Homeຂ່າວຕ່າງປະເທດຈໍາກັດພຶ້ນທີ່ການຄົ້ນຫາ ທ່ຽວບິນ QZ8501 ລົງ!

ຈໍາກັດພຶ້ນທີ່ການຄົ້ນຫາ ທ່ຽວບິນ QZ8501 ລົງ!

Published on

 news01-1

ຈໍາກັດພື້ນທີ່ໃນການຄົ້ນຫາເຄື່ອງບິນແອຣ໌ເອເຊຍແຄບລົງ ເງົາດໍາທີ່ພົບອາດປັນຊາກເຮືອລົບເກົ່າ

ໜ່ວຍກູໄພທັງຂອງອິນໂດເນເຊຍ ແລະ ນານາປະເທດ ຍັງຄົງເລັງເດີນໜ້າຄົ້ນຫາສົບຜູ້ໂດຍສານທີ່ເສຍຊີວິດໃນເຫດການເຄື່ອງບິນສແອຣ໌ເອເຊຍຕົກ  ກ່ອນທີ່ສະພາບອາກາດຈະປັ່ນປ່ວນໜັກລົງກວ່ານີ້ ໂດຍລ່າສຸດພົບແລ້ວ 22 ສົບ.

ຂະນະທີ່ການກູ້ໄພລີ່ມມີຄວາມຫວັງໃນການຄົ້ນຫາຫຼາຍຂຶ້ນ ເພາະຈໍາກັດພຶ້ນທີ່ຄົ້ນຫາໃຫ້ແຄບເຂົ້າ ເນັ້ນໃສ່ບໍລິເວັນໃຈກາງຈຸດເຄື່ອງຕົກ ແຕ່ນັກປະດານໍ້າຍັງບໍ່ສາມາດລົງປະຕິບັດງານໃຕ້ທະເລໃດ້ ເພາະຕິດບັນຫາຄື່ນລົມແຮງ ຂະນະທີ່ເງົາດໍາທີ່ພົບເຫັນອາດບໍ່ແມ່ນຊາກເຮືອບິນ ແຕ່ອາດເປັນຊາກເຮືອລົບເກົ່າ.

ໜ່ວຍກູໄພຂອງອິນໂດເນເຊຍ ກໍານົດພື້ນທີ່ຄົ້ນຫາໃຫ້ແຄບເຂົ້າໂດຍເຮືອທັງ 29 ລໍາ ແລະ ເຄື່ອງບິນອີກ 17 ລໍາ ໃນທີມກູ້ໄພ ມຸ້ງຄົ້ນຫາພື້ນທີ່ສະເພາະ 1,575 ຕາລາງໄມລ໌ທະເລ ຈາກເກົ່າ ກວ້າ ເຖິງ 13,500 ຕາລາງໄມລ໌ .

ພາລະກິດຫຼັກສໍາຄັນກໍ່ຄື ການຄົນຫາຈຸດທີ່ຊິ້ນສ່ວນລໍາຕົວຂອງເຮືອບິນຊິ້ນໃຫຍ່ທີ່ສຸດຈົມຢູ່ກົນທະເລ ແລະ ການຫາຕໍາແໜ່ງຂອງກ໋ອງ ຫຼືກ໋ອງບັນທຶກການບິນ ຊຶ່ງເວລານີ້ນັກດໍານໍ້າ ເທິງເຮືອບັນດາອາເຈະຫ໌ ລວມທັງເຈົ້າໜ້າທັງຈາກຝຣັງ ແລະ ສິງກະໂປ ທີ່ມີອຸປະກອນກວດຈັບສັນຍານກ໋ອງດໍາ ດ້ວຍຄື່ນສຽງໂຊນາຣ໌ ຕຽມພ້ອມທີ່ຈະລົງໄປສໍາລວດໃຕ້ນໍ້າແລ້ວ ພຽງແຕ່ຕິດບັນຫາຄື່ນລົມແຮງເທົ້ານັ້ນ ຈົນເຖີງຂະນະນີ້ທີມກູ່ໄພພົບຊີ້ນສ່ວນເຄື່ອງບິນແລ້ວບາງຊິ້ນສ່ວນ  ຄາດວ່າໜ້າຈະເປັນສ່ວນປີກຂອງເຄື່ອງບິນ
ຂະນະດຽວກັນເຈົ້າທີ່ອິນໂດເນເຊຍ ເຜີຍວ່າເງົາດໍາທີ່ພົບເຫັນໃນນໍ້າອາດຈະບໍ່ແມ່ນເຄື່ອງບິນແອຣ໌ອເຊຍ  ແລະ ອາດເປັນໄປໄດ້ວ່າຈະເປັນຊາກເຮືອລົບຫຼາຍລໍາຂອງຝ່າຍສໍາພັນທະມິດ ທີ່ຖືກກອງທັບຢີປຸນຈົມລົງໃນບໍລິເວນນັ້ນ ສະໄໝສົງຄາມໂລກຄັ້ງທີ່ 2 .

ສ່ວນການຄົ້ນຫາຮ່າງຂອງຜູ້ເສຍຊີວິດ ພົບເພີ່ມອີກ 7 ສົບ ໃນຈໍານວນທີ່ມີ 6 ສົບ ພົບໂດຍຮືອບິນຂອງສະຫະລັດ ເທີງເຮືອລົບ USS Sampson ຊຶ່ງລໍາລຽງສົບມາຍັງເມືອງບັງກາລັນບຸນ ເທີງເກາະ ບອຣ໌ເນຍຊຶ່ງໃກ້ກັບຈຸດທີ່ເຄື່ອງບິນຕົກຫຼາຍທີ່ສຸດ ກ່ນອທີ່ຈະລໍາລຽງຂຶ້ນລົດພະຍາບານເພື່ອພີສູດເອກະລັກຂອງແຕ່ລະບຸກຄົນຕໍ່ໄປ.

>>http://news.sanook.com/1724815/

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...