Homeຂ່າວພາຍ​ໃນປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

Published on

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ ປອ. ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າ ຫສນຍ ກັບ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ນຳໂດຍທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງ ຍທຂ; ມີບັນດາທ່ານຮອງລັດຖະມົນຕີ, ຫົວໜ້າກົມ-ຮອງຫົວໜ້າ ແລະ ພະນັກງານທີ່ກ່ຽວຂ້ອງ ຈາກ ຫສນຍ ແລະ ກະຊວງ ຍທຂ ເຂົ້າຮ່ວມ.

​​ກອງປະຊຸມ ໄດ້ພ້ອມກັນລົງເລິກຄົ້ນຄວ້າ ແລະ ປຶກສາຫາລື ຕໍ່ບັນດາທິດຊີ້ນຳ ຂອງລັດຖະບານ ໃນການກໍ່ສ້າງ ແລະ ປັບປຸງເສັ້ນທາງ ເພື່ອຈັດຕັ້ງຜັນຂະຫຍາຍສູ່ວຽກງານຕົວຈິງ ໃຫ້ເປັນແຜນການ-ແຜນງານ ແລະ ໂຄງການລະອຽດ ໃນແຕ່ດ້ານຢ່າງວ່ອງໄວ ບົນພື້ນຖານສອດຄ່ອງກັບທ່າແຮງ ແລະ ຄວາມສາມາດຕົວຈິງຂອງປະເທດເຮົາ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ທາງດ້ານໂຄງລ່າງພື້ນຖານ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄືການໄປມາ ແລະ ດຳລົງຊີວິດຂອງປະຊາຊົນ ມີຄວາມສະດວກ, ໄດ້ຮັບການປັບປຸງ ແລະ ຍົກລະດັບດີຂຶ້ນເປັນກ້າວໆ ຕາມຄຳເຫັນຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຈຳນວນ 8 ຂໍ້ ກໍຄືແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະ ມົນຕີ ສະບັບເລກທີ 1514/ຫສນຍ, ລົງວັນທີ 28 ຕຸລາ 2026 ໃຫ້ປະກົດຜົນເປັນຈິງ.

​ຜ່ານການປຶກສາຫາລື, ສອງຝ່າຍເຫັນດີ ສ້າງກົນໄກການປະສານງານເຊິ່ງກັນ ແລະ ກັນ ໃຫ້ມີຄວາມໂລ່ງລ່ຽນ, ວ່ອງໄວ ແລະ ທັນການກວ່າເກົ່າ; ໃຫ້ມີການຈັດກອງປະຊຸມປຶກສາຫາລືຮ່ວມກັນ ປະຈຳ 3 ເດືອນ, 6 ເດືອນ ຢ່າງເປັນປົກກະຕິ ເພື່ອທົບທວນຄືນການຈັດຕັ້ງປະຕິບັດວຽກງານ ໂດຍມອບໃຫ້ບັນດາກົມທີ່ກ່ຽວຂ້ອງ ພົວພັນ-ປະສານງານ ໃນການຕິດຕາມ, ກວດກາ, ຊຸກຍູ້ ແລະ ລາຍງານ ຜົນການຈັດຕັ້ງຜັນຂະຫຍາຍທິດຊີ້ນຳຂອງລັດຖະບານ ຢ່າງເປັນປົກກະຕິ ເພື່ອຮ່ວມກັນຄົ້ນຄວ້າວາງທິດທາງແຜນການ ໃຫ້ສອດຄ່ອງ, ມີປະສິດທິພາບ, ປະສິດທິຜົນ ແລະ ເປັນເອກະພາບສູງ ໃນການຈັດຕັ້ງປະຕິບັດ ແລະ ລາຍງານລັດຖະບານ ໃນແຕ່ລະໄລຍະ.

 

ຂໍ້ມູນຈາກ: ຫ້ອງວ່າການສຳນັກງາານນາຍົກລັດຖະມົນຕີ

ພາບຈາກ: ໂຄງການປັບປຸງທາງຫຼວງແຫ່ງຊາດ NR12 ທ່າແຂກ-ຍົມມະລາດ ສັນຍາ1

 

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...