Homeຂ່າວຕ່າງປະເທດຢືນຢັນ ພົບສ່ວນຫາງຂອງເຄື່ອງບິນແອຣ໌ເອເຊຍ ທ່ຽວບິນ QZ8501

ຢືນຢັນ ພົບສ່ວນຫາງຂອງເຄື່ອງບິນແອຣ໌ເອເຊຍ ທ່ຽວບິນ QZ8501

Published on

929533

ເຈົ້າໜ້າທີ່ອິນໂດເນເຊຍພົບສ່ວນຫາງຂອງເຄື່ອງບິນແອຣ໌ເອເຊຍ ທ່ຽວບິນ QZ8501 ທີ່ຕົກໃນທະເລຊາວາ ເມື່ອ 28 ທັນວາ 2014 ແລ້ວ.

ສໍານັກຂ່າວຕ່າງປະເທດລາຍງານຈາກ ກຸງຈາກາຕາ ປະເທດອິນໂດເນເຊຍ ເມື່ອ ວັນທີ 7 ມັງກອນ ວ່າທາງການອິນໂດເນເຊຍຢືນຢັນ ພົບຊິ້ນສ່ວນຫາງຂອງເຄື່ອງບິນ ແອຣ໌ເອເຊຍ ອິນໂດເນເຊຍ  ທ່ຽວບິນ QZ8501 ແລ້ວ ຊຶ່ງອາດເປັນໂອກາດສໍາຄັນໃນການພົບກ່ອງດໍາ ຂອງເຄື່ອງບິນ ແລະ ຊ່ວຍໃຫ້ ຮູ້ເຖິງເຫດການທີ່ຕົກທະເລເມື່ອ 10 ວັນກ່ອນ.

ນາຍບັມບັງໂຊລິສຕ໌ໂຍ ຫົວໜ້າສໍານັກງານຄົ້ນຫາ ແລະ ກູ້ໄພ ອິນໂດເນເຊຍກ່າວດ້ວຍຄວາມໝັ້ນໃຈວ່າ ພົບສ່ວນຫາງຂອງເຄື່ອງບິນຫຼັງຈາກໄດ້ເບິ່ງພາບໃຕ້ນໍ້າ ແລະ ອາກຈະນໍາໄປສູ່ການພົບກ໋ອງດໍາ ເນື່ອງຈາກວ່າໂດຍປົກກະຕິກ໋ອງດໍາທີ່ບັນທຶກຂໍ້ມູນຈະຕິດຕັ້ງໄວ້ທີ່ສ່ວນຫາງຂອງເຄື່ອງບິນ ການພົບຄັ້ງນີ້ ທ່ານ ໂຊລິສຕ໌ໂຍ ບອກວ່າປະສົມຄວາມສໍາເລັດຕາມເປົ້າໝາຍ

ກ່ອນໜ້ານີ້ ທ່ານ ໂຊລິສຕ໌ໂຍບອກວ່າພົບ 5 ຊີ້ນສ່ວນ ຂະໜາດໃຫຍ່ ຂອງເຄື່ອງບິນແຕ່ບໍ່ມີການຢຶນຢັນວ່າເປັນສ່ວນໃດຂອງເຄື່ອງບິນ ຊຶ່ງແຕກຕ່າງຈາກຄັ້ງນີ້ທີ່ເຂົາເຊື່ອວ່າພົບຊີ້ນສ່ວນຫາງຂອງເຄື່ອງບິນແລ້ວ ຫາກວ່າເປັນຊີ້ນສ່ວນຫາງແທ້ກ໋ອງດໍາກໍ່ຈະຢູ່ທີ່ນັ້ນ.

ທັງນີ້ເຄື່ອງບິນແອຣ໌ເອເຊຍອຶນໂດເນເຊຍ ທ່ຽວບິນ QZ8501      ຫາຍໄປຈາດຈໍເລດາຣ໌ ໃນລະຫວ່າງມີພາຍຸເມື່ອວັນທີ 28 ທັນວາ 2014 ທີ່ຜ່ານມາ ລະຫວ່າງບິນຈາກເມືອງສຸລາບາຍາ ໄປສິງກະໂປ ພ້ອມຜູ້ໂດຍສານ ກັບລູກເຮືອ162 ຄົນ ສ່ວນໃຫຍ່ເປັນຊາວ ອິນໂດເນເຊຍ, ແມ່ນປະຕິບັດການກູ້ໄພຄັ້ງໃຫຍ່ໄດ້ຮັບການຊ່ວຍເຫຼືອຈາກນານຊາດ ແຕ່ຂະບວນການກູ້ຊາກເຄື່ອງບິນ ແລະ ສົບຜູ້ເສຍຊີວິດບໍ່ອາດດໍາເນີນໄປຢ່າງລາບລື້ນເນື່ອງຈາກສະພາບອາກາດທີ່ດປັນອຸປະສັກ ຕໍ່ການຄົ້ນຫາ ຊຶ່ງເທົ່າທີ່ຜ່ານມາ ກູ້ສົບຜູ້ເສຍຊີວິດໄດ້ແລ້ວ 39 ລາຍໂດຍທັງໝົດແມ່ນຟູຂຶ້ນມາເທີງໜ້ານໍ້າທະເລ.

>>http://www.dailynews.co.th/Content/foreign

 

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...