Homeຄວາມງາມອາບນ້ຳອຸ່ນ ແກ້ໜາວ ກໍມີຂໍ້ເສຍຄືກັນ

ອາບນ້ຳອຸ່ນ ແກ້ໜາວ ກໍມີຂໍ້ເສຍຄືກັນ

Published on

252313__10052009024541

ອາ​ກາດ​ເລີ່ມ​ໜາວ​ແລ້ວ ໂດຍ​ສະເພາະຕອນເຊົ້າ​ ​ແລະ ​ຕອນ​ຄໍ່າໆ ​ເປັນ​ໄລຍະເວລາ​ທີ່​ໃຜ​ຫລາຍໆ​ຄົນ​ອາບ​ນ້ຳ​ກັນ​ແມ່ນບໍ່ ? ແນ່ນອນ​ວ່າ​ ໂຕ​ຊ່ວຍ​ໃນ​ລະດູ​ໜາວ​ແບບ​ນີ້​ກໍ່​ໜີ​ບໍ່​ພົ້ນ ເຄື່ອງ​ເຮັດ​ນ້ຳ​ອຸ່ນ ເພື່ອ​ຊ່ວຍ​ຜ່ອນຄາຍຄວາມ​ໜາວ ເຊິ່ງ​ການ ອາບ​ນ້ຳ​ອຸ່ນ ມີ​ທັງ​ຂໍ້​ດີ​ ແລະ ​ຂໍ້​ເສຍ​ເຊັ່ນ​ກັນ ມາ​ເບິ່ງ​ດີກວ່າ​​ວ່າ ​ມີ​ຫຍັງແນ່ ແລະ ​ເຮົາ​ຈະ​ແກ້​ໄຂ​ບັນຫາ​   ໜາວໆ​ນີ້​ໄດ້​ແບບໃດ

ຂໍ້​ດີ​ຂອງ​ການ ອາບ​ນ້ຳ​ອຸ່ນ

– ກະຕຸ້ນ​ການ​ໄຫລ​ວຽນ​ຂອງ​ເລືອດ ການ​ອາບ​ນ້ຳ​ອຸ່ນ​ເປັນ​ຜົນດີີ​ຕໍ່​ສຸຂະພາບ​ຂອງ​ຜູ້​ອາບ ສາຍ​ນ້ຳ​ອຸ່ນ ອຸນຫະພູມ​ທີ່​ເໝາະ​ສົມ​ຈະ​ຊ່ວຍ​ກະຕຸ້ນ​ການ​ໄຫລ​ວຽນ​ຂອງ​ເລືອດ​ໃຫ້​​ໄປ​ທົ່ວ​ຮ່າງ​ກາຍ

– ການ​ອາບ​ນ້ຳ​ອຸ່ນ​ຊ່ວຍ​ເຮັດໃຫ້​ຮ່າງກາຍ​ຮູ້ສຶກ​ຜ່ອນ​ຄາຍ ແລະ ​ເກີດ​ການ​ຕື່ນ​ໂຕ ຊ່ວຍ​ປິ່ນປົວ​ບັນ​ເທົາ​ຄວາມ​ປວດ​ເມື່ອຍ ແລະ ​ຄວາມ​ເຄັ່ງຕຶງ​ຂອງ​ກ້າມ​ຊີ້ນ​ຕາມ​ຮ່າງ​ກາຍ

– ປາສະຈາກ​ສິ່ງ​ສົກກະປົກ​ອຸດ​ຕັນ​ຮູ​ຂຸມ​ຂົນ ການ​ອາບ​ນ້ຳ​ໃນ​ອຸນຫະພູມ​ທີ່​ເໝາະສົມ ຈະ​ຊ່ວຍ​ປິ່ນປົວ​ຜິວ​ພັນ ຊະ​ລ້າງ​ໄຂ​ມັນ​ເທິງ​ຜິວ​ໜັງ ແລະ​ ເຮັດ​ຄວາມ​ສະ​ອາດ​ເລິກ​ເຖິງ​ຮູ​ຂຸມ​ຂົນ​ໄດ້​ດີ​ກວ່າ

– ເພີ່ມ​ຄວາມ​ສົດ​ຊື່ນ ຄືນ​ຄວາມ​ກະຕືລືລົ້ນ ເພາະ​ສາຍ​ນ້ຳ​ອຸ່ນ​ຈະ​ຫລຸດ​ປະ​ຈຸ​ບວກ ແລະ ​ເພີ່ມ​ປະ​ຈຸ​ລົບ​ຮອບ​ຂ້າງ​ໃນ​ອາ​ກາດ​ຂະນະ​ອາບ​ນ້ຳ​ຊ່ວຍ​ເຮັດໃຫ້​ຫາຍ​ໃຈ​ໄດ້​ຄ່ອງ​ຂຶ້ນ ຮູ້ສຶກ​ສົດ​ຊື່ນ​ພາຍ​ຫລັງ​ຈາກ​ອາບນ້ຳ

ຂໍ້​ເສຍ​ຂອງ​ການ ອາບ​ນ້ຳ​ອຸ່ນ

– ຖ້າຫາກ ອາບ​ນ້ຳ​ອຸ່ນ ໃນ​ອຸນຫະພູມ​ທີ່​ບໍ່​ເໝາະ​ສົມ ແລະ ​ດົນ​ເກີນ​ໄປ ຈະ​ເຮັດໃຫ້​ຜິວ​ແຫ້ງ​ເສຍ ແຕ​ກລອກ ແລະ ​ຮູ​ຂຸມ​ຂົນ​ກວ້າງ​ຂຶ້ນ ເພາະ​ນ້ຳ​ອຸ່ນ​ຈະ​ລ້າງ​ນ້ຳ​ມັນ​ເທິງ​ຜິວ​ອອກ​ໄປ​ຫລາຍ ເຮັດໃຫ້​ຜິວ​ແຫ້ງ​ເສຍ ແລະ​ ເກີດ​ການ​ລະ​ຄາຍ​ເຄືອງ​ໄດ້

– ຖ້າຫາກ ອາບ​ນ້ຳ​ອຸ່ນ ບໍ່​ຄວນ​ໃຊ້​ຜະລິດຕະພັນ​ເຮັດ​ຄວາມ​ສະ​ອາດ​ຜິວ​ທີ່​ມີ​ຟອງ​ຫລາຍ​ໆ ເພາະ​ຈະ​ດຶງ​ຄວາມ​ຊຸ່ມ​ຊື່ນ​ໄປ​ຈາກ​ຜິວ ແລະ ​ບໍ່​ຄວນ​ເຊັດ​ຖູ​ຜິວ​ແຮງ​ໆ ເພາະ​ຈະ​ຍິ່ງ​ເຮັດໃຫ້​ຜິວ​ລອກ​ຫລາຍ​ຂຶ້ນ​

– ການ​ແຊ່​ນ້ຳ​ຮ້ອນ​ດົນ​ກາຍ 30 ນາ​ທີ ຈະ​ເຮັດໃຫ້​ເລືອດ​ລົງ​ມາ​ຫລໍ່​ລ້ຽງ​ທີ່​ຜິວ​ໜັງ ສົ່ງ​ຜົນ​ໃຫ້​ໄປ​ລ້ຽງ​ສະຫມອງ​ບໍ່​ພໍ ເຮັດໃຫ້​ອ່ອນ​ເພຍ ວິນວຽນ​ຫົວອາດຈະ​ເປັນ​ລົມ​ໄດ້​

– ຖ້າຫາກ ອາບ​ນ້ຳ​ອຸ່ນ ແລະ​ ສະ​ຜົມ​ດ້ວຍ​ນ້ຳ​ອຸ່ນ​ຈະ​ເຮັດໃຫ້​ຜົມ​ແຫ້ງ​ ແລະ ​ເກີດ​ລັງ​ແຄ​ໄດ້ ຍິ່ງ​ໃນ​ລະດູໜາວ​ແບບ​ນີ້​ເຮັດໃຫ້​ຜົມ ​ແລະ ​ໜັງ​ຫົວ​ແຫ້ງ​ຢູ່​ແລ້ວ ຍິ່ງ​ສະ​ຜົມ​ດ້ວຍ​ນ້ຳ​ອຸ່ນ​ຍິ່ງ​ເປັນ​ການ​ກະຕຸ້ນ​ໃຫ້​ຜົມ​ແຫ້ງ​ຟູ ແລະ ​ເກີດ​ລັງ​ແຄ​ຂຶ້ນ​ໄດ້​ຫລາຍກວ່າ​ເກົ່ານໍາອີກ​

ຄຳ​ແນະ​ນຳ​ໃນ​ການ ອາບ​ນ້ຳ​ອຸ່ນ

– ໃນ​ການ ອາບ​ນ້ຳ​ອຸ່ນ ໃນລະດູໜາວ ຄວນ​ປັບ​ອຸນຫະພູມ​ຮ່າງກາຍ​ດ້ວຍ​ການ​ເອົາ​ນ້ຳ​ເທ​ຢູ່​ຕີນ​ກ່ອນ ແລະ ​ຄ່ອຍໆ​ໄລ່​ຂຶ້ນ​ມາ ຢ່າ​ຮີບ​ຮ້ອນ​ລາດ​ທັງ​ໂຕ​ກ່ອນ​ໂດຍ​ທີ່​ຍັງ​ບໍ່​ປັບ​ອຸນຫະພູມ​ຮ່າງກາຍ ເພາະ​ອາດຈະ​ເຮັດໃຫ້​ເຮົາ​ເປັນ​ຫວັດ​ໄດ້

– ຫລັງ​ຈາກ ອາບ​ນ້ຳ​ອຸ່ນ ໃນ​ໄລຍະ​ທ້າ​ຍໆ​ໃຫ້​ອາບ​ນ້ຳ​ອຸ່​ນ​ກັບ​ນ້ຳ​ເຢັນ ເພື່ອ​ປິດ​ຮູຂຸມ​ຂົນ ​ແລະ ​ປັບ​ສົມ​ດຸນ​ຂອງ​ຜິວ​ໜັງ ເຮັດໃຫ້​ຜິວ​ແຫ້ງ​ເສຍ​ໜ້ອຍ​ລົງ​ໄດ້

– ໄລ​ຍະ​ເວລາ​ໃນ​ການ​ອາບ​ນ້ຳ​ອຸ່ນ​ທີ່​ດີ​ຕໍ່​ສຸຂະພາບ​ຄື 10-15 ນາ​ທີ ບໍ່​ຄວນ​ດົນ​ກາຍ 30 ນາທີ

– ຫລັງ​ຈາກ ອາບ​ນ້ຳ​ອຸ່ນ ຄວນ​ທາ​ຄີມ​ບຳ​ລຸງ​ຜິວ​ເພື່ອ​ເພີ່ມ​ຄວາມ​ຊຸ່ນ​ຊື່ນ ປ້ອງ​ກັນ​ຜິວ​ແຫ້ງ​ແຕກ​ໄດ້​ອີກ​ທາງ​ໜຶ່ງ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...