ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 9 ເດືອນ, ຄາດຄະເນໝົດປີ 2026 ແລະ ທິດທາງແຜນການປີ 2027 ແລະ ການສະເໜີເຫດຜົນ ແລະ ຄວາມຈໍາເປັນກ່ຽວກັບບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້ ໂດຍສະເພາະຕໍ່ກັບທິດທາງແຜນການປີ 2027 ເຊິ່ງໄດ້ສະເໜີບາງຄຳເຫັນ ແລະ ມາດຕະການເພີ່ມຕື່ມດັ່ງນີ້:
- ສືບຕໍ່ປະຕິບັດແຜນວຽກຈຸດສຸມໄລຍະ 3 ເດືອນທ້າຍປີ 2026 ທີ່ຍັງຄົງຄ້າງໃຫ້ມີຜົນສໍາເລັດ ລວມທັງສືບຕໍ່ຜັນຂະຫຍາຍມະຕິວ່າດ້ວຍບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້ ໃຫ້ເປັນແຜນງານ, ໂຄງການລະອຽດ ແລະ ນໍາໄປຈັດຕັ້ງປະຕິບັດຢ່າງເຂັ້ມງວດ.
- ສືບຕໍ່ປົກປັກຮັກສາ ແລະ ຮັບປະກັນໄດ້ສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບຂອງສັງຄົມ, ຍົກສູງປະສິດທິພາບການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຕາມທິດສ້າງລັດທີ່ປົກຄອງດ້ວຍກົດໝາຍ; ເອົາໃຈໃສ່ຜັນຂະຫຍາຍມະຕິວ່າດ້ວຍບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນາໃຊ້ ເຂົ້າໃນວຽກງານປ້ອງກັນ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ໃຫ້ໄດ້ຮັບຈັດຕັ້ງປະຕິບັດຢ່າງເຂັ້ມງວດ.
ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີການຂະຫຍາຍຕົວ, ຍູ້ແຮງການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ຕາມທ່າແຮງບົ່ມຊ້ອນຂອງຊາດ ເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ຕາມທິດວ່ອງໄວ, ມີຄຸນນະພາບ ແລະ ຍືນຍົງ.- ເອົາໃຈໃສ່ຈັດເກັບລາຍຮັບງົບປະມານຕາມທ່າແຮງບົ່ມຊ້ອນຕົວຈິງທີ່ມີ ແລະ ຖານລາຍຮັບໃໝ່ ໃຫ້ຄົບຖ້ວນ, ຄຸ້ມຄອງ ແລະ ປະຕິບັດລາຍຈ່າຍງົບປະມານໃຫ້ສອດຄ່ອງຕາມກົດໝາຍ ແລະ ວິໄນແຜນການ-ການເງິນຢ່າງເຂັ້ມງວດ, ຮັບປະກັນໃຫ້ມີແຫຼ່ງງົບປະມານການຊຳລະໜີ້ສິນພາຍໃນ ແລະ ຕ່າງປະເທດ ທີ່ແນ່ນອນ ແລະ ຍືນຍົງ.
ສືບຕໍ່ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດຕາມມະຕິ 165/ສພຊ ກ່ຽວກັບການກໍ່ສ້າງສ້ອມແປງທາງໃນຮູບແບບໃໝ່ (OPBRC ແລະ PRTC) ແລະ ການປະຕິບັດສັນຍາຮັບເໝົາໃນແຕ່ລະຂັ້ນຕອນ ເພື່ອສະຫຼຸບຕີລາຄາ ລວມທັງແກ້ໄຂຂໍ້ຫຍຸ້ງຍາກ, ສະພາບຄວາມຊັກຊ້າຂອງໂຄງການ, ດໍາເນີນການກໍ່ສ້າງໃຫ້ສໍາເລັດ, ສາມາດຈັດເກັບຄ່າຜ່ານທາງເຂົ້າງົບປະມານຂອງລັດທີ່ໂປ່ງໃສ ແລະ ສາມາດກວດສອບໄດ້.- ຕິດຕາມກວດກາ, ປະເມີນຜົນການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ໃຫ້ຖືກຕ້ອງຕາມຂັ້ນຕອນຂອງກົດໝາຍ ໂດຍສະເພາະການຊຳລະໜີ້ສິນໃຫ້ແກ່ໂຄງການລົງທຶນຂອງລັດທີ່ສໍາເລັດ 100% ທີ່ຄ້າງຊຳລະມາດົນ; ຄົ້ນຄວ້າຈັດສັນທຶນໃຫ້ແກ່ໂຄງການສືບຕໍ່ທີ່ເຫັນວ່າມີຄວາມສໍາຄັນ, ຈຳເປັນ ແລະ ໃກ້ຈະສຳເລັດ ໃຫ້ໄດ້ນໍາໃຊ້ໂດຍໄວ ເປັນຕົ້ນ ການສ້ອມແປງພື້ນຖານໂຄງລ່າງຢູ່ດ່ານສາກົນ (ເສັ້ນທາງ, ອາຄານ, ສາງເກັບຮັກສາ, ບ່ອນຄ່ຽນຖ່າຍສິນຄ້າ); ເອົາໃຈໃສ່ກຳນົດລາຄາຫົວໜ່ວຍ, ມາດຕະຖານເຕັກນິກ, ມູນຄ່າໂຄງການ, ບໍລິມາດວຽກຂອງໂຄງການສືບຕໍ່ ແລະ ສະເໜີໃໝ່ ບົນພື້ນຖານປະຢັດມັດທະຍັດ, ຮັບປະກັນຄຸນນະພາບການກໍ່ສ້າງ ໃຫ້ສົມຄູ່ກັບງົບປະມານການລົງທຶນ.
ເພີ່ມທະວີການກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດສັນຍາໂຄງການເຊົ່າ-ສຳປະທານທີ່ດິນ (ໂຄງການພະລັງງານ, ບໍ່ແຮ່ ແລະ ການປູກພືດກະສິກຳ) ໃຫ້ຖືກຕ້ອງຕາມກົດໝາຍຢ່າງເຂັ້ມງວດ ໂດຍສະເພາະການປະຕິບັດພັນທະຕ່າງໆ, ດຳເນີນມາດຕະການຢ່າງເຂັ້ມງວດຕໍ່ໂຄງການທີ່ບໍ່ມີການພັດທະນາ, ມີການຈັບຈອງທີ່ດິນປະໄວ້ເພື່ອເກງກຳໄລ ຫຼື ຂາຍຕໍ່, ນໍາໃຊ້ບໍ່ຖືກເປົ້າໝາຍ ແລະ ຈຸດປະສົງຂອງໂຄງການ, ການອະນຸມັດທັບຊ້ອນ ແລະ ຫຼາຍເກີນຄວາມຈໍາເປັນ, ບໍ່ມີບົດປະເມີນຜົນກະທົບສິ່ງແວດລ້ອມ, ໂຄງການທີ່ມີຜົນກະທົບຕໍ່ທີ່ດິນທຳການຜະລິດຂອງປະຊາຊົນ.- ເອົາໃຈໃສ່ແກ້ໄຂບັນຫາການບຸກລຸກທີ່ດິນປ່າໄມ້ ໂດຍສະເພາະໂຄງການທີ່ດໍາເນີນການກ່ອນໄດ້ຮັບການຫັນປ່ຽນທີ່ດິນ ໃຫ້ໄດ້ຢ່າງຂາດຕົວ, ຄຸ້ມຄອງການຂຸດຄົ້ນໄມ້ຈາກໂຄງການທີ່ໄດ້ຮັບອະນຸຍາດໃນເຂດປ່າໄມ້ ໃຫ້ເກີດຜົນປະໂຫຍດຕໍ່ປະເທດຊາດ ແລະ ຟື້ນຟູປ່າ, ປູກປ່າທົດແທນຂອງໂຄງການພັດທະນາທີ່ໄດ້ຮັບອະນຸຍາດຜ່ານມາ ໃຫ້ໄດ້ຕາມຈຸດປະສົງ ແລະ ເປົ້າໝາຍຂອງໂຄງການ ລວມທັງມີວິທີການ ແລະ ມາດຕະການ ເຮັດໃຫ້ການປົກຫຸ້ມປ່າໄມ້ບັນລຸຕາມແຜນການ.
ເອົາໃຈໃສ່ຄຸ້ມຄອງ, ຕິດຕາມກວດກາ ແລະ ແກ້ໄຂບັນຫາຜົນກະທົບຂອງໂຄງການຂຸດຄົ້ນບໍ່ແຮ່, ການຂົນສົ່ງແຮ່ທາດ, ໂຄງການປູກພືດກະສິກຳ ແລະ ໂຄງການອື່ນໆ ໂດຍສະເພາະການປ່ອຍນໍ້າເປື້ອນ, ການບຳບັດນໍ້າເປື້ອນ, ການນໍາໃຊ້ສານເຄມີເກີນຄ່າມາດຕະຖານ ໂດຍສະເພາະບັນດາໂຄງການ, ໂຮງງານ ທີ່ສົ່ງຜົນກະທົບຕໍ່ການດຳລົງຊີວິດປະຊາຊົນ ແລະ ສິ່ງແວດລ້ອມທໍາມະຊາດ.- ສຸມໃສ່ການອໍານວຍຄວາມສະດວກທາງດ້ານການຄ້າ, ການເຂົ້າເຖິງຕະຫຼາດ ແລະ ການຂົນສົ່ງ ໃຫ້ສະດວກວ່ອງໄວ, ທັນສະໄໝ; ເພີ່ມທະວີການຕິດຕາມກວດກາ, ສະກັດກັ້ນການຄ້ານອກລະບົບ, ກຳນົດໂຄງສ້າງລາຄາ ແລະ ຮັກສາສະຖຽນລະພາບຂອງລາຄາສິນຄ້າທີ່ຈໍາເປັນຕໍ່ການຜະລິດ ແລະ ການດໍາລົງຊີວິດ ເປັນຕົ້ນ ສະບຽງອາຫານ, ນໍ້າມັນເຊື້ອໄຟ ແລະ ປັດໄຈການຜະລິດພາຍໃນ, ຄຸ້ມຄອງ ແລະ ຂຶ້ນທະບຽນການຄ້າທາງເອເລັກໂຕຣນິກ ເພື່ອເກັບລາຍຮັບເຂົ້າງົບປະມານແຫ່ງລັດ.
ເອົາໃຈໃສ່ຂະຫຍາຍສະຖານີຮັບ-ສົ່ງສັນຍານໂທລະສັບມືຖື ແລະ ສາຍສົ່ງໂທລະຄົມມະນາຄົມສາຍໃຍແກ້ວ (Optic Fiber) ໃນຂອບເຂດທົ່ວປະເທດໃຫ້ສໍາເລັດ, ໂຄສະນາເຜີຍແຜ່ວຽກງານການຕ້ານ ແລະ ສະກັດກັ້ນອາຊາຍະກຳທາງໄຊເບີ ເພື່ອສ້າງຄວາມຮັບຮູ້ໃຫ້ແກ່ສັງຄົມຮັບຮູ້ຢ່າງກວ້າງຂວາງ, ຊຸກຍູ້ ແລະ ຕິດຕາມກວດກາບັນດາບໍລິສັດຜູ້ໃຫ້ບໍລິການໂທລະຄົມມະນາຄົມ ປັບປຸງ, ຂະຫຍາຍຍົກລະດັບຄຸນນະພາບສັນຍານອິນເຕີເນັດໃຫ້ຄວບຄຸມ ແລະ ມີສະຖຽນລະພາບທົ່ວປະເທດ ພ້ອມທັງກວດກາການກໍານົດລາຄາໃຫ້ສົມເຫດສົມຜົນ.- ເອົາໃຈໃສ່ກະກຽມຫຼັກສູດການສຶກສາ 6+3+3 ໃຫ້ມີຄວາມພ້ອມດໍາເນີນໃນສົກຮຽນ 2027-2028 ຢ່າງມີປະສິດທິຜົນ, ສືບຕໍ່ຂະຫຍາຍການສຶກສາກ່ອນໄວຮຽນໃນຫຼາຍຮູບແບບໃຫ້ທົ່ວເຖິງ, ຄົ້ນຄວ້ານະໂຍບາຍເງິນອຸດໜູນຜູ້ດູແລເດັກ, ຄົ້ນຄວ້າມາດຕະການຊຸກຍູ້ ແລະ ສ້າງເງື່ອນໄຂໃຫ້ນັກຮຽນທີ່ປະລະການຮຽນ ໄດ້ເຂົ້າຮຽນຕໍ່ໃນລະບົບບຳລຸງ (ກສນ) ເພື່ອໃຫ້ຈົບການສຶກສາພາກບັງຄັບ, ຈັດຕັ້ງປະຕິບັດໂຄງການອາຫານທ່ຽງທີ່ມອບໃຫ້ລັດຄຸ້ມຄອງ ໃຫ້ມີປະສິດທິຜົນ ແລະ ຍືນຍົງ, ຂະຫຍາຍຫ້ອງສາມັນວິຊາຊີບ ໂດຍມີການປະສານສົມທົບກັບຜູ້ປະກອບການ ເພື່ອຮອງຮັບການມີວຽກເຮັດງານທໍາໃນເວລາຮຽນຈົບ, ຄົ້ນຄວ້ານໍາໃຊ້ພາລະກອນ ແລະ ໃຫ້ບຸລິມະສິດສະໜອງໂກຕາຄູ ໃຫ້ໂຮງຮຽນທີ່ຂາດຄູ ແລະ ມີການສອນຄວບຫຼາຍຫ້ອງ.
ເພີ່ມທະວີການປະສານງານກັບບັນດາຂະແໜງການທີ່ກ່ຽວຂ້ອງ ໃນການໃຫ້ຄວາມຮູ້ກ່ຽວກັບວຽກງານໂພຊະນາການໃນຊຸມຊົນ, ສ້າງລະບົບຖານຂໍ້ມູນທີ່ເຂັ້ມແຂງ, ເພີ່ມຂະບວນການໃຫ້ວັກຊິນແບບຕະລຸມບອນໃນຂອບເຂດທົ່ວປະເທດໃຫ້ກວ້າງຂວາງ, ຂະຫຍາຍຕາໜ່າງຂະແໜງສາທາລະນະສຸກຮອດທ້ອງຖິ່ນຂັ້ນຮາກຖານ ແລະ ປະກອບບຸກຄະລາກອນສາທາລະນະສຸກໃຫ້ພຽງພໍ, ສະໜອງຢາປົວພະຍາດ ແລະ ອຸປະກອນການເເພດ ໃຫ້ບັນດາໂຮງໝໍ ລວມທັງການແກ້ໄຂໜີ້ສິນຄ່າຢາປົວພະຍາດ.- ສົ່ງເສີມການພັດທະນາສີມືແຮງງານ ແລະ ຈັດຫາວຽກເຮັດງານທໍາ ໃຫ້ສາມາດສະໜອງແຮງງານເຂົ້າສູ່ຕະຫຼາດແຮງງານພາຍໃນ ແລະ ຕ່າງປະເທດ, ພັດທະນາລະບົບຂໍ້ມູນຂ່າວສານຕະຫຼາດແຮງງານໃຫ້ມີປະສິດທິພາບ ສາມາດເຊື່ອມຕໍ່ກັບລະບົບຂໍ້ມູນຂອງ 2 ຂະແໜງການທີ່ກ່ຽວຂ້ອງ ນັບທັງສູນກາງ ແລະ ທ້ອງຖິ່ນ, ຂະຫຍາຍອັດຕາປົກຄຸມປະກັນສັງຄົມໃຫ້ທົ່ວເຖິງໃນຂອບທົ່ວປະເທດ, ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດປະຕິວັດຊາດປະຊາທິປະໄຕ, ປຸກລະດົມຮັບບໍລິຈາກເລືອດ ແລະ ສະໜອງເລືອດທີ່ປອດໄພໃຫ້ພຽງພໍກັບຄວາມຕ້ອງການຂອງຄົນເຈັບ, ເກັບກູ້ ແລະ ທຳລາຍລະເບີດຕົກຄ້າງທີ່ບໍ່ທັນແຕກ ອອກຈາກເນື້ອທີ່ທຳການຜະລິດ ແລະ ພື້ນທີ່ການພັດທະນາຕ່າງໆ ໃຫ້ບັນລຸຕາມຄາດໝາຍ.
ເອົາໃຈໃສ່ປັບປຸງພື້ນຖານໂຄງລ່າງເຂົ້າໃນບັນດາແຫຼ່ງທ່ອງທ່ຽວ, ມີການແບ່ງຂັ້ນຄຸ້ມຄອງອະນຸຍາດການລົງທຶນໃນກິດຈະການທ່ອງທ່ຽວ ລະຫວ່າງສູນກາງ ກັບ ທ້ອງຖິ່ນ ໃຫ້ຈະແຈ້ງ, ສົ່ງເສີມ ແລະ ພັດທະນາການທ່ອງທ່ຽວທີ່ຕິດພັນກັບການນໍາໃຊ້ມໍລະດົກວັດທະນະທຳ, ບຸນປະເພນີຂອງຊາດ ແລະ ທ້ອງຖິ່ນ, ພ້ອມທັງຊຸກຍູ້ບັນດາຫົວໜ່ວຍທຸລະກິດນໍາທ່ຽວຂອງຕ່າງປະເທດ ໃຫ້ຫັນເຂົ້າສູ່ລະບົບການຄຸ້ມຄອງ ແລະ ຕິດຕາມກວດກາຂະແໜງການທີ່ກ່ຽວຂ້ອງ ໃຫ້ຖືກຕ້ອງຕາມລະບຽບການ ແລະ ເຂັ້ມງວດ.- ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍສຸມໃສ່ 5 ວຽກຈຸດສຸມ 8 ຄາດໝາຍ ແລະ ບັນດາໂຄງການທີ່ເປັນບຸລິມຸສິດ ໂດຍຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ ເຂົ້າສູ່ວຽກງານຕົວຈິງໃຫ້ເປັນຮູບປະທໍາ; ສ້າງເປັນແຜນການ, ແຜນງານ, ໂຄງການ ແລະ ກິດຈະກຳ ຂອງບັນດາຂະແໜງການທີ່ກ່ຽວຂ້ອງ ໃຫ້ມີຄາດໝາຍ, ມີຕົວຊີ້ວັດທີ່ຈະແຈ້ງຊັດເຈນ, ສ້າງແຜນງົບປະມານສະເພາະ, ປະກອບບຸກຄະລາກອນວິຊາການທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.
ແຫຼ່ງທີ່ມາ: ຂ່າວ “ຜູ້ແທນປະຊາຊົນ”

