spot_img
Homeຂ່າວຕ່າງປະເທດໄຟໄໝ້ເຮືອຂ້າມຟາກຂອງອີຕາລີ ເສຍຊີວິດ 1 ຍັງຕິດຄ້າງພາຍໃນເຮືອ 300​ ກ່ວາຄົນ!

ໄຟໄໝ້ເຮືອຂ້າມຟາກຂອງອີຕາລີ ເສຍຊີວິດ 1 ຍັງຕິດຄ້າງພາຍໃນເຮືອ 300​ ກ່ວາຄົນ!

Published on

EyWwB5WU57MYnKOuFNDpcj2sAOM8TBgkOUixIckGCB6jglxPlldb2K

 

ເກີດເຫດໄຟໄໝ້ເຮືອຂ້າມຟາກສັນຊາດອີຕາລີ ໃນນ່ານນ້ຳໃກ້ປະເທດເກຣັກ ມີຜູ້ໂດຍສານຕິດຄ້າງຢູ່ຫລາຍຮ້ອຍ

ຄົນຂະນະທີ່ມີລາຍງານຜູຸ້ເສຍຊີວິດແລ້ວ 1 ຄົນ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນຕອນເຊົ້າມື້ນີ້ (29 ທັນວາ) ວ່າ ເກີດເຫດໄຟໄໝ້ເຮືອຂ້າມຟາກຊື່ ນໍແມນ ແອັດ

ແລັນຕິກ ໃນເຂດນ່ານນ້ຳໃກ້ກັບຊາຍຝັ່ງປະເທດເກຣັກ ເຊິ່ງມີຜູ້ໂດຍສານ ແລະ ລູກເຮືອຕິດຢູ່ພາຍໃນເຮືອດັ່ງກ່າວ

447 ຄົນ ໃນຕອນເຊົ້າຂອງວັນອາທິດ ( 28 ທັນວາ ຕາມເວລາທ້ອງຖິ່ນ) ເຊິ່ງລ່າສຸດ ມີຜູ້ເສຍຊີວິດແລ້ວ 1 ຄົນ ໂດຍ

ໜ່ວຍຍາມຊາຍຝັ່ງອີຕາລີລະບຸວ່າ ເປັນຜູ້ໂດຍສານເພດຊາຍ ທີ່ໂດດອອກຈາກເຮືອ ແລະ ພ້ອມກັນນັ້ນ ກໍມີຜູ້ໄດ້ຮັບ

ບາດເຈັບໃນລັກສະນະດຽວກັນອີກ 2 ຄົນ.

 

ເຮືອຂ້າມຟາກລຳດັ່ງກ່າວ ບັນຈຸຜູ້ໂດຍສານກ່ວາ 400 ຄົນ ແລະ ລູກເຮືອອີກ 56 ຄົນ ລວມທັງຍານພາຫະນະຊະນິດ

ຕ່າງໆອີກ 222 ຄັນ ກ່ອນທີ່ຈະເລີ່ມມີໄຟລຸກໄໝ້ຂຶ້ນ ບໍ່ດົນປານໃດຫລັງຈາກທີ່ເຮືອໄດ້ອອກເດີນທາງຈາກເມືອງອິກູ

ເມນິດຊາ ປະເທດເກຣັກ ເພື່ອມຸ່ງໜ້າໄປຍັງເມືອງອັງໂຄນາ ຂອງອີຕາລີ ໂດຍສັນນິຖານເບື້ອງຕົ້ນວ່າ ຕົ້ນຕໍຂອງໄຟ

ແມ່ນເກີດມາຈາກພື້ນທີ່ເຂດໂຮງຈອດລົດ.

 

NjpUs24nCQKx5e1DG0BeGOulWReQwjSh2m8LMpcEBLj

 

ແນວໃດກໍຕາມ ທີມກູ້ໄພຂອງທາງການ ເຊິ່ງນຳໂດຍກອງທັບອີຕາລີ ໄດ້ເລັ່ງເຂົ້າຊ່ວຍເຫລືອຜູ້ປະສົບເຫດ ສາມາດ

ຊ່ວຍເຫລືອຜູ້ໂດຍສານອອກມາໄດ້ແລ້ວ 165 ຄົນ, ແຕ່ກໍຍັງຄົງເຫລືອຜູ້ໂດຍສານຕິດຄັ້ງຢູ່ອີກ ເຖິງ 312 ຄົນ ຍັງຄົງ

ຈະຕ້ອງໄດ້ປະຕິບັດການຊ່ວຍເຫລືອຕໍ່ໄປ.

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...