Homeຂ່າວຕ່າງປະເທດQZ8501 ຂາດການຕິດຕໍ່ຍ່ອນຫຍັງ?

QZ8501 ຂາດການຕິດຕໍ່ຍ່ອນຫຍັງ?

Published on

news01-1

ຫຼາຍຝ່າຍຕ່າງກໍ່ຕັ້ງປະເດັນວ່າສາເຫດທີ່ເຮັດໃຫ້ເຮືອບິນ QZ8501 ຂອງສາຍການບິນແອເອເຊຍສູນຫາຍ ໜ້າຈະມາຈາກສະພາບດິນຟ້າອາກາດທີ່ປ່ວນປັນ ແຕ່ສະພາບດິນຟ້າອາກາດພຽງຢ່າງດຽວເປັນປັດໃຈຫຼັກຂອງເຫດການໃນຄັ້ງນີ້ຫຼືບໍ່

ນັກວິເຄາະຈາກສໍາໜັກຂ່າວCNN ເບິ່ງວ່າພາຍຸຟ້າຄະນອງເຖິງແມ່ນວ່າຈະເປັນໜຶ່ງໃນສາເຫດສໍາຄັນທີ່ອາດຈະເຮັດໃຫ້ QZ8501 ຂາດການຕິດຕໍ່ໄປ ແຕ່ຄວາມຈິງແລ້ວສິ່ງທີ່ໜ້າກັງວົນຫຼາຍກວ່າກໍ່ຄື ການຕັດສິນໃຈຂອງນັກບິນຫຼັງຈາກຊາບວ່າ ມີພາຍຸຢູ່ເບື້ອງໜ້າ ເພາະບາງຄັ້ງການຕັດສິນໃຈດັ່ງກ່າວບໍ່ໄດ້ມີເວລາໃຫ້ຄິດຫຼາຍ ແລະ ຄວາມສ່ຽງທີ່ຈະເກີດຄວາມຜິດພາດຈາກການຕັດສິນໃຈນັ້ນກໍ່ມີຫຼາຍພໍສົມຄວນ.

ຂະນະທີ່ ອະລາສແຕຣ໌ ໂລເຊນເຊນ ອາດີດນັກບິນກໍ່ໄດ້ຫ້ສໍາພາດກັບສໍານັກຂ່າວ CNN ວ່າຕາມປົກກະຕິແລ້ວເວລາ ທີ່ນັກບິນເຈີ ພາຍຸຢູ່ຂ້າງໜ້າ ການຕັດສິນໃຈທີ່ດີທີ່ສຸດ ກໍ່ຄືການບິນຫລີກລຽງ ຫຼື ບີນອ້ອມພາຍຸດັ່ງກ່າວໄປແຕ່ການຫຼີກລຽງດ້ວຍການຍົກລະດັບຕວາມສູງຂອງເຄື່ອງບີນຂຶ້ນນັ້ນ ອາດຈະບໍ່ແມ່ນທາງເລືອກທີ່ດີພໍເທົ້າໃດ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...