮັດໃຫ້ປັດສະວະປ່ຽນສີໄດ້
3. ກ່ອນອອກກໍາລັງກາຍປະມານ 2-3 ຊົ່ວໂມງ. ເຮົາຄວນດື່ມນໍ້າປະມານ 500- 600 ມິນລີລິດ ແລະ ກໍ່ດື່ມອີກ 200-300 ມິນລີລິດ ປະມານ 10 -20 ນາທີກ່ອຮການອອກກໍາລັງກາຍ (ຄ່ອຍໆດື່ມບໍ່ແມ່ນວ່າກືກດຽວໝົດ).
4. ລະຫວ່າງການຫຼິ້ນກິລາເຮົາກໍ່ຄວນດື່ມປະມານ 200-300 ມິນລີລິດ ທຸກໆ 10 -20 ນາທີ ຫຼື ປະມານ 600-1,200 ມິນລີລິດ ຕໍ່ໜຶ່ງຊົ່ວໂມງຂອງການອອກກໍາລັງກາຍນັ້ນໆ.
5. ຫຼັງຈາກອອກກໍາລັງກາຍແລ້ວກໍ່ຄວນຮັບປະທານນໍ້າປະມານ 1,200-1,400 ມິນລີລິດ ຕໍ່ນໍ້າໜັກຂອງຕົວ ໜຶ່ງກິໂລທີ່ຫາຍໄປໃນພາຍໃນ 2 ຊົ່ວໂມງ. ຫຼັງຈາກອອກກໍາລັງກາຍແລ້ວ.
6. ສໍາລັບຄົນທົ່ວໄປທີ່ອອກກໍາລັງກາຍປະມານ 1-2 ຊມ. ພຽງແຕ່ດື່ມນໍ້າລ້າແລ້ວກໍ່ພໍ.
7. ແຕ່ສໍາລັບຄົນທີ່ອອກກໍາລັງກາຍໜັກໆ ເປັນເວລາ 3-5 ຊມ. ຄວນຈະດື່ມພວກນໍ້າປະສົມເກືອແຮ່.
8. ຖ້າເຮົາດື່ມນໍ້າປະລິມານນໍ້າທີ່ພຽງພໍ ແລະ ພໍດີ ເທົ້ານີ້ກໍ່ເຮັດໃຫ້ເຮົາສາມາດອອກກໍາລັງກາຍໄດ້ຢ່າງເຕັມທີ່ແລ້ວ.

>>http://www.trueplookpanya.com/new/cms_detail/general_knowledge/20844

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...