Homeຂ່າວພາຍ​ໃນຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ແລະ ທິດທາງແຜນໃນຕໍ່ໜ້າ.

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ແລະ ທິດທາງແຜນໃນຕໍ່ໜ້າ.

Published on

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ປິດລົງດ້ວຍຜົນສຳເລັດ ໃນວັນທີ 23 ກັນຍາ 2026 ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນ ຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າ ຈາກບັນດາກະ ຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ, ພ້ອມດ້ວຍ ບັນດາຄະນະນຳອົງການປົກຄອງທ້ອງຖິ່ນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນກັນຍາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນຕຸລາ 2026.
ທ່ານ ເຂິງຄໍາ ແກ້ວໜູຈັນ ຮອງລັດຖະມົນຕີ ຮອງຫົວ ໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະ ແຫຼງຂ່າວ ກ່ຽວກັບຜົນສຳເລັດກອງປະຊຸມດັ່ງກ່າວ ຕໍ່ສື່ມວນຊົນວ່າ: ກອງປະຊຸມດັ່ງກ່າວ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 22 ແລະ ອັດລົງໃນຕອນແລງວັນທີ 23 ກັນຍາ 2026 ນີ້ ຊຶ່ງກອງປະຊຸມ ໄດ້ຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາ ຫລາຍຫົວຂໍ້ທີ່ສໍາຄັນ ເປັນຕົ້ນ ສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ ຄື: ການປະຕິບັດວຽກຈຸດສຸມພົ້ນເດັ່ນ ປະຈໍາເດືອນກັນຍາ ແລະ ທິດທາງແຜນການ ປະຈຳເດືອນຕຸລາ 2026 ຂອງລັດຖະບານ; ການຈັດຕັ້ງປະຕິບັດມະຕິ 02/ລບ,ລົງວັນທີ 25 ກຸມພາ 2026 ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ ມະຕິ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໃນໄລຍະໃໝ່; ການປະຕິບັດຂໍ້ຕົກລົງ 08/ນຍ,​ ລົງວັນທີ 09 ກຸມພາ 2026 ວ່າດ້ວຍການແບ່ງຄວາມຮັບຜິດຊອບຈັດຕັ້ງຜັນຂະຫຍາຍບັນດາຂໍ້ສະເໜີ ຂອງບັນ ດາກະຊວງ-ອົງການ ແລະ ອົງການປົກຄອງນະຄອນຫຼວງ ແລະ ບັນດາແຂວງ ຕໍ່ການນໍາພາລວມ ຂອງຄະນະບໍລິ ຫານງານສູນກາງພັກ ສະໄໝທີ XII ທີ່ຕິດພັນກັບຄວາມຮັບຜິດຊອບຂອງລັດຖະບານ; ລາຍງານຄວາມຄືບໜ້າໃນການປະຕິບັດ ຂໍ້ຕົກລົງສະບັບເລກທີ 27/ນຍ, ລົງວັນທີ 20 ເມສາ 2026 ວ່າດ້ວຍການແບ່ງຄວາມຮັບຜິດ ຊອບໃຫ້ກະຊວງ-ອົງການທຽບເທົ່າລົງຊ່ວຍ ນະຄອນຫລວງວຽງຈັນ ແລະ ບັນດາແຂວງທົ່ວປະເທດ; ການຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດ ມະຕິ 62/ຄບສພ ແລະ ມະຕິ 34/ສພຊ ກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງ, ​ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ ໃນໄລຍະໃໝ່ ແລະ ຄວາມຄືບໜ້າໃນການກະກຽມຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ; ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ,ແຜນງົບປະມານແຫ່ງລັດແລະແຜນເງິນຕາ ປະຈໍາປີ 2026 ແລະ ທິດທາງແຜນການ ປະຈໍາປີ 2027 ຕິດພັນກັບການແບ່ງຄວາມຮັບຜິດຊອບ ໃນດໍາລັດ 08/ນຍ, ລົງວັນທີ 27 ມັງກອນ 2026.
ໃນນັ້ນ, ຕໍ່ການສະຫລຸບວຽກງານພົ້ນເດັ່ນ ປະຈໍາເດືອນກັນຍາ 2026 ຂອງລັດຖະບານ ກອງປະຊຸມ ໄດ້ຕີ ລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ບວກກັບສະພາບພາຍໃນປະເທດ ມີຝົນຕົກໜັກ ເຮັດໃຫ້ນໍ້າຖ້ວມ- ນໍ້າໄຫລຊຸ ຢູ່ບາງທ້ອງຖິ່ນພາໃຫ້ມີຜົນເສຍຫາຍ ທັງຊີວິດ ແລະ ຊັບສິນ, ແຕ່ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາວຽກຈຸດສຸມ ແລະ ມາດຕະການທີ່ກຳນົດໄວ້ ມີຜົນສໍາເລັດຫລາຍດ້ານ ເປັນຕົ້ນ ທົ່ວປະເທດ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງ ຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ໄດ້ສືບຕໍ່ຫັນລົງກໍ່ ສ້າງຮາກຖານການເມືອງ ຢູ່ບັນດາຮາກຖານ ແລະ ຈຸດຫລໍ່ແຫລມ; ໄດ້ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂປະກົດ ການຫຍໍ້ທໍ້ຕ່າງໆ; ມາຮອດປັດຈຸບັນ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 78% ຂອງແຜນການປີ, ປະຕິບັດແຜນລາຍຈ່າຍງົບປະມານໄດ້ 56% ຂອງແຜນການປີ, ສາມາດຄວບຄຸມອັດຕາເງິນເຟີ້ ສະເລ່ຍຢູ່ໃນລະດັບ 7,7%; ໄດ້ຮີບຮ້ອນປະສານສົມທົບ ສະກັດກັ້ນ, ຕອບໂຕ້ ແລະ ແກ້ໄຂ ການລະບາດຂອງພະ ຍາດອະຫິວາໝູ ຢູ່ 6 ແຂວງ ຕາມຫຼັກວິຊາການ ເພື່ອບໍ່ໃຫ້ແຜ່ລາມອອກສູ່ວົງກວ້າງ; ໄດ້ເອົາໃຈໃສ່ສົ່ງເສີມການຜະ ລິດ ເພື່ອທົດແທນການນຳເຂົ້າ ແລະ ເປັນສິນຄ້າ, ທັງຄຸ້ມ ຄອງລາຄາສິນຄ້າ ແລະ ຄ່າບໍລິການ; ໄດ້ສຸມໃສ່ປັບປຸງກົນໄກຄຸ້ມຄອງ ການຂົນສົ່ງລົດໄຟໃຫ້ມີຄວາມສະຫງົບ ແລະ ປອດໄພຮອບດ້ານ; ໄດ້ພັດທະນາສີມືແຮງງານ ຕາມມາດຕະຖານສີມືແຮງງານແຫ່ງຊາດ ແລະ ສົ່ງເສີມທຸກພາກສ່ວນເສດຖະກິດ ຈັດຫາວຽກເຮັດງານທໍາ ເຂົ້າສູ່ຕະ ຫລາດແຮງງານ ພາຍໃນ ແລະ ຕ່າງປະເທດ​ ທີ່ຖືກຕ້ອງຕາມກົດໝາຍ​ ໄດ້ 11 ພັນກວ່າຄົນ, ເທົ່າກັບ 174% ຂອງ​ແຜນ​ການເດືອນ; ໄດ້ສົ່ງ​ເສີມ​ມາດ​ຕະ​ຖານ​ແຮງ​ງານ, ປົກ​ປ້ອງ​ສິດຜົນປະໂຫຍ​ດຂອງ​ຜູ້​ອອກ​ແຮງ​ງານ ແລະ ຜູ້​ໃຊ້​ແຮງ​ງານຕາມກົດໝາຍ ​ແລະ ລະບຽບ​ການ; ສໍາເລັດການສ້າງຂະບວນການເປີດສົກຮຽນໃໝ່ 2026-2027 ແລະ ສະຫລຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດການສອບເສັງຈົບຊັ້ນ ມັດທະຍົມສຶກສາຕອນປາຍ ສົກຮຽນ 2025-2026 ທົ່ວປະເທດ; ໄດ້ເອົາໃຈໃສ່ປັບປຸງການບໍລິ ການດ້ານສາທາລະນະສຸກ ແລະ ປ້ອງກັນການແຜ່ລະບາດຂອງພະຍາດຕາມລະດູການຢ່າງໃກ້ຊິດ; ການນຳ ແລະ ສະມາຊິກລັດຖະບານຈຳນວນໜຶ່ງ ໄດ້ລົງຮາກຖານຢູ່ບາງບ້ານ, ຕາແສງ, ເມືອງ ແລະ ບາງແຂວງ, ພ້ອມທັງ ນໍາເອົາວັດຖຸ ແລະ ທຶນຮອນຈໍານວນໜຶ່ງ ໄປຊ່ວຍແກ້ໄຂຜົນກະ ທົບຈາກໄພນໍ້າຖ້ວມ; ໄດ້ສືບຕໍ່ສຸມໃສ່ບູລະນະສ້ອມ ແປງເສັ້ນທາງຫລວງແຫ່ງຊາດ, ບັນດາເສັ້ນທາງ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ໃຫ້ສາມາດທຽວໄປມາໄດ້; ໄດ້ສຸມໃສ່ປັບປຸງສະພາບແວດລ້ອມທ່ອງທ່ຽວ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ; ໄດ້ເອົາໃຈໃສ່ຕິດຕາມ ສະພາບການພາກພື້ນ ແລະ ສາກົນຢ່າງໃກ້ຊິດ, ການນຳພັກ-ລັດ ໄດ້ເຄື່ອນໄຫວຢ້ຽມຢາມບັນດາປະເທດເພື່ອນມິດ ແລະ ເຂົົ້າຮ່ວມບັນດາກອງປະຊຸມສາກົນ, ທັງໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງ ແລະ ອົງການຈັດຕັ້ງສາກົນ ຢູ່ ສປປ ລາວ.
ຄຽງຄູ່ກັບຜົນສຳເລັດດັ່ງກ່າວ, ກໍຍັງມີວຽກງານຈຳ ນວນໜຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ແກ້ໄຂ ໃຫ້ມີປະສິດທິຜົນຫລາຍກວ່າເກົ່າ ເປັນຕົ້ນ ການຈັດຕັ້ງປະຕິບັດບັນດາມະຕິ, ຄຳສັ່ງ ແລະ ນິຕິກຳຂອງລັດຖະບານ; ການນຳພາທາງດ້ານການເມືອງ-ແນວຄິດ ໃຫ້ພະນັກງານ ແລະ ປະຊາຊົນ; ບັນຫາສະແກມເມີ, ອຸບັດເຫດຕາມທ້ອງຖະ ໜົນ, ການຄ້າຂາຍຢາເສບຕິດ, ການຄ້າຂາຍ ແລະ ນຳເຂົ້າສິນຄ້ານອກລະບົບ, ການແອບອ້າງທາງດ້ານພຸດທະສາ ສະໜາ; ການຄຸ້ມຄອງບັນດາໂຮງໝໍ, ຫ້ອງກວດພະຍາດ ຂອງເອກະຊົນ ແລະ ສະຖານທີ່ເສີມຄວາມງາມ; ການແກ້ ໄຂ ແລະ ຄຸ້ມຄອງແຮງງານຕ່າງປະເທດ; ສະພາບການສ້າງຂ່າວປອມ, ຂ່າວບິດເບືອນ, ການຍຸແຫຍ່ແບ່ງແຍກຄວາມສາມັກຄີພາຍໃນ ແລະ ບັນຫາອື່ນໆ.
ກອງປະຊຸມເຫັນດີດ້ານຫລັກການ ຮັບຮອງເອົາຮ່າງແຜນດໍາເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບ ຍິງ- ຊາຍ 5 ປີ ຄັ້ງທີ V (2026-2030); ຮ່າງແຜນດໍາເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ IV (2026- 2030); ຮ່າງແຜນດໍາເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ 5 ປີ ຄັ້ງທີ III (2026-2030) ໂດຍໄດ້ຊີ້ນໍາຄະນະຮັບຜິດຊອຍ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງບັນດາຮ່າງແຜນດຳເນີນງານດັ່ງກ່າວ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ບົດບາດຄວາມສຳຄັນຂອງວຽກງານ, ຂໍ້ມູນສະຖິຕິດ້ານຕ່າງໆທີ່ກ່ຽວຂ້ອງ, ການກຳນົດບັນດາເປົ້າໝາຍຈຸດສຸມ ກໍຄື ໜ້າວຽກ ທີ່ຈະຕ້ອງໄດ້ແກ້ໄຂ ແລະ ຜັນຂະຫຍາຍ-ສົ່ງເສີມ, ການນຳໃຊ້ເຕັກໂນໂລຊີ ເຂົ້າໃນວຽກງານ,ການກຳນົດແຜນໂຄສະນາເຜີຍແຜ່-ແນະນຳ ແລະອື່ນໆ ໃຫ້ລະອຽດຈະແຈ້ງ ແລະ ຄົບຖ້ວນສົມບູນກວ່າເກົ່າ.
ພ້ອມນີ້, ຍັງໄດ້ເຫັນດີດ້ານຫລັກການ ຮັບຮອງເອົາຮ່າງຍຸດທະສາດ ປັນຍາປະດິດ ແຫ່ງຊາດ (2026-2035); ຮ່າງຍຸດທະສາດ ພັດທະນາ ແລະ ນໍາໃຊ້ດາວທຽມຢູ່ ສປປ ລາວ ໄລຍະແຕ່ປີ (2026-2035), ໂດຍໄດ້ຊີ້ນຳກະຊວງເຕັກໂນໂລຊີ ແລະ ການສື່ສານ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕາມຄຳເຫັນຂອງສະມາ ຊິກລັດຖະບານ ເປັນຕົ້ນ ການກຳນົດຈຸດສຸມພັດທະນາລະບົບໂຄ່ງລ່າງພື້ນຖານ, ຖານຂໍ້ມູນ, ຊັບພະຍາກອນມະ ນຸດ ແລະ ການນຳໃຊ້; ການກຳນົດຂອບເຂດການນຳໃຊ້; ການກຳນົດເງື່ອນໄຂການລົງທຶນ ແລະ ການຮ່ວມມື ໃນວຽກງານດັ່ງກ່າວ; ການກຳນົດຍຸດທະສາດ ຄວາມເປັນກາງ ໃນການຮ່ວມມືທາງດ້ານເຕັກໂນໂລຊີ; ການຈັດລຽງບຸລິມະສິດ ແລະ ນະໂຍບາຍ ຕໍ່ຂົງເຂດວຽກງານຕ່າງໆ ທີ່ຈະຕ້ອງນຳໃຊ້ໃຫ້ເກີດປະໂຫຍດສູງສຸດ. ພ້ອມທັງ ເຫັນດີດ້ານຫລັກການ ຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍໄຟຟ້າ (ສະ ບັບປັບປຸງ); ຮ່າງກົດໝາຍ ວ່າດ້ວຍແຮ່ທາດ (ສະບັບປັບ ປຸງ); ການໂຮມ ຮ່າງກົດໝາຍ ວ່າດ້ວຍການປະກັນສຸຂະ ພາບ ແລະ ຮ່າງກົດໝາຍ ວ່າດ້ວຍການປະກັນສັງຄົມ ເຂົ້າເປັນກົດໝາຍດຽວກັນ; ຜົນການຄົ້ນຄວ້າ ຮ່າງນິຕິກໍາ ກ່ຽວ ກັບການແບ່ງຂັ້ນຄຸ້ມຄອງ ແລະ ຄວາມຮັບຜິດຊອບຂອງຂະແໜງການຕ່າງໆ ຂັ້ນຕາແສງ ໂດຍໄດ້ຊີ້ນຳກະຊວງ- ອົງການ ສົມທົບກັບພາກສ່ວນກ່ຽວຂ້ອງ ນຳເອົາຮ່າງນິຕິກຳ ທີ່ຕິດພັນກັບຂະແໜງການຂອງຕົນ ໄປປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນສອດ ຄ່ອງກັບສະພາບຕົວຈິງ, ລະອຽດຈະແຈ້ງ, ຮັດກຸມ, ຄົບຖ້ວນສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງໂລ່ງ ລ່ຽນ, ທັນການ, ມີປະສິດທິພາບ ແລະ ປະສິດທິຜົນສູງ.
ກອງປະຊຸມ ຍັງໄດ້ຊີ້ນຳການປັບປຸງການອອກແບບກາໝາຍໃໝ່ ຂອງກະຊວງວັດທະນະທໍາ ແລະ ການທ່ອງ ທ່ຽວ, ແລ້ວມາຜ່ານທ່ານນາຍົກລັດຖະມົນຕີ ແລະ ບັນດາທ່ານ ຮອງນາຍົກລັດຖະມົນຕີ ເພື່ອມີຄຳເຫັນຕື່ມອີກ.
ສຳລັບທິດທາງແຜນວຽກຈຸດສຸມ ປະຈຳເດືອນຕຸລາ 2026 ກອງປະຊຸມ ໄດ້ຊີ້ນໍາຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສຳຄັນ ຄື: ສືບຕໍ່ເອົາໃຈໃສ່ ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ເພີ່ມທະວີການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໂດຍສະ ເພາະ ບັນຫາສະແກຣມເມີ, ບັນຫາຢາເສບຕິດ, ບັນຫາການປຸ້ນຈີ້ຊີງຊັບ, ບັນຫາອຸບັດເຫດຕາມທ້ອງຖະໜົນ ໃຫ້ຫລຸດຜ່ອນລົງ ແລະ ຮັບປະກັນຄວາມປອດໄພຮອບດ້ານ; ສືບຕໍ່ສຸມໃສ່ການເກັບລາຍຮັບງົບປະມານ ຈາກແຫລ່ງລາຍຮັບທີ່ມີແລ້ວໃຫ້ຄົບຖ້ວນ ແລະ ຊອກແຫລ່ງລາຍຮັບອື່ນ ຕາມທ່າແຮງຂອງຕົນ, ທັງຫັນເປັນທັນສະໄໝ ແລະ ຄຸ້ມຄອງລາຍຈ່າຍໃຫ້ມີປະສິດທິພາບສູງກວ່າເກົ່າ.
ສືບຕໍ່ລົງຊ່ວຍແຂວງ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຕາແສງ ໂດຍສະເພາະ ໃຫ້ເລັ່ງປັບປຸງນິຕິກໍາ ກ່ຽວ ກັບການແບ່ງຄວາມຮັບຜິດຊອບຂອງຂະແໜງການຕ່າງໆ ຕໍ່ວຽກງານດັ່ງກ່າວ; ສຸມໃສ່ກະກຽມເນື້ອໃນ ແລະ ເຂົ້າ ຮ່ວມລາຍງານຕໍ່ກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ທີ່ຈະຈັດຂຶ້ນ ໃນໄລຍະມໍ່ໆນີ້ ໂດຍສະເພາະ ຮ່າງນິຕິກຳ ທີ່ຕິດພັນກັບ ກະ ຊວງສຶກສາ ທິການ ແລະ ກິລາ, ກະຊວງປ້ອງກັນປະເທດ ແລະ ກະ ຊວງອຸດສາຫະກຳ ແລະ ການຄ້າ; ສຸມໃສ່ກະ ກຽມເນື້ອໃນ ທີ່ຕິດພັນກັບຄວາມຮັບຜິດຊອບຂອງລັດ ຖະບານ ທີ່ຈະລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ທີ່ຈະຈັດຂຶ້ນ ໃນເດືອນຕຸລານີ້ ໃຫ້ສໍາເລັດທັນເວລາ. ໃນນັ້ນ, ໃຫ້ຫ້ອງວ່າການສຳ ນັກງານນາຍົກລັດຖະມົນຕີ ສົມທົບກັບກະຊວງການເງິນ ກະກຽມບົດລາຍງານຂອງລັດຖະບານ ກ່ຽວກັບການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະຈຳປີ 2026 ແລະ ທິດທາງແຜນການ ປະຈໍາປີ 2027.
ນອກນັ້ນ,ໃຫ້ກະຊວງ-ອົງການທີ່ກ່ຽວຂ້ອງ ກະກຽມລາຍງານຮ່າງກົດໝາຍ 8 ສະບັບ ທີ່ໄດ້ກໍານົດໄວ້ ໂດຍໃຫ້ສຸມໃສ່ເລັ່ງທວງ ແລະ ປັບປຸງບັນດານິຕິກໍາ ກໍຄື ນະໂຍ ບາຍສໍາຄັນຂອງລັດຖະບານ ທີ່ໄດ້ຜ່ານກອງປະຊຸມລັດຖະ ບານ ແລະ ກອງປະຊຸມນາຍົກ-ຮອງນາຍົກ ຜ່ານມາ ເປັນຕົ້ນ ຄໍາສັ່ງ ກ່ຽວກັບການກໍານົດເງື່ອນໄຂພັດທະນາແຮ່ທາດ ແລະ ດໍາລັດ ກໍານົດນະໂຍບາຍ ສໍາລັບແຂວງຜົ້ງສາລີ ແລະ ແຂວງຫົວພັນ; ໃຫ້ຮີບຮ້ອນແກ້ໄຂບັນຫາສູນປະຕິ ບັດທຳຫລັກ 38 ເມືອງປາກງື່ມ ທີ່ມີການເຄື່ອນໄຫວບໍ່ສອດຄ່ອງກັບແນວທາງນະໂຍບາຍ, ກົດໝາຍ ແລະ ລະ ບຽບການ, ທັງບິດເບືອນຫລັກທຳຄຳສອນ ທາງພຸດທະສາສະໜາ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ເພື່ອບໍ່ໃຫ້ສັງຄົມຫລົງເຊື່ອ ແລະ ເຂົ້າໃຈຜິດ. ພ້ອມກັນນັ້ນ, ໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສົມທົບກັບພາກສ່ວນກ່ຽວຂ້ອງ ເລັ່ງປັບປຸງດຳລັດ 315/ລບ,ລົງວັນທີ 16 ສິງຫາ 2016 ວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາ ຢູ່ ສປປ ລາວ ໃຫ້ສອດຄ່ອງກັບສະພາບເງື່ອນໄຂໃນປັດຈຸບັນ.
ສືບຕໍ່ສຸມໃສ່ກໍ່ສ້າງ, ສ້ອມແປງບັນດາເສັ້ນທາງຫລວງແຫ່ງຊາດ ແລະ ເສັ້ນທາງຕ່າງໆ ໃຫ້ສຳເລັດຕາມແຜນກຳ ນົດ ໂດຍສະເພາະ ໂຄງການທີ່ມີທຶນແລ້ວ ທັງທຶນ ODA, ທຶນລັດ ແລະ ການມີສ່ວນຮ່ວມຂອງພາກເອກະຊົນ ຕາມມະຕິ 05/ລບ; ສືບຕໍ່ຊຸກຍູ້ ແລະ ສົ່ງເສີມການຜະລິດລະດູຝົນ, ການຜະລິດສິນຄ້າ ເພື່ອທົດແທນການນຳເຂົ້າ ແລະ ປຸງແຕ່ງ ເພື່ອສົ່ງອອກໃຫ້ບັນລຸຕາມແຜນ, ພ້ອມທັງ ເພີ່ມທະວີການຕິດຕາມເຝົ້າລະວັງ, ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງພະຍາດອະຫິວາໝູ ທີ່ກຳລັງລະບາດຢູ່ຫລາຍທ້ອງຖິ່ນ ໂດຍໃຫ້ລົງເລິກຊອກຫາສາເຫດຕົວຈິງ ເພື່ອມີມາດຕະການປ້ອງກັນ ບໍ່ໃຫ້ເກີດຂຶ້ນອີກຕໍ່ໜ້າ.
ພ້ອມກັນນັ້ນ, ກໍໃຫ້ຮີບຮ້ອນຄົ້ນຄວ້ານະໂຍບາຍຊ່ວຍ ເຫລືອຜູ້ປະກອບການ ແລະ ຄອບຄົວທີ່ລ້ຽງໝູ; ສືບຕໍ່ປະ ຕິບັດມາດຕະການຕ່າງໆ ຈຳກັດການນຳເຂົ້າສິນຄ້າຟຸມເຟືອຍ ແລະ ສິນຄ້າທີ່ພາຍໃນສາມາດຜະລິດໄດ້ ໃຫ້ແຂງ ແຮງກວ່າເກົ່າ. ພ້ອມກັນນັ້ນ, ກໍສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານທາງເລືອກ; ກະກຽມຈັດພິທີສະ ເຫລີມສະຫລອງວັນຄູ ແຫ່ງຊາດ 07 ຕຸລາ 2026 ຄົບຮອບ 32 ປີ ໃຫ້ດີ, ມີເນື້ອໃນ ແລະ ຄວາມໝາຍ, ເນັ້ນຄວາມສຳຄັນຂອງການສຶກສາ,ຄູ,ນັກຮຽນ ໂດຍຖືເປັນຂະບວນ ການປຸກລະດົມການຮັກອາຊີບຄູ,ການເຂົ້າຮຽນແລະອື່ນໆ.
ສືບຕໍ່ສຸມໃສ່ ການຜັນຂະຫຍາຍແຜນພັດທະນາສາ ທາລະນະສຸກ 5 ປີ ຄັ້ງທີ X (2026-2030), ເພີ່ມທະວີການໂຄສະນາສຸຂະສຶກສາ, ການສັກຢາກັນພະຍາດ ແລະ ສົ່ງເສີມສຸຂະພາບ ໃຫ້ທຸກພາກສ່ວນໃນສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈ; ພ້ອມທັງ ຍົກລະດັບຄຸນນະພາບ ໃນການບໍລິການຂອງບັນດາໂຮງໝໍລັດ ໃຫ້ດີຂຶ້ນກວ່າເກົ່າ. ໃຫ້ບັນ ດາກະຊວງ-ອົງການ ສືບຕໍ່ລົງຊ່ວຍນະຄອນຫລວງວຽງ ຈັນ ແລະ ບັນດາແຂວງ ຕາມຂໍ້ຕົກລົງ ສະບັບເລກທີ 27/ນຍ, ລົງວັນທີ 20 ເມສາ 2026 ໃຫ້ໄດ້ຮັບຜົນດີ; ສືບຕໍ່ກະກຽມການເຄື່ອນໄຫວຕ່າງປະເທດ ຂອງການນຳຂັ້ນສູງ ແລະ ກະກຽມຕ້ອນຮັບຄະນະຜູ້ແທນປະເທດຕ່າງໆ ໃຫ້ດີ ແລະ ສົມກຽດ.
ນອກຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກ ຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະບານ ແລະ ການນຳບັນດາທ້ອງຖິ່ນ ນໍາເອົາແຜນວຽກຈຸດສຸມ ປະຈຳເດືອນກັນຍາ 2026 ທີ່ກອງປະຊຸມໄດ້ເອກະພາບກັນ ໄປປັບປຸງເຂົ້າໃນແຜນວຽກຂອງຂະແໜງການ ແລະ ທ້ອງຖິ່ນຕົນ ໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ຂອງການຈັດຕັ້ງແຕ່ລະຂັ້ນ ແລະ ມີຄາດໝາຍເວລາສຳເລັດທີ່ຊັດເຈນ.

ບົດຄວາມຫຼ້າສຸດ

ອັດຕະປືພົບຄວາມຜິດດ່ຽງດ້ານເອກະສານລາຍຮັບ-ລາຍຈ່າຍ ຫຼາຍກວ່າ 21,85 ຕື້ກີບ ໃນການກວດກາການຊົດເຊີຍ ເຫດການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກວດກາທົ່ວແຂວງອັດຕະປື ໄລຍະ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ (2026-2030) ໄດ້ຈັດຂຶ້ນໃນວັນທີ 22 ກັນຍາ 2026...

ຮອງນາຍົກລັດຖະມົນຕີພ້ອມດ້ວຍຄະນະ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 81

ໃນວັນທີ 22 ກັນຍາ 2026, ທີ່ ນະຄອນ ນິວຢອກ, ສ.ອາເມຣິກາ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນຂັ້ນສູງຂອງ...

ຈັດກອງປະຊຸມປຶກສາຫາລືເພື່ອແກ້ໄຂບັນຫາສູນປະຕິບັດທໍາ ຫຼັກ 38 ເມືອງປາກງື່ມ ນະຄອນຫຼວງວຽງຈັນ

ໃນຕອນເຊົ້າຂອງວັນທີ 16 ກັນຍາ 2026 ຢູ່ທີ່ຫ້ອງປະຊຸມນ້ອຍ 207 ຂອງສູນກາງແນວລາວສ້າງຊາດ ໄດ້ຈັດ ກອງປະຊຸມປຶກສາຫາລືເພື່ອແກ້ໄຂ ບັນຫາສູນປະຕິບັດທໍາ ຫຼັກ 38 ຕັ້ງຢູ່ບ້ານສ້າງໄຜ່ ເມືອງປາກງື່ມ...

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈໍາເດືອນກັນຍາ 2026 ພິຈາລະນາ 16 ຫົວຂໍ້ສຳຄັນ

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ກັນຍາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ;...