Homeຂ່າວພາຍ​ໃນກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມ ກອງປະຊຸມສ້າງຕັ້ງພັນທະມິດສາກົນ ເພື່ອແກ້ໄຂອາຊະຍາກໍາສໍ້ໂກງທາງໂທລະຄົມ

ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມ ກອງປະຊຸມສ້າງຕັ້ງພັນທະມິດສາກົນ ເພື່ອແກ້ໄຂອາຊະຍາກໍາສໍ້ໂກງທາງໂທລະຄົມ

Published on

ໃນລະຫວ່າງວັນທີ 9-10 ກັນຍາ 2026, ທ່ານ ພົນໂທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດ ຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ເຂົ້າຮ່ວມ ພ້ອມທັງມີຄຳເຫັນຕໍ່ 2 ກອງປະຊຸມລະດັບສາ ກົນທີ່ສຳຄັນ ເຊິ່ງຈັດຂຶ້ນຢູ່ເມືອງຫຼຽນຢຸນກາງ ແຂວງຈຽງຊູ ສປ ຈີນ ຄື: “ ກອງປະຊຸມເວທີປຶກສາຫາລື ການຮ່ວມມືຮັກສາຄວາມປອດໄພ ສາທາລະນະ ສາກົນ ປະຈໍາປີ 2026 ” ແລະ “ ກອງປະຊຸມສ້າງຕັ້ງພັນທະມິດສາກົນ ເພື່ອແກ້ໄຂອາຊະຍາກໍາສໍ້ໂກງທາງໂທລະຄົມ ”.ຖືວ່າການເຂົ້າຮ່ວມ ທັງ 2 ກອງປະຊຸມໃນຄັ້ງນີ້, ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ຍົກສູງບົດບາດເອກອ້າງຜົນງານໃນການສຸມໃສ່ ປະຕິບັດໜ້າທີ່ປະກອບສ່ວນເຂົ້າທັງສອງວຽກອອກສູ່ສາກົນໄດ້ຮັບຮູ້.

ສຳລັບກອງປະຊຸມເວທີປຶກສາຫາລື ການຮ່ວມມືຮັກ ສາຄວາມປອດໄພ ສາທາລະນະ ສາກົນ ປະຈໍາປີ 2026 ໄດ້ຈັດຂຶ້ນວັນທີ 9 ກັນຍາ 2026 ພາຍໃຕ້ຫົວຂໍ້ “ ຮ່ວມມືກັນເພື່ອຍົກລະດັບການບໍລິຫານຄວາມປອດໄພ ສາທາລະນະ ແລະ ນໍາຄວາມໝັ້ນຄົງມາສູ່ໂລກ ທີ່ກໍາລັງຜັນແປຢ່າງສັບ ສົນ ”, ໂດຍມີຊ່ຽວຊານ, ເຈົ້າໜ້າທີ່ ແລະ ຜູ້ກ່ຽວຂ້ອງ 2.000 ກວ່າທ່ານເຂົ້າຮ່ວມ. ໂດຍສະເພາະ ແມ່ນການນໍາປະເທດ ແລະ ອົງການຈັດຕັ້ງສາກົນ ທີ່ເຂົ້າຮ່ວມມີຄື: ທ່ານ ຫວາງ ສຽວຫົງ ທີ່ປຶກສາແຫ່ງລັດ ລັດຖະມົນຕີກະຊວງ ປກສ ຈີນ, ທ່ານ ເລືອງ ຕາມກວາງ ລັດຖະມົນຕີ ກະຊວງ ປກສ ຫວຽດນາມ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີຂອງກະຊວງ ກ່ຽວຂ້ອງຂອງຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນ, ຮອງເລຂາທິການ ສະຫະປະຊາຊາດ ເພື່ອຮັກສາສັນຕິພາບ, ປະທານອົງການຕໍາຫຼວດສາກົນ, ເລຂາທິການອົງການຕໍາຫຼວດສາກົນ.

ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ,ໄດ້ແລກປ່ຽນທັດ ສະນະ ແລະ ໄດ້ສະແດງຈຸດຢືນໃນການຮ່ວມມືແກ້ໄຂອາຊະຍາກໍາປະເພດຕ່າງໆ ເຊັ່ນ: ອາຊະຍາກໍາສໍ້ໂກງທາງໂທລະຄົມ, ການພະນັນອອນລາຍ, ການຄ້າຂາຍຢາເສບຕິດ, ການຄ້າມະນຸດ ແລະ ອື່ນໆ.

ໃນກອງປະຊຸມ, ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ມີຄຳເຫັນຕໍ່ກອງປະຊຸມ ມີບາງຕອນທ່ານກ່າວວ່າ : ບັນຫາອາຊະຍາກຳທີ່ສົ່ງຜົນກະ ທົບຕໍ່ຄວາມປອດໄພສາທາລະນະ ຍັງມີທ່າອ່ຽງເພີ່ມຂຶ້ນ ແລະ ບໍ່ມີພົມແດນ ເຊິ່ງຍາກທີ່ເຈົ້າໜ້າປະຕິບັດກົດໝາຍຂອງປະເທດໃດໜຶ່ງ ຈະສາມາດແກ້ໄຂໄດ້ດ້ວຍຕົນເອງ.

ສະນັ້ນ, ການຮ່ວມມືລະຫວ່າງປະເທດ ໃນການປະຕິບັດກົດໝາຍ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍແມ່ນມີຄວາມຈໍາເປັນທີ່ສຸດ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາດັ່ງກ່າວ. ສປປ ລາວ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດໃນພາກພື້ນ ແລະ ສາກົນ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາທີ່ສົ່ງຜົນກະທົບຕໍ່ຄວາມປອດໄພສາທາລະ ນະ, ຮັບປະກັນຄວາມສະ ຫງົບປອດໄພ ແລະ ສ້າງເງື່ອນ ໄຂເອື້ອອຳນວຍໃຫ້ແກ່ການພັດທະນາ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບມື້ດີຂຶ້ນ.

ສຳລັບກອງປະຊຸມສ້າງຕັ້ງພັນທະມິດສາກົນ ເພື່ອແກ້ໄຂອາຊະຍາກໍາສໍ້ໂກງທາງໂທລະຄົມ ຈັດຂຶ້ນວັນທີ 10 ກັນ ຍາ 2026 ໂດຍມີການນໍາ ແລະ ເຈົ້າໜ້າທີ່ ຈາກ 46 ປະເທດຮ່ວມກໍ່ຕັ້ງ, 34 ປະເທດສັງເກດການ ແລະ ຍັງມີສະ ຫະປະຊາຊາດ,ອົງການຕໍາຫຼວດສາກົນ ແລະ ອື່ນໆເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ, ບັນດາຜູ້ແທນຈາກປະເທດລິ ເລີ່ມ ແລະ ປະເທດຮ່ວມກໍ່ຕັ້ງພັນທະມິດ ເຊັ່ນ:ຈີນ,ຫວຽດ ນາມ, ລາວ, ເຄນຢາ, ກຳປູເຈຍ, ປາກິດສະຖານ, ຣັດເຊຍ ແລະ ອື່ນໆ ໄດ້ຂຶ້ນມີຄຳເຫັນ ແລະ ປາຖະກະຖາຕາມລຳ ດັບ, ພ້ອມທັງມີຜູ້ຕາງໜ້າຈາກອົງການຕຳຫຼວດສາກົນ ກ່າວຄຳເຫັນອີກດ້ວຍ.

ໂດຍຝ່າຍຕ່າງໆ ໄດ້ຕີລາຄາສູງຕໍ່ຄວາມຮັບຜິດຊອບຂອງຈີນ ໃນການລິເລີ່ມສ້າງຕັ້ງພັນທະມິດສາກົນ ເພື່ອຕ້ານອາຊະຍາກໍາສໍ້ໂກງທາງໂທລະຄົມ, ຕີລາຄາສູງຕໍ່ຄວາມໝາຍອັນໃຫຍ່ຫຼວງຂອງການສ້າງຕັ້ງພັນທະມິດສາ ກົນ ຕໍ່ການຮັກສາຄວາມປອດໄພສາທາລະນະຂອງໂລກ, ພ້ອມທັງສະແດງຄວາມເຊື່ອໝັ້ນ ແລະ ຄວາມຄາດຫວັງຕໍ່ການສະກັດກັ້ນການແຜ່ລາມ ຂອງອາຊະຍາກຳການສໍ້ໂກງທາງໂທລະຄົມໃນທົ່ວໂລກ.”

ສຳລັບກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໂດຍ ແມ່ນ ທ່ານ ພົນໂທ ວັນທອງ ກອງມະນີ ຄະນະເລຂາທິ ການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ເຂົ້າຮ່ວມ ແລະ ມີຄຳເຫັນຕໍ່ກອງປະ ຊຸມວ່າ: ສປປ ລາວ ສະແດງຄວາມຊົມເຊີຍ ຢ່າງຈິງໃຈ ແລະ ສະໜັບໜູນຢ່າງເຕັມທີ່ ຕໍ່ຂໍ້ລິເລີ່ມ ໃນການສ້າງຕັ້ງ “ ພັນທະມິດສາກົນ ເພື່ອຕ້ານອາຊະຍາກຳສໍ້ໂກງທາງໂທລະຄົມ ” ຂອງກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປ ຈີນ ເພາະເຫັນວ່າເປັນຂໍ້ລິເລີ່ມທີ່ດີ ສອດຄ່ອງກັບສະພາບ ແລະ ຄວາມຮຽກຮ້ອງຕ້ອງການອັນຮີບດ່ວນຂອງຍຸກສະ ໄໝ, ເປັນກົນໄກຮ່ວມມືສາກົນ ເພື່ອແກ້ໄຂອາຊະຍາກຳທາງໂທລະຄົມ ໂດຍສະເພາະ; ເຊື່ອໝັ້ນວ່າ ກົນໄກດັ່ງກ່າວ ຈະເປັນກົນໄກຮ່ວມມືສາກົນທີ່ມີປະສິດ ທິພາບ ປະກອບສ່ວນສ້າງສະພາບແວດລ້ອມທີ່ປອດໄພ ໃຫ້ແກ່ການດຳ ເນີນທຸ ລະກຳຜ່ານລະບົບອອນລາຍ ແລະ ໂທລະຄົມ, ປົກປ້ອງຊັບສິນ ແລະ ຜົນປະໂຫຍດຂອງປະຊາຊົນ ໃຫ້ມີຄວາມປອດໄພໃນລະດັບສູງ.

ຂໍ້ມູນຈາກ: ຄວາມສະຫງົບ

 

 

ບົດຄວາມຫຼ້າສຸດ

ສານປະຊາຊົນນ ນວ ຕັດສິນອະດີດພະນັກງານທະນາຄານ 10 ຄົນ ໃນຄະດີສໍ້ລາດບັງຫຼວງ ແລະ ຟອກເງິນ

ໃນຕອນເຊົ້າຂອງວັນທີ 8 ກັນຍາ 2026, ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ພິຈາລະນາ ແລະ ຕັດສິນຄະດີອາຍາຮ້າຍແຮງ ກ່ຽວກັບການສໍ້ລາດບັງຫຼວງ ແລະ ຟອກເງິນ ຈຳນວນ 2...

1,783 ລ້ານບາດ! ໄທ ອະນຸມັດ 1,700 ລ້ານ ໃຫ້ລາວກູ້ຢືມສ້າງຂົວຂ້າມນໍ້າຂອງແຫ່ງໃໝ່ ຫຼວງພະບາງເງິນຊ່ວຍເຫຼືອລ້າ (30%)-ຊຽງແມນ

ວັນທີ 8 ກັນຍາ 2026, ທີ່ປະຊຸມຄະນະຮັດຖະມົນຕີ (ຄຣມ.) ຂອງໄທ ໄດ້ມີມະຕິເຫັນດີອະນຸມັດໃຫ້ຄວາມຊ່ວຍເຫຼືອທາງດ້ານການເງິນແກ່ ສປປ ລາວ ໃນໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ເຊື່ອມຕໍ່ລະຫວ່າງ ບ້ານຊຽງແມນ (ເມືອງຈອມເພັດ)...

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງຮອດນະຄອນຫຼວງວຽງຈັນ

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ 2026 ກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງນໍາໂດຍ ສະຫາຍ ພັນເອກ ຊົ່ງ ໄສຜິງ ຮອງອຳນວຍການໂຮງໝໍ ເລກ 2 ມະຫາວິທະຍາໄລການແພດກອງທັບບົກ, ຫົວໜ້າກອງແພດລົດໄຟເສນາຮັກ...