Homeຂ່າວພາຍ​ໃນນາຍົກມີຄໍາເຫັນເນັ້ນໜັກບັນດາກະຊວງ-ຂະແໜງການ ໃຫ້ເອົາໃຈໃສ່ວຽກວາງເປົ້າໝາຍໃຫ້ຊັດເຈນ ເພື່ອຫັນໄປສູ່ຄວາມທັນສະໄໝ

ນາຍົກມີຄໍາເຫັນເນັ້ນໜັກບັນດາກະຊວງ-ຂະແໜງການ ໃຫ້ເອົາໃຈໃສ່ວຽກວາງເປົ້າໝາຍໃຫ້ຊັດເຈນ ເພື່ອຫັນໄປສູ່ຄວາມທັນສະໄໝ

Published on

ໃນໂອກາດກ່າວເປີດ ທ່ານປະທານກອງປະຊຸມ ໄດ້ມີຄໍາເຫັນບາງຕອນວ່າ: ວຽກງານແຂ່ງຂັນ ແລະ ຍ້ອງຍໍ ແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນ ແມ່ນການປຸກລະດົມກຳລັງແຮງຂອງມະຫາຊົນ ແລະ ທຸກຊັ້ນຄົນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະກອບສ່ວນສ້າງການຫັນປ່ຽນໃໝ່ ທີ່ແຂງແຮງ, ເລິກເຊິ່ງ, ໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງຂະແໜງການ ແລະ ທ້ອງຖິ່ນ ໃຫ້ເຂົ້າສູ່ການຈັດຕັ້ງປະຕິບັດຕົວຈິງທີ່ມີປະສິດທິຜົນ; ພັກ ແລະ ລັດຖະບານ ໄດ້ໃຫ້ຄວາມສຳຄັນຕໍ່ວຽກງານດັ່ງກ່າວ ແລະ ຊີ້ນຳຢ່າງໃກ້ຊິດ ຕໍ່ຄະນະຊີ້ນໍາລະດັບຊາດ ໃນການປັບປຸງນິຕິກຳ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ມີປະສິດທິຜົນ. ມາຮອດປັດຈຸບັນ ບັນດານິຕິກໍາທີ່ກ່ຽວຂ້ອງ ກໍໄດ້ຮັບຮອງຢ່າງເປັນທາງການແລ້ວ ຈໍານວນ 06 ສະບັບ ເປັນຕົ້ນ:

ລັດຖະດໍາລັດ ສະບັບເລກທີ 100/ປປທ, ລົງວັນທີ 29 ພຶດສະພາ 2026 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ. ດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ສະບັບເລກທີ 282/ນຍ, ລົງວັນທີ 28 ສິງຫາ 2026.

ຂໍ້ຕົກລົງ ວ່າດ້ວຍການແບ່ງຄວາມຮັບຜິດຊອບ ຂອງຄະນະຊີ້ນໍາລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ສະບັບເລກທີ 02/ຄຊຂຍ, ລົງວັນທີ 31 ສິງຫາ 2026; ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງກອງເລຂາ ຂອງຄະນະຊີ້ນໍາລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ສະບັບເລກທີ 03/ຄຊຂຍ, ລົງວັນທີ 31 ສິງຫາ 2026; ແຜນການເຄື່ອນໄຫວ ປະຈໍາປີ 2026ແຜນດໍາເນີນງານ ປະຈໍາປີ 2026-2030; ການສະຫຼຸບລາຍງານຫຍໍ້ຜົນການຈັດຕັ້ງປະຕິບັດວຽກງານແຂ່ງຂັນ ແລະ ຍ້ອງຍໍ ໄລຍະຜ່ານມາ.

ກອງປະຊຸມຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການກະກຽມທາງດ້ານເນື້ອໃນ ໃຫ້ແກ່ກອງປະຊຸມສະຫຼຸບຕີລາຄາ ຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ໃນທົ່ວປະເທດ ທີ່ຈະຈັດຂຶ້ນໃນທ້າຍປີນີ້, ພ້ອມນີ້ ບັນດາຜູ້ເຂົ້າຮ່ວມ ຈະໄດ້ສຸມສະຕິປັນຍາ, ຍົກສູງຄວາມຮັບຜິດຊອບ ໃນການປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອປັບປຸງນິຕິກຳ ແລະ ຮ່າງດຳລັດ ໃຫ້ມີເນື້ອໃນເລິກເຊິ່ງ,​ ຄົບຖ້ວນ, ອຸດົມສົມບູນ ສາມາດນຳໄປຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ ແລະ ເຮັດໃຫ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃນທົ່ວປະເທດ ມີບັນຍາກາດຟົດຟື້ນ ແລະ ຕໍ່ເນື່ອງ.

ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ກໍຍັງໄດ້ມີຄໍາເຫັນເນັ້ນໜັກຕື່ມ ເປັນຕົ້ນ ບັນດາກະຊວງ-ຂະແໜງການ ໃຫ້ເອົາໃຈໃສ່ກຳນົດບັນດາໜ້າວຽກ ແລະ ເປົ້າໝາຍໃຫ້ຖືກຕ້ອງຊັດເຈນ ເພື່ອຮັບປະກັນຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ; ຫັນໄປສູ່ຄວາມທັນສະໄໝ, ສ້າງຖານຂໍ້ມູນ ໃຫ້ມີລະບົບການຕິດຕາມ ແລະ ປະເມີນຜົນທີ່ເຂັ້ມແຂງ ເພື່ອເປັນບ່ອນອີງພື້ນຖານໃນການຕັດສິນບັນຫາ ແລະ ການວາງນະໂຍບາຍໃນຕໍ່ໜ້າ; ພ້ອມທັງ ສືບຕໍ່ໃຫ້ມີກົນໄກການປະສານງານ, ການແບ່ງໜ້າທີ່ຄວາມຮັບຜິດຊອບ ຂອງບັນດາກອງເລຂາ, ຂະແໜງການ ໃຫ້ມີຄວາມໂລ່ງລ່ຽນ, ກົມກຽວ ແລະ ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ຮັບປະກັນມີປະສິດທິຜົນສູງ.

ຂໍ້ມູນຈາກ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ

 

 

 

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...