spot_img
Homeຂ່າວຕ່າງປະເທດຍີ່ປຸ່ນ ປະມູນປາທູນ່າຄີນ້ຳເງິນຂະໜາດໃຫຍ່ ໄດ້ລາຄາ 299 ລ້ານ

ຍີ່ປຸ່ນ ປະມູນປາທູນ່າຄີນ້ຳເງິນຂະໜາດໃຫຍ່ ໄດ້ລາຄາ 299 ລ້ານ

Published on

JAPAN-ECONOMY-CULTURE-FISHING-AUCTION-NEW YEAR-FOOD

 

ຍີ່ປຸ່ນປະມູນປາທູນ່າຄີນ້ຳເງິນ ນ້ຳໜັກ 180 ກິໂລ ໃນລາຄາ 4.5 ລ້ານເຢນ ຫລື ປະມານ 299 ລ້ານກີບ ຫລັງເປີດຕະ

ຫລາດປາຄັ້ງທຳອິດຂອງປີ ເຜີຍລາຄາຕ່ຳລົງອີກເປັນປີທີສອງ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ມັງກອນຜ່ານມານີ້ວ່າ ທີ່ນະຄອນຫລວງໂຕກຽວ ປະເທດຍີ່ປຸ່ນ ປາທູນ່າ

ຄີນ້ຳເງິນຂະໜາດໃຫຍ່ ນ້ຳໜັກ 180 ກິໂລກຣາມ ໄດ້ຖືກປະມູນໄປແລ້ວ ດ້ວຍລາຄາ 4,500,000 ເຢນ ຫລື ປະມານ

299 ລ້ານກີບ ໂດຍແມ່ນ ທ່ານ ຄິໂຍຊິ ຄິມູຣະ ເຈົ້າຂອງຮ້ານຊູຊິ ເປັນຜູ້ຊະນະການປະມູນ ເຊິ່ງລາວໄດ້ຊະນະປະມູນປາ

ທູນ່າເປັນປີທີ 4 ຕິດຕໍ່ກັນແລ້ວ, ແນວໃດກໍຕາມ ລາຄາປະມູນໃນປີນີ້ ຖືວ່າຫລຸດລົງຕໍ່ເນື່ອງເປັນປີທີສອງແລ້ວ.

 

JAPAN-LIFESTYLE-FISHING-AUCTION-NEW YEAR-FOOD

 

ລາຍງານໄດ້ເປີດເຜີຍວ່າ ໃນຕອນເຊົ້າຂອງວັນທີ 5 ມັງກອນຜ່ານມາ ຢູ່ຕະຫລາດປາສຶຄິຈິ ໄດ້ກັບມາເປີດການປະມູນ

ປາເປັນຄັ້ງທຳອິດຂອງປີ ຫລັງຈາກທີ່ພັກໃນໄລຍະປີໃໝ່ ເຊິ່ງໃນທຸກໆມື້ຈະມີປານັບຮ້ອຍໂຕມາວາງປະມູນ ທ່າມກາງ

ກະແສປຸກລະດົມໃຫ້ຫລຸດຜ່ອນການບໍລິໂພກປາທູນ່າຄີນ້ຳເງິນລົງ ເນື່ອງຈາກຄວາມນິຍົມຢ່າງໜັກຂອງຊາວຍີ່ປຸ່ນ

ທີ່ນຳມາເຮັດຊູຊິ ແລະ ຊາຊິມິ ໄດ້ເຮັດໃຫ້ສະຫະພາບເພື່ອການອະນຸຮັກທຳມະຊາດ ຈັດໃຫ້ປາສາຍພັນນີ້ ຖືກຈັດຢູ່ໃນ

ກຸ່ມສ່ຽງຕໍ່ການສູນພັນ.

 

JAPAN-LIFESTYLE-FISHING-AUCTION-NEW YEAR-FOOD

JAPAN-LIFESTYLE-FISHING-AUCTION-NEW YEAR-FOOD

JAPAN-LIFESTYLE-FISHING-AUCTION-NEW YEAR-FOOD

JAPAN-LIFESTYLE-FISHING-AUCTION-NEW YEAR-FOOD

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...