ວັນທີ 26 ກັນຍາ 2026 ນີ້, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີມອບ-ຮັບປະກາສະນີຍະບັດ ໃຫ້ນັກສຶກສາ ທີ່ສໍາເລັດການສຶກສາ ປະຈຳສົກສຶກສາ 2025-2026 (ຊຸດຮຽນ ຮຸ່ນທີ 26, ປີ 2022-2026) ຢ່າງສົມກຽດ. ໂດຍໃຫ້ກຽດເຂົ້າຮ່ວມ ແລະ ກ່າວໂອ້ລົມຂອງ ທ່ານ ຮສ. ປອ. ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ. ເຂົ້າຮ່ວມໃນພິທີ ມີ ທ່ານ ຮສ. ປອ. ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍບັນດາທ່ານຜູ້ຕາງໜ້າຈາກກະຊວງ, ອົງການຈັດຕັ້ງ, ຄະນະພັກ-ຄະນະນໍາ ມະຫາວິທະຍາໄລແຫ່ງຊາດ, ຄູ-ອາຈານ, ແຂກຜູ້ມີກຽດ, ຜູ້ປົກຄອງ ແລະ ບັນດິດໃໝ່ເຂົ້າຮ່ວມ.
ໃນພິທີ ທ່ານ ຮສ. ປອ. ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ໄດ້ລາຍງານຜົນສໍາເລັດການຈັດຕັ້ງເຄື່ອນໄຫວການຮຽນ-ການສອນ ໃນຊຸດຮຽນ 2022-2026 ວ່າ: ມຊ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1996, ປັດຈຸບັນປະກອບມີ 5 ວິທະຍາເຂດ, 4 ຫ້ອງການ, 13 ຄະນະວິຊາ, 2 ສະຖາບັນ ແລະ ເປີດສອນທັງໝົດ 265 ຫຼັກສູດ; ໃນນັ້ນ ລະດັບປະລິນຍາເອກ 14 ຫຼັກສູດ, ປະລິນຍາໂທ 75 ຫຼັກສູດ, ປະລິນຍາຕີ 124 ຫຼັກສູດ, ຫຼັກສູດຕໍ່ເນື່ອງປະລິນຍາຕີ 46 ຫຼັກສູດ ແລະ ອະນຸປະລິນຍາອີກ 6 ຫຼັກສູດ.

ສໍາລັບຊຸດຮຽນ ຮຸ່ນທີ 26 (2022-2026) ມີນັກສຶກສາ ສໍາເລັດການສຶກສາທັງໝົດ 3,492 ຄົນ (ຍິງ 1,788 ຄົນ), ໃນນັ້ນ ລະດັບປະລິນຍາຕີ ທັງໝົດ 3,043 ຄົນ (ຍິງ 1,598 ຄົນ), ໃນນັ້ນມີນັກສຶກສາໄດ້ຮັບປະກາສະນີຍະບັດກຽດນິຍົມ 60 ຄົນ (ຍິງ 31 ຄົນ). ລະດັບປະລິນຍາໂທ: ທັງໝົດມີ 442 ຄົນ (ຍິງ 185 ຄົນ) ແລະ ລະດັບປະລິນຍາເອກ: ທັງໝົດມີ 7 ຄົນ (ຍິງ 5 ຄົນ).
ປັດຈຸບັນໃນ ມະຫາວິທະຍາໄລແຫ່ງຊາດ ມີບຸກຄະລາກອນຄູ-ອາຈານ ແລະ ພະນັກງານທັງໝົດ 1,383 ທ່ານ, ວຸດທິການສຶກສາ ຈົບປະລິນຍາເອກ 208 ທ່ານ, ປະລິນຍາໂທ 859 ທ່ານ, ເໜືອປະລິນຍາຕີ 2 ທ່ານ, ປະລິນຍາຕີ 282 ທ່ານ, ອະນຸປະລິນຍາ 32 ທ່ານ; ມີຕຳແໜ່ງວິຊາການ: ຂັ້ນສາດສະດາຈານ(ສຈ) 5 ທ່ານ, ຮອງສາດສະດາຈານ(ຮສ) 76 ທ່ານ, ອາຈານ 315 ທ່ານ ແລະ ຜູ້ຊ່ວຍອາຈານ 330 ທ່ານ. ນອກນັ້ນ ມີນັກສຶກສາທີ່ກໍາລັງສຶກສາຢູ່ທັງໝົດ 18,480 ຄົນ (ລວມທັງນັກສຶກສາຕ່າງປະເທດ 795 ຄົນ).

ໃນໂອກາດອັນສະຫງ່າລາສີນີ້, ທ່ານ ຮສ. ປອ. ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດອົກສຸດໃຈຕໍ່ຜົນງານ ແລະ ຜົນສໍາເລັດຂອງ ມຊ. ທ່ານໄດ້ເນັ້ນຢໍ້າວ່າ ພັກ ແລະ ລັດຖະບານ ຍາມໃດກໍຖືເອົາ “ການສຶກສາ” ເປັນໃຈກາງ, ເປັນບູລິມະສິດ ແລະ ເປັນກຸນແຈຕັດສິນຊາຕາກຳການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ. ໃນສະພາບການປັດຈຸບັນ, ໂລກມີການປ່ຽນແປງຢ່າງໄວວາ ດ້ວຍການຂະຫຍາຍຕົວຂອງເທັກໂນໂລຊີ, ປັນຍາປະທິດ (AI) ແລະ ການແຂ່ງຂັນທາງດ້ານເສດຖະກິດ.
ດັ່ງນັ້ນ, ການປະຕິຮູບການສຶກສາ ຕ້ອງເນັ້ນຈາກການສອນໃຫ້ຈື່ຈໍາ ໄປສູ່ການສອນໃຫ້ “ຄິດເປັນ, ເຮັດເປັນ, ສ້າງເປັນ ແລະ ຮຽນຮູ້ເປັນ”. ມະຫາວິທະຍາໄລແຫ່ງຊາດ ຕ້ອງສືບຕໍ່ຍົກລະດັບຈາກການຜະລິດຜູ້ສໍາເລັດການສຶກສາ ໄປສູ່ການຜະລິດກໍາລັງຄົນທີ່ມີຄຸນນະພາບສູງ, ໂດຍຫຼັກສູດຕ້ອງທັນສະໄໝ ແລະເຊື່ອມໂຍງກັບພາກລັດ, ພາກທຸລະກິດ, ພາກການຜະລິດ ແລະ ຕະຫຼາດແຮງງານຢ່າງແທ້ຈິງ. ຂະນະດຽວກັນທ່ານຍັງໄດ້ຝາກຂໍ້ຄິດ ແລະ ທິດທາງການປະຕິບັດຕົນ 3 ປະການ ໃຫ້ແກ່ບັນດິດໃໝ່ ຄື:
1.ຈົ່ງເປັນຜູ້ຮຽນຮູ້ຕະຫຼອດຊີວິດ: ຕ້ອງຝຶກຝົນຕົນເອງ, ຕັ້ງອົກຕັ້ງໃຈຮຽນຮູ້ສິ່ງໃໝ່ໆ, ປັບຕົວ ແລະ ພັດທະນາທັກສະຢູ່ສະເໝີ.
2.ຈົ່ງມີຄຸນສົມບັດ, ຈັນຍາບັນ ແລະ ຈິດໃຈຮັບໃຊ້ຊາດ: ມີຄວາມຊື່ສັດ, ມີລະບຽບວິໄນ, ຮັກສາວັດທະນະທຳອັນດີງາມ ແລະ ເອົາຄວາມຮູ້-ຄວາມສາມາດໄປຮັບໃຊ້ປະເທດຊາດດ້ວຍຄວາມບໍລິສຸດໃຈ ແລະ
3. ຈົ່ງມີຄວາມຝັນທີ່ຍິ່ງໃຫຍ່ ແລະ ອົດທົນເຂັ້ມແຂງ: ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ ແລະ ເຕີບໃຫຍ່ເປັນພະລັງແຮງທີ່ເຂັ້ມແຂງຂອງປະເທດຊາດ.

ພິເສດ, ທ່ານໄດ້ເນັ້ນຢໍ້າຄໍາຂວັນ 3 ຄໍາ ຄື: “ໜຶ່ງຮູ້ໃຫ້ເລິກ, ສອງເຮັດໃຫ້ເປັນ ແລະ ສາມຮັບໃຊ້ໃຫ້ເກີດຜົນ (ນໍາໃຊ້ໄດ້ຜົນ)” ເຊິ່ງເປັນພາລະກິດອັນສໍາຄັນຂອງບັນດິດຮຸ່ນໃໝ່; ການສໍາເລັດການສຶກສາຈາກມະຫາວິທະຍາໄລ ບໍ່ແມ່ນ “ຈຸດສິ້ນສຸດ” ຂອງການຮຽນຮູ້, ແຕ່ແມ່ນ “ຈຸດເລີ່ມຕົ້ນ” ຂອງການນໍາເອົາອົງຄວາມຮູ້, ທັກສະ ແລະ ປະສົບການ ໄປປະຕິບັດຕົວຈິງ ແລະ ສ້າງຜົນງານຮັບໃຊ້ປະເທດຊາດຢ່າງແທ້ຈິງ ແລະໃນໂອກາດອັນສໍາຄັນນີ້ ທ່ານ ກໍຍັງໄດ້ໃຫ້ກຽດມອບປະກາສະນີຍະບັດ ໃຫ້ແກ່ຜູ້ສໍາເລັດການສຶກສາ ພະສົງ, ມອບປະກາສະນີຍະບັດ ປະລິນຍາເອກ, ປະລິນຍາໂທ ແລະ ຜູ້ໄດ້ຮັບປະກາສະນີຍະບັດແດງ ແລະ ຜູ້ສໍາເລັດການສຶກສາ ລະດັບປະລິນຍາຕີ ແລະອະນຸປະລິນຍາ ເປັນກຽດມອບໂດຍ ທ່ານ ຮສ.ປອ ສິນທະວອນ ດາລາລົງ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ.
ຂໍ້ມູນຈາກ: ກະດານຂ່າວ ມຊ

