ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ, ທ່ານ ພອນໄຊ ອ່ອນສາ ຮອງປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍການນຳພະນັກງານເຂົ້າຮ່ວມ.

ໃນໂອກາດນີ້ ທ່ານ ພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີກ່າວຕ້ອນຮັບ ແລະສະແດງຄວາມຊົມເຊີຍຂອງລັດຖະມົນຕີກະຊວງ ຍທຂ ພ້ອມຄະນະ ທີ່ໄດ້ລົງເຄື່ອນໄຫວ ແລະ ເຮັດວຽກໃນຄັ້ງນີ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່, ຄວາມເປັນຫ່ວງເປັນໄຍ ແລະ ການສະໜັບສະໜູນອັນໃຫຍ່ຫຼວງຕໍ່ການພັດທະນາເສດຖະກິດສັງຄົມ ກໍຄືການພັດທະນາພື້ນຖານໂຄງລ່າງຂອງເເຂວງຜົ້ງສາລີ.
ທ່ານ ພອນໄຊ ອ່ອນສາ ຮອງປະທານຄະນະກຳມະການປົກຄອງແຂວງ ໄດ້ລາຍງານຫຍໍ້ການພັດທະນາເສດຖະກິດສັງຄົມໄລຍະ 5 ປີຜ່ານມາ ຂອງແຂວງໂດຍສະເພາະການພັດທະນາພື້ນຖານໂຄງລ່າງເປັນທີ່ສຳຄັນໃນການປັບປຸງສ້ອມແປງເສັ້ນທາງພົບຄວາມຫຍຸ້ງຍາກໄລຍະຜ່ານມາເຫັນວ່າໃນການສັນຈອນ ຂົນສົ່ງສິນຄ້າໄປມາຫາສູ່ມີພົບຄວາມຫຍຸ້ງຍາກຫຼາຍ, ຖ້າຫາກວ່າໄດ້ຮັບການປັບປຸງກໍ່ສ້າງແລ້ວ ເສັ້ນທາງເປັນປັດໃຈຕົ້ນຕໍຕັດສິນໃນການຄົມມະນາຄົມຂົນສົ່ງ, ການໄປມາສະດວກວ່ອງໄວຍີ່ງຂຶ້ນເປັນທ່າແຮງທີ່ສຳຄັນປະກອບສ່ວນເຂົ້າ ໃນການພັດທະນາພື້ນຖານໂຄ່ງລ່າງຍົກລະດັບເສັ້ນທາງຫຼວງແຫ່ງຊາດ ລະຫວ່າງເມືອງຕໍ່ເມືອງແຂວງຕໍ່ແຂວງແລະອອກສູ່ຊາຍແດນ ສປ ຈີນ ແລະ ສສ ຫວຽດນາມ.

ໃນກອງປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານ ແລະ ປະກອບຄຳເຫັນຈາກບັນດາທ່ານຫົວໜ້າກົມ, ຮອງຫົວຫນ້າກົມ ຈາກກະຊວງ ຍທຂ ເພື່ອປັບປຸງຍົກລະດັບພັດທະນາພື້ນຖານໂຄງລ່າງໃຫ້ມີຄວາມຍືນຍົງ ແລະ ທົ່ວເຖິງພາຍໃນເເຂວງ ໃນໄລຍະ5 ປີ 2026-2030 ເຊັ່ນ: ວຽກງານແຜນການ ແລະ ການເງິນ, ວຽກງານນ້ຳປະປາ, ວຽກງານການບິນ, ວຽກຈັດຕັ້ງພັກ-ພະນັກງານ ,ຂົວທາງ, ເຄຫາຜັງເມືອງ, ທາງນໍ້າ, ຂົນສົ່ງ, ຄຸ້ມຄອງພາຫະນະ ແລະ ຄົມມະນາຄົມຂົນສົ່ງ.
ທ່ານ ທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ໂອ້ລົມຕໍ່ກອງປະຊຸມໃນການພັດທະນາພື້ນຖານໂຄ່ງລ່າງເສັ້ນທາງໃນທົ່ວແຂວງ, ທ່າແຮງໃນການພັດທະນາເສດຖະກິດສັງຄົມ, ການຄຸ້ມຄອງການລົງທຶນພາກລັດ ແລະ ພາກທຸລະກິດ, ລາຍຮັບລາຍຈ່າຍ, ຊຸກຍູ້ສົ່ງເສີມການຜະລິດກະສິກຳເປັນສິນຄ້າ, ສົ່ງເສີມການທ່ອງທ່ຽວ , ພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ແລະ ໃນຕອນທ້າຍກອງປະຊຸມໄດ້ມີພິທີເຊັນບົດບັນທຶກວ່າດ້ວຍການຮ່ວມມື ພັດທະນາແຂວງຜົ້ງສາລີ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ແຂວງຜົ້ງສາລີ ເພື່ອເປັນການຈັດຕັ້ງຜັນຂະຫຍາຍ ຂໍ້ຕົກລົງຂອງ ນາຍົກລັດຖະມົນຕີ ສະບັບເລກທີ 27/ນຍ ລົງວັນທີ 20 ເມສາ 2026 ວ່າດ້ວຍ ການແບ່ງຄວາມຮັບຜິດຊອບໃຫ້ ກະຊວງ-ອົງການທຽບເທົ່າ ລົງຊ່ວຍນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ທົ່ວປະເທດ.
ທີ່ມາ: ກະຊວງໂຍທາທິການ ແລະ ຂົນສົ່ງ

