Homeຂ່າວພາຍ​ໃນຫາລືຄວາມເປັນໄປໄດ້ ລາວ-ໄທ ໄດ້ປຶກສາຫາລືເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງ “ຂົວມິດຕະພາບ ລາວ-ໄທ” ບໍລິເວນຈຸດຜ່ານແດນສາກົນບ້ານວັງ ເມືອງໝື່ນ ແຂວງວຽງຈັນ

ຫາລືຄວາມເປັນໄປໄດ້ ລາວ-ໄທ ໄດ້ປຶກສາຫາລືເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງ “ຂົວມິດຕະພາບ ລາວ-ໄທ” ບໍລິເວນຈຸດຜ່ານແດນສາກົນບ້ານວັງ ເມືອງໝື່ນ ແຂວງວຽງຈັນ

Published on

ໃນວັນທີ 17 ກັນຍາ 2026 ທີ່ອຳເພີຊຽງຄານ ຈັງຫວັດເລີຍ ຣາຊະອານາຈັກໄທ, ໄດ້ຈັດກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ແຂວງວຽງຈັນ-ຈັງຫວັດເລີຍ ຄັ້ງທີ 21 ໂດຍຝ່າຍລາວ ນຳໂດຍ ທ່ານ ພູວົງ ບຸນຊູ ຮອງເລຂາຄະນະບໍລິຫານພັກແຂວງ, ປະທານຄະນະກຳມະການປົກຄອງແຂວງວຽງຈັນ, ເປັນຫົວໜ້າຄະນະຜູ້ແທນ ແລະ ປະທານຮ່ວມຝ່າຍລາວ; ຝ່າຍໄທ ນຳໂດຍ ທ່ານ ໄຊພົດ ຈະຣຸນພົງ ຜູ້ວ່າລາຊະການຈັງຫວັດເລີຍ, ເປັນຫົວໜ້າຄະນະຜູ້ແທນ ແລະ ປະທານຮ່ວມຝ່າຍໄທ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມໄດ້ທົບທວນຄືນຜົນການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກກອງປະຊຸມ ຄັ້ງທີ 20 ທີ່ລົງນາມໃນວັນທີ 15 ກັນຍາ 2023 ທີ່ເມືອງວັງວຽງ ແຂວງວຽງຈັນ, ໂດຍເຫັນວ່າ ການພົວພັນຮ່ວມມືລະຫວ່າງແຂວງວຽງຈັນ ແລະ ຈັງຫວັດເລີຍ ໄດ້ຮັບການພັດທະນາດີຂຶ້ນຢ່າງຕໍ່ເນື່ອງ ບົນພື້ນຖານມິດຕະພາບ ແລະ ເປັນບ້ານໃກ້ເຮືອນຄຽງ. ພ້ອມນີ້ ທັງສອງຝ່າຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການແລກປ່ຽນການຢ້ຽມຢາມລະດັບສູງ ແລະ ການພົບປະຫາລືກັນລະຫວ່າງສອງຝ່າຍ.

ສຳລັບແນວທາງຮ່ວມມືໃນຕໍ່ໜ້າ, ກອງປະຊຸມເຫັນດີສືບຕໍ່ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ, ສ້າງຊາຍແດນໃຫ້ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື; ເພີ່ມທະວີການປະສານງານ ແລະ ແລກປ່ຽນຂໍ້ມູນກັນຢ່າງທັນເວລາ ເພື່ອສະກັດກັ້ນການກະທຳ ຫຼື ການເຄື່ອນໄຫວຂອງກຸ່ມບຸກຄົນທີ່ອາດສົ່ງຜົນກະທົບຕໍ່ຄວາມສະຫງົບຂອງອີກຝ່າຍ ພ້ອມທັງຮ່ວມມືຕ້ານອາຊະຍາກຳຂ້າມຊາດ, ການລັກລອບຂົນສົ່ງສິ່ງຜິດກົດໝາຍ, ການຄ້າມະນຸດ, ແຮງງານຜິດກົດໝາຍ ແລະ ບັນຫາອື່ນໆຕາມແນວຊາຍແດນ.

ດ້ານການເຂົ້າ-ອອກຕາມຈຸດຜ່ານແດນ, ທັງສອງຝ່າຍເຫັນດີປະສານງານໃຫ້ການເດີນທາງຂ້າມແດນຂອງປະຊາຊົນ, ນັກທ່ອງທ່ຽວ ແລະ ຜູ້ປະກອບການ ເປັນໄປດ້ວຍຄວາມສະດວກ, ວ່ອງໄວ, ປອດໄພ ແລະ ຖືກຕ້ອງຕາມກົດໝາຍ, ຫາກພົບບຸກຄົນກະທຳຜິດ ຫຼື ເຂົ້າ-ອອກເມືອງຜິດກົດໝາຍ ໃຫ້ດຳເນີນການຕາມກົດໝາຍຂອງແຕ່ລະປະເທດ ແລະ ແຈ້ງໃຫ້ອີກຝ່າຍຮັບຊາບຜ່ານຊ່ອງທາງການທູດຕາມກຳນົດ.

ພ້ອມກັນນີ້, ທັງສອງຝ່າຍເຫັນດີເພີ່ມທະວີການຮ່ວມມືຕາມລຳນ້ຳຂອງ, ການຮັກສາປ້ອງກັນຕາຝັ່ງເຈື່ອນ, ການຈັດລະບຽບການແລ່ນເຮືອ, ການກວດກາກິດຈະກຳຕ່າງໆຕາມລຳນ້ຳຂອງ ແລະ ການແຈ້ງໃຫ້ອີກຝ່າຍຮັບຊາບລ່ວງໜ້າ ກ່ອນຈະມີການກໍ່ສ້າງ ຫຼື ດຳເນີນກິດຈະກຳໃດໆໃນບໍລິເວນແມ່ນ້ຳຂອງ. ດ້ານການປາບປາມຢາເສບຕິດ ໄດ້ເນັ້ນໃຫ້ສືບຕໍ່ແລກປ່ຽນຂໍ້ມູນ, ປະສານງານ ແລະ ຈັດກອງປະຊຸມຮ່ວມກັນຢ່າງໜ້ອຍປີລະ 2 ຄັ້ງ ໂດຍຜັດປ່ຽນກັນເປັນເຈົ້າພາບ.

ນອກຈາກນັ້ນ, ຍັງໄດ້ເຫັນດີຮ່ວມມືດ້ານການຄ້າ, ການລົງທຶນ, ກະສິກຳ, ການທ່ອງທ່ຽວ, ວັດທະນະທຳ, ການສຶກສາ, ກິລາ ແລະ ສາທາລະນະສຸກ ໂດຍສົ່ງເສີມການຈັດກິດຈະກຳແລກປ່ຽນ, ການສຳມະນາວິຊາການ, ການແລກປ່ຽນສິລະປະ, ການຈັບຄູ່ທຸລະກິດ ແລະ ການພັດທະນາການທ່ອງທ່ຽວແບບສີຂຽວ ໃນເຂດເມືອງເຟືອງ, ເມືອງວັງວຽງ ແລະ ເມືອງແກ້ວອຸດົມ ແຂວງວຽງຈັນ.

ສອງຝ່າຍຍຍັງໄດ້ປຶກສາຫາລືເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງ “ຂົວມິດຕະພາບ ລາວ-ໄທ” ບໍລິເວນຈຸດຜ່ານແດນສາກົນບ້ານວັງ ເມືອງໝື່ນ ແຂວງວຽງຈັນ ໃຫ້ສອດຄ່ອງກັບຈຸດຜ່ານແດນຖາວອນບ້ານຄົກໄຜ່ ຕຳບົນປາກຊົມ ອຳເພີປາກຊົມ ຈັງຫວັດເລີຍ ເພື່ອອຳນວຍຄວາມສະດວກແກ່ປະຊາຊົນ ແລະ ນັກທ່ອງທ່ຽວ, ສົ່ງເສີມການຄົມມະນາຄົມ-ຂົນສົ່ງ, ການຄ້າ-ການລົງທຶນ ແລະ ເຊື່ອມໂຍງໂຄງລ່າງພື້ນຖານຂອງສອງຝ່າຍ. ພ້ອມນັ້ນ ຍັງເຫັນດີສືບຕໍ່ພັດທະນາດ່ານສາກົນບ້ານວັງ-ຄົກໄຜ່ ໃຫ້ເປັນດ່ານສາກົນຄູ່ຂະໜານ ແລະ ສົ່ງເສີມການສົ່ງອອກ-ນຳເຂົ້າສິນຄ້າ, ໂດຍສະເພາະສິນຄ້າກະສິກຳ.

ທັງສອງຝ່າຍຕົກລົງໃຫ້ກອງເລຂາຄະນະປະສານງານ ແຂວງວຽງຈັນ-ຈັງຫວັດເລີຍ ແລະ ເມືອງ-ອຳເພີທີ່ມີເຂດຕິດຊາຍແດນ ຈັດກອງປະຊຸມພົບປະ, ແລກປ່ຽນ ແລະ ປະສານງານຮ່ວມກັນຢ່າງໜ້ອຍປີລະ 1 ຄັ້ງ ແລະ ກຳນົດໃຫ້ແຂວງວຽງຈັນ ເປັນເຈົ້າພາບຈັດກອງປະຊຸມຄັ້ງທີ 22 ໃນຄັ້ງຕໍ່ໄປ.

ກອງປະຊຸມຄັ້ງທີ 21 ສຳເລັດລົງດ້ວຍຜົນສຳເລັດອັນດີ, ສະແດງເຖິງຄວາມມຸ່ງໝັ້ນຂອງສອງຝ່າຍໃນການຮ່ວມມືຮັກສາຊາຍແດນໃຫ້ສະຫງົບ, ປອດໄພ, ເປັນຊາຍແດນແຫ່ງສັນຕິພາບ ແລະ ມິດຕະພາບ ອັນເປັນພື້ນຖານສຳຄັນໃນການສ້າງສາ ແລະ ພັດທະນາແຂວງວຽງຈັນ ແລະ ຈັງຫວັດເລີຍໃຫ້ກ້າວໜ້າຕໍ່ໄປ.

ຂໍ້ມູນຈາກ:

ແຂວງວຽງຈັນໂພສ໌

สถานีวิทยุกระจายเสียงแห่งประเทศไทย จังหวัดเลย

 

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...