Homeຂ່າວພາຍ​ໃນອັດຕະປືພົບຄວາມຜິດດ່ຽງດ້ານເອກະສານລາຍຮັບ-ລາຍຈ່າຍ ຫຼາຍກວ່າ 21,85 ຕື້ກີບ ໃນການກວດກາການຊົດເຊີຍ ເຫດການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ

ອັດຕະປືພົບຄວາມຜິດດ່ຽງດ້ານເອກະສານລາຍຮັບ-ລາຍຈ່າຍ ຫຼາຍກວ່າ 21,85 ຕື້ກີບ ໃນການກວດກາການຊົດເຊີຍ ເຫດການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ

Published on

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກວດກາທົ່ວແຂວງອັດຕະປື ໄລຍະ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ (2026-2030) ໄດ້ຈັດຂຶ້ນໃນວັນທີ 22 ກັນຍາ 2026 ທີ່ຫໍປະຊຸມໃຫຍ່ແຂວງ, ກອງປະຊຸມດຳເນີນພາຍໃຕ້ຄຳຂວັນ “ເພີ່ມທະວີວຽກ ງານຕິດຕາມ, ກວດກາພັກ-ລັດ, ຕ້ານ ແລະ ແກ້ໄຂການສໍ້ລາດບັງຫຼວງ ທັນສະໄໝ ແລະ ເຂັ້ມງວດ ເພື່ອການພັດທະນາ”, ໂດຍມີ ສະຫາຍ ບຸນເຖິງ ດວງສະຫວັນ, ກຳມະການສູນກາງພັກ, ເລຂາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງອັດຕະປື, ເຂົ້າຮ່ວມເປັນປະທານ, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ສູວັນສີ ແກ້ວວິເສີດ, ປະທານຄະນະກວດກາພັກແຂວງ, ປະທານອົງການກວດກາລັດ, ຫົວໜ້າຕ້ານການສໍ້ລາດບັງຫຼວງແຂວງອັດຕະປື, ໄດ້ຜ່ານຮ່າງບົດສະຫຼຸບຕີລາຄາຜົນງານກວດກາໄລຍະ 5 ປີຜ່ານມາ, ໂດຍຍົກໃຫ້ເຫັນຕະຫຼອດໄລຍະ 2021-2025, ວຽກງານກວດກາຂອງແຂວງ ໄດ້ສຸມໃສ່ຫຼາຍຂົງເຂດສຳຄັນ. ໃນນີ້ ປີ 2024, ແຂວງໄດ້ຮັບຮອງແຜນການລົງທຶນຂອງລັດ 201 ໂຄງການ, ມູນຄ່າ 1,586.07 ຕື້ກີບ ແລະ ໄດ້ສະເໜີສະພາປະຊາຊົນແຂວງອອກມະຕິຍົກ ເລີກ 9 ໂຄງການທີ່ບໍ່ໄດ້ຈັດຕັ້ງປະຕິບັດ, ມູນຄ່າ 47,22 ຕື້ກີບ, ສຳລັບການກວດກາກອງທຶນປະກັນສຸຂະພາບແຫ່ງຊາດ ໄລຍະ 2017-2023, ພົບຄວາມຜິດດ່ຽງດ້ານເອກະສານລາຍຮັບຫຼາຍກວ່າ 21,85 ຕື້ກີບ, ພາຍຫຼັງກວດກາລາຍຮັບ-ລາຍຈ່າຍຕົວຈິງ ພົບວ່າຍັງສາມາດຕອບສະໜອງລາຍຈ່າຍ ແລະ ມີເງິນສ່ວນເຫຼືອພຽງພໍ, ດ້ານການກວດກາການຊົດເຊີຍຈາກເຫດການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກພັງ, ໄດ້ຕິດຕາມການຄຸ້ມຄອງເງິນບໍລິຈາກ ແລະ ເງິນຊົດເຊີຍ ລວມມູນຄ່າ 1,032.07 ຕື້ກີບ ແລະ 32,46 ລ້ານໂດລາ. ພ້ອມນັ້ນ ໄດ້ຕິດຕາມການຈັດສັນເຮືອນຊົ່ວຄາວ 450 ຫຼັງ, ເຮືອນຖາວອນ 700 ຫຼັງ ແລະ ກວດກາ 200 ໂຄງການຟື້ນຟູພື້ນຖານໂຄງລ່າງ. ຈາກການກວດກາຍັງສາມາດເກັບກູ້ເງິນຈາກວຽກງານຄ້າງປະຕິບັດ ມອບຄືນງົບປະມານໄດ້ 415,7 ລ້ານກີບ. ຂະນະດຽວກັນ, ການກວດກາກອງທຶນບູລະນະຮັກສາທາງຫຼວງ ໄລຍະ 2020-2023 ພົບວ່າມີລາຍຮັບລວມ 27,39 ຕື້ກີບ ແລະ ພົບຂໍ້ຂາດຕົກບົກຜ່ອງບາງປະການດ້ານສັນຍາ ແລະ ການຈັດຊື້-ຈັດຈ້າງ.

ສຳລັບວຽກງານຕ້ານ ແລະ ດຳເນີນຄະດີສໍ້ລາດບັງຫຼວງ, ໃນໄລຍະ 2021-2025 ໄດ້ດຳເນີນຄະດີ 3 ເລື່ອງ ແລະ ມີພະນັກງານຖືກຈັບຕົວ 17 ຄົນ, ໃນນັ້ນ ເປັນເພດຍິງ 6 ຄົນ. ສະເພາະຄະດີໃຫຍ່ໃນປີ 2024-2025 ທີ່ກ່ຽວພັນກັບພະນັກງານ 24 ຄົນ ແລະ ຜູ້ກ່ຽວຂ້ອງລວມ 38 ຄົນ, ສາມາດເກັບກູ້ຊັບສິນຄືນໄດ້ 19,98 ຕື້ກວ່າກີບ 59,400 ບາດ ແລະ 57,000 ໂດລາ, ອາຍັດດິນ 91 ຕອນ, ຍຶດລົດ 14 ຄັນ ແລະ ຊັບສິນອື່ນໆ.

ສະຫາຍ ສູວັນສີ ແກ້ວວິເສີດ ໄດ້ລາຍງານໃຫ້ຮູ້ອີກວ່າ: ໃນ 5 ປີຕໍ່ໜ້າ(2026-2030) ແຂວງອັດຕະປື ໄດ້ກຳນົດ 5 ວຽກງານຈຸດສຸມ ຄື: ເພີ່ມທະວີວຽກງານຕິດຕາມ ແລະ ກວດກາພາຍໃນພັກ ໂດຍສຸມໃສ່ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ມະຕິ XII ຂອງອົງຄະນະພັກແຂວງ, ເພີ່ມທະວີການກວດກາການຄຸ້ມຄອງບໍລິຫານລັດ ໂດຍເນັ້ນໃສ່ໂຄງການລົງທຶນ, ການຄຸ້ມຄອງງົບປະມານ, ຊັບພະຍາກອນທຳມະຊາດ, ການແກ້ໄຂການລັກລອບຂຸດຄົ້ນແຮ່ຄຳຕົກຂ້ອນ ແລະ ເປີດຊ່ອງທາງໃຫ້ປະຊາຊົນມີສ່ວນຮ່ວມສະໜອງຂໍ້ມູນ, ສືບຕໍ່ຕ້ານ ແລະ ແກ້ໄຂການສໍ້ລາດບັງຫຼວງ ໂດຍດຳເນີນຄະດີຕາມລະບຽບ, ເພີ່ມທະວີການຂຶ້ນບັນຊີຊັບສິນຂອງພະນັກງານ ແລະ ສົ່ງ ເສີມການນຳເນື້ອໃນຕ້ານການສໍ້ລາດບັງຫຼວງເຂົ້າໃນການສຶກສາ, ຍົກລະດັບກົງຈັກ ແລະ ພະນັກ ງານກວດກາ ໃຫ້ມີຄວາມເປັນມືອາຊີບ, ມີຈັນຍາບັນ ແລະ ຮອງຮັບການຫັນເປັນທັນສະໄໝ ໂດຍພັດທະນາລະບົບຈັດເກັບຂໍ້ມູນແບບລວມສູນດ້ວຍເຕັກໂນໂລຊີ, ຍົກສູງຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນ ໂດຍຖືເອົາວຽກງານກວດກາເປັນກົນໄກສຳຄັນໃນການບໍລິຫານ ແລະ ເປັນໜ້າທີ່ຮັບຜິດຊອບຂອງຜູ້ນຳແຕ່ລະຂັ້ນ.

ກອງປະຊຸມຄັ້ງນີ້ ເປັນໂອກາດໃຫ້ຂະແໜງກວດກາທົ່ວແຂວງໄດ້ສະຫຼຸບຜົນງານ, ທົບທວນບັນດາຂໍ້ຄົງຄ້າງ ແລະ ກຳນົດທິດທາງວຽກງານໃນ 5 ປີຕໍ່ໜ້າ ເພື່ອໃຫ້ວຽກງານຕິດຕາມ, ກວດກາ ແລະ ຕ້ານການສໍ້ລາດບັງຫຼວງ ມີຄວາມເຂັ້ມງວດ, ທັນສະໄໝ ແລະ ປະສິດທິຜົນຍິ່ງຂຶ້ນ.

ອ້າງອີງຈາກ: ຂ່າວສານອອນລາຍ ອັດຕະປື

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...