spot_img
Homeຂ່າວສັ້ນຫັນເອົາພາກທຸລະກິດ ເຂົ້າສູ່ລະບົບໂຄງສ້າງວິສາຫະກິດກົນໄກຕະຫຼາດ

ຫັນເອົາພາກທຸລະກິດ ເຂົ້າສູ່ລະບົບໂຄງສ້າງວິສາຫະກິດກົນໄກຕະຫຼາດ

Published on

ພາກທຸລະກິດຕ້ອງເຂົ້າສູ່ລະບົບໂຄງສ້າງວິສາຫະກິດກົນໄກຕະຫລາດເພື່ອເຄືອນໄຫວທຸລະກິດໃຫ້ມີປະສິດທິຜົນ

ທ່ານ ດຣ. ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນຫລວງ​ວຽງ​ຈັນ​ ໄດ້​ພົບ​ປະ​ໂອ້​ລົມ ​ກັບ​ພາກ​ທຸລະ​ກິດ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ພົບ​ປະ ລະ​ຫວ່ງ ​ອົງການ​ປົກຄອງ​ນະຄອນຫລວງວຽງ​ຈັນ ແລະ ສະພາ ​ການ​ຄ້າ ​ແລະ ອຸດ​ສາ​ຫະກຳ​ນະຄອນຫລວງວຽງ​ຈັນ​ ​ໃນນ​ວັນ​ທີ 24 ທັນວາ 2014 ທີ່ນະຄອນຫລວງ​ວຽງ​ຈັນ. ​ໂດຍທ່ານ ​ໄດ້​ເນັ້ນ​ໃຫ້​ພາກ​ທຸລະ​ກິດ​ຕ້ອງ​ເຂົ້າ​ສູ່​ລະບົບ​ໂຄງ​ສ້າງ​ວິ​ສາ​ຫະກິດ​ໃນ​ກົນ​ໄກ​ຕະຫລາດ ​ແລະ ຕາມ​ກົດໝາຍກຳນົດ ເພື່ອ​ຍັບ​ເຂົ້າ​​ໃກ້​ກົດໝາຍ, ທ່າ​ອຽງ​ລວມຂອງ​ສາກົນ ແລະ ຂອງ​ເຂດ​ການ​ຄ້າ​ເສລີ ເພື່ອ​ປ້ອງ​ກັນ​ການ​ເຄື່ອນ​ໄຫວ​ທຸລະ​ກິດ ​ໃຫ້​ມີ​ປະສິດທິ​ຜົນ, ມີ​ຄວາມ​ສະ​ເໝີ​ພາບ​ກັນ ແລະ ​ເຮັດ​ໃຫ້​ພະນັກງານ ຫລື ຜູ້​ໃຊ້​ແຮງ​ງານ​ໃນ​ຂົງ​ເຂດ​ທຸລະ​ກິດ​ມີ​ຄວາມ​ເພິ່ງ ​ພໍ​ໃຈ ​ແລະ ມີ​ອະນາ​ຄົດ​ໝັ້ນຄົງ.

ພ້ອມ​ກັນນີ້, ທ່ານ​ເຈົ້າ​ຄອງ​ນະຄ​ອນຫລວງ​ວຽງ​ຈັນ ຍັງ​ສະ​ເໜີ​ໃຫ້​ພາກ​ທຸລະ​ກິດ​ປັບ ປຸງ​ບັນຊີ​ລາຍຮັບ-ລາຍ​ຈ່າຍ ໃຫ້​ສອດຄ່ອງ​ກັບ​ກົດໝາຍ​ວ່າ​ດ້ວຍ​ການ​ບັນຊີ, ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ ​ແລະ ກົດໝາຍ ​ກ່ຽວຂ້ອງ​ອື່ນໆ ເພາະ​ປັດຈຸບັນ​ຍັງ​ພົບ​ວ່າ​ມີ​ພາກ​ທຸລະ​ກິດ ​ແລະ ວິ​ສາ​ຫະກິດ​ບໍ່​ຖື​ບັນຊີ​ເຖິງ 60%; ສະ​ເໜີໃຫ້​ສະພາ ​ການ​ຄ້າ ​ແລະ ອຸດສາຫະກຳ​ນະຄອນຫລວງ ​ເລືອກ​ຕົວ​ເດັ່ນ​ຂອງ​ພາກ​ທຸລະ​ກິດ, ຜູ້​ປະກອບ​ການ ​ໃຫ້​ຖື​ເອົາມູນ​ຄ່າ​ການ ​ເສຍ​ພາສີ-ອາກອນ​ຂອງ​ຕົນ, ຜູ້​ເສຍ​ພາສີ​-ອາກອນ​ຫລາຍ​ຖື​ວ່າ​ເປັນ​ຜູ້​ມີ​ຜົນງານ​ຫລາຍ​ກວ່າ, ຜູ້​ປະກອບສ່ວນ​ເສຍ​ພັນທະ ​ຫລາຍ​ຖືກຕ້ອງ​ຕາມ​ກົດໝາຍ ຖື​ວ່າ​ຫົວໜ່ວຍ​ທຸລະ​ກິດ​ນັ້ນ​ເປັນ​ນັກ​ຮັກ​ຊາດ ​ແລະ ​ເປັນ​ນັກ​ພັດທະນາ​ຫລາຍ​ກວ່າ​ໝູ່.

​ກອງ​ປະຊຸມ​ພົບ​ປະ ລະ​ຫວ່ງ ​ອົງການ​ປົກຄອງ ​ນະຄອນຫລວງ​ວຽງ​ຈັນ ແລະ ສະພາ​ການ​ຄ້າ ​ແລະ ອຸດ​ສາ​ຫະກຳ​ນະຄອນ ຫລວງວຽງ​ຈັນ​ ຄັ້ງນີ້ ​ໄດ້​ເປີດ​ໂອກາດ​ໃຫ້​ພາກ​ທຸລະ​ກິດ​ໄດ້​ສະ​ເໜີ​ແນວ​ຄວາມ​ຄິດ ​ແລະ ທັດ ສະນະ​ໃນ​ການ​ດຳ​ເນີນ​ທຸລະ​ກິດ ລວມທັງ​ຂໍ້​ສະດວກ ​ແລະ ຂໍ້​ຫຍຸ້ງຍາກ​ຕ່າງໆຕໍ່​ພາກ​ລັດ ທັງ​ນີ້ ກໍ​ເພື່ອ​ສົ່ງ​ເສີມ​ໃຫ້​ພາກ​ທຸລະ​ກິດ, ຜູ້​ປະກອບ​ການ​ສາມາດ​ເຄື່ອນ​ໄຫວ​ທຸລະ​ກິດ​ໄດ້​ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ, ​ແກ້​ໄຂ​ສິ່ງ​ທີ່​ເປັນ​ອຸປະສັກ​ໃຫ້​ໂລ່ງ​ລ່ຽນ ​ແນ​ໃສ​ສ້າງ ​ໃຫ້​ພາກ​ລັດ ​ແລະ ພາກ​ທຸລະ​ກິດ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ.

ຂອບໃຈບົດຄວາມດີໆ ຈາກ: ຂປລ

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...