spot_img
Homeຂ່າວຍົນຕົກເດັກນ້ອຍຜູ້ຍິງ 7 ປີລອດຢ່າງປະຕິຫານຫຼັງຍົນຕົກທີ່ສະຫະລັດ

ເດັກນ້ອຍຜູ້ຍິງ 7 ປີລອດຢ່າງປະຕິຫານຫຼັງຍົນຕົກທີ່ສະຫະລັດ

Published on

news11-1

ວັນທີ 3 ມັງກອນ ທີ່ຜ່ານມາ ຕໍາຫຼວດລັດຄນທັກກີຂອງສະຫະລັດແຈ້ງວ່າ ເດັກນ້ອຍຜູ້ຍິງ ອາຍຸ 7 ປີ ຄົນໜຶ່ງໄ້ດເດີນທາງກັບບ້ານຫຼັງຈາກລອດຊີວິດຈາກເຫດການເຄື່ອງບິນຕົກ ຂະນະທີ່ນັກບິນ ແລະ ຜູ້ໂດຍສານອີກ 3 ຄົນສຍຊີວິດໝົດ.

ຕໍາຫຼວດເປີດເຜີຍວ່າເດັກນ້ອຍຜູ້ຍິງຍາງກັບບ້ານແບບງົງໆ ແລະ ບອກຄົນໃນບ້ານວ່າ ໂຕເອງຫາກໍ່ອອກມາຈາກເຄື່ອງບິນຕົກ ທາງບ້ານກໍ່ຕົກໃຈແລະຮີບແຈ້ງເຈົ້າໜ້າທີ່ ແລະ ນໍາຕົວຂແງດັກໄປໂຣງໝໍ ເພາະມີບາດແຜເລັກໜ້ອຍ ເຈົ້າໜ້າທີ່ພົບຊາກເຮືອບິນນ້ອຍ ໃນອີກບໍ່ເທົ້າໃດຊົວໂມງຕໍ່ມາ ແລະ ຢືນຢັນວ່ານັກບິນພ້ອມກັບຜູ້ໂດຍສານອີກ 3 ຄົນສຍຊີວິດທັງໝົດ

ດ້ານສໍານັກງານບໍລິຫານການບິນແຫ່ງຊາດສະຫະລັດ (ເອຟເອເອ) ເປີດເຜີຍວ່າ ເຈົ້າໜ້າທີ່ຄວບຄຸມການຈະລາຈອນທາງອາກາດຂາດກການຕິດຕໍ່ກັບເຄື່ອງບິນນ້ອຍ ໄປເປີຣ໌ PA-34 ຂະນະເຄື່ອງບິນກໍາລັງບິນເໜືອນ່ານຟ້າເທສມະນະນົລມາຣ໌ເຊລທາງຕາວັນຕົກສຽງໃຕ້ຂອງສະຫະລັດ ໂດຍກ່ອນໜ້ານັ້ນນັກບິນແຈ້ງວ່າ ເຄື່ອງບິນມີບັນຫາ.

>>http://news.sanook.com/1724945/

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...