Homeຂ່າວພາຍ​ໃນຂ່າວເສົ້າແຟນຫົງແດງ ເຈີຣ໌ລາຣ໌ດ ປະກາດຍ້າຍທີມ

ຂ່າວເສົ້າແຟນຫົງແດງ ເຈີຣ໌ລາຣ໌ດ ປະກາດຍ້າຍທີມ

Published on

 

 

imagesdownload

imagjes

ແດລີເມລ໌ ສື່ຂອງອັງກິດ ປະກາດຂ່າວໃຫຍ່ໄປຫົ່ວໂລກ ວ່າ ສະຕີເວັ່ນ ເຈີຣ໌ລາຣ໌ດ ກັບຕັນທີມ ຫົງແດງລີເວີຣ໌ພູລ ກຽມເກັບເຄື່ອງຍາຍອອກຈາກຖິ່ນແອນຟິລດ໌ ເມື່ອຈົບລະດູການນີ້ຢ່າງແນ່ນອນ ຫຼັງຈາກບໍ່ຍອມຕໍ່ສັນຍາສະບັບໃໝ່ ກັບ ຫົງແດງ ທີ່ກໍາລັງຈະໝົດລົງໃນອີກ 6 ເດືອນຕໍ່ໜ້າ.

ສື່ດັງກ່າວກໄດ້ລະບຸວ່າ ເຈີຣ໌ລາຣ໌ດ ບໍ່ພໍໃຈສະໄມສອນກັບສັນຍາໃໝ່ທີ່ສະເໜີເຂົ້າມາໃຫ້ພິຈາລະນາ ໂດຍຄາດວ່າໜ້າຈະມາຈາກການ ຫຼຸຸດຄ່າເມື່ອຍ ລົງຈາກເກົ່າ ຊຶ່ງເປັນສາເຫດເຮັດໃຫ້ ເຈີຣ໌ລາຣ໌ດ ກຽມປະກາດອໍາລາທີມ

ທັງນີ້ດາວເຕະໄວ 34 ປີ ຫາກໍ່ເຕະໄດ້ສອງປະຕູໃນເກັມເມື່ອວັນທີ 1 ມັງກອນ ທີ່ຜ່ານມາ ໃນເກັມພຣີເມຍລີກທີ່ສະເໝີກັບ ເລສເຕີຣ໌ ຊີຕີ 2-2
ໂດຍທີມເຕັງທີ່ຈະໄດ້ຕົວຂອງ ສຸດຍອດ ມິດຟິລດ໌ ຢ່າງ ເຈີຣ໌ລາຣ໌ດ ຄື ລອສແອງຈລິສ ແກແລກຊີ ທີມດັງໃນເມເຈີຣ໌ລີກ ຊອກເກີຣ໌ ປະເທດສະຫະລັດ

ທັງນີ້ ສະຕີເວັນ ເຈີຣ໌ລາຣ໌ດ ໄດ້ຄວ້າແຊ່ມຮ່ວມກັບທີມ ຫົງແດງລີເວີພູລ໌  ມາແລ້ວໃນຫຼາຍໆລາຍການ ໂດຍລວມມີ ເອຟເອຄັບ 2 ສະໄໝ, ລີກຄັບ 3 ສໄໝ, ຢູຟ່າແຊ່ມປຽນລີກ 1 ສະໄໝ ແລະ ຢູຟ່າຄັບ 1 ສະໄໝ, ຍິງໃຫ້ກັບ ລີວີຣ໌ພູລ໌ 180 ປະຕູ ຈາກການລົງສະໜາມທັງໝົດ 697 ນັດ.

ບົດຄວາມຫຼ້າສຸດ

ເຮັດແທ້ທຳຈິງ! ແຂວງສະຫວັນນະເຂດ ປະກາດເລັ່ງປາບປາມການລັກລອບຂຸດແຮ່-ຕັດໄມ້ເຖື່ອນ

ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V ວັນທີ 24 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ...

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...