Published on

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ ຍຸຕິທຳ ແລະ ກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ໂດຍການເຂົ້າຮ່ວມຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ (ຜູ້ຊີ້ນໍາວຽກງານກົດໝາຍ ແລະ ຍຸຕິທຳ).

​ ໃນການພົບປະ, ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການກົດໝາຍ ແລະ ຍຸຕິທຳ ແລະ ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ໄດ້ລາຍງານຫຍໍ້ການເຄື່ອນໄຫວວຽກງານພົ້ນເດັ່ນ ນັບແຕ່ກອງປະຊຸມຄັ້ງປະຖົມມະລືກຂອງ ສພຊ ຊຸດທີ X ຮອດປັດຈຸບັນ ເຊິ່ງໄດ້ຕີລາຄາດ້ານດີຜົນສໍາເລັດທີ່ຍາດມາໄດ້ ແລະ ຂໍ້ຄົງຄ້າງບາງດ້ານທີ່ຈະຕ້ອງສືບຕໍ່ແກ້ໄຂ ເປັນຕົ້ນແມ່ນດ້ານການເມືອງແນວຄິດ, ດ້ານການຈັດຕັ້ງ-ພະນັກງານ, ດ້ານນິຕິບັນຍັດ, ດ້ານການຕົກລົງບັນຫາສໍາຄັນພື້ນ ຖານຂອງປະເທດຊາດ, ດ້ານການຕິດຕາມກວດກາ, ວຽກງານຕ່າງປະເທດ, ການສ້າງຄວາມເຂັ້ມແຂງ ແລະ ວຽກງານອື່ນໆ ທັງໄດ້ວາງທິດທາງແຜນການປະຈຳປີ 2027. ພ້ອມດຽວກັນ, ກໍເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ສະແດງຄວາມຄິດເຫັນ ແລະ ຂໍ້ສະເໜີຕ່າງໆ ກ່ຽວກັບຂໍ້ສະດວກ ແລະ ຂໍ້ຫຍຸງຍາກໃນການປະຕິບັດໜ້າທີ່ວຽກງານຕົວຈິງ.

ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້ໃນໄລຍະຜ່ານມາ ທັງໃຫ້ທິດຊີ້ນຳຕໍ່ການນຳ ແລະ ພະນັກງານ-ລັດຖະກອນຂອງສອງກຳມາທິການ ໂດຍສະເພາະແມ່ນການເປັນແບບຢ່າງນຳໜ້າໃນການສ້າງຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນຍິ່ງຂຶ້ນ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງກຳມາທິການ ໃຫ້ມີຜົນສຳເລັດ ແລະ ມີຄຸນນະພາບສູງຂຶ້ນກວ່າເກົ່າ, ສືບຕໍ່ປັບປຸງແບບແຜນ, ກົນໄກວິທີເຮັດວຽກ ໃຫ້ມີຄວາມຮັດກຸມ, ຫັນເປັນທັນສະໄໝ, ຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາການ, ພາສາຕ່າງປະເທດ ແລະ ປະສານສົມທົບກັບພາກສ່ວນຕ່າງໆ ໃຫ້ແໜ້ນແຟ້ນ ແລະ ແທດເຖິງກວ່າເກົ່າ ເພື່ອແກ້ໄຂບັນຫາໃຫ້ທັນເວລາ ແລະ ມີຜົນສຳເລັດດີຂຶ້ນກວ່າເກົ່າ.

ທີ່ມາ: ຂ່າວຜູ້ແທນປະຊາຊົນ

ບົດຄວາມຫຼ້າສຸດ

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...

ເຮັດແທ້ທຳຈິງ! ແຂວງສະຫວັນນະເຂດ ປະກາດເລັ່ງປາບປາມການລັກລອບຂຸດແຮ່-ຕັດໄມ້ເຖື່ອນ

ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V ວັນທີ 24 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ...

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....