Homeຂ່າວພາຍ​ໃນບໍລິສັດ ລັດວິສາຫະກິດໄຟຟ້າລາວ ສືບຕໍ່ເກັບກູ້ລະບົບພາກຈຳໜ່າຍ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

ບໍລິສັດ ລັດວິສາຫະກິດໄຟຟ້າລາວ ສືບຕໍ່ເກັບກູ້ລະບົບພາກຈຳໜ່າຍ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

Published on

ໃນວັນທີ​ 2 ກັນຍາ​ 2026​ ທ່ານ​ ສຸກສະຫວາດ​ ໂສສຸພັນ​ ຜູ້ອຳນວຍການ ບໍລິສັດ ລັດວິສາຫະກິດໄຟຟ້າລາວ, ຫົວໜ້າຫ້ອງການໄຟຟ້າລາວ,​ ຫົວໜ້າຝ່າຍຄຸ້ມຄອງລະບົບໄຟຟ້າພາກເໜືອ ພ້ອມດ້ວຍທີມງານໄດ້ລົງມາເຄື່ອນໄຫວວຽກງານຢູ່ ແຂວງຫຼວງນ້ຳທາ​ ໂດຍເຂົ້າພົບທ່ານເລຂາພັກແຂວງ​ ເພື່ອລາຍງານສະພາບວຽກງານເກັບກູ້ລະບົບ​ ພ້ອມທັງລົງຊຸກຍູ້ຕິດຕາມ​ໄພພິບັດນ້ຳຖ້ວມພື້ນທີ່ຕົວຈິງຢູ່ເຂດ​ ນາເຕີຍ-ບໍ່ເຕ່ນ,​ ບ້ານທີ່ຖືກຜົນກະທົບນ້ຳຖ້ວມ ຄື: ບ້ານ​ຫຼວງ,​ ບ້ານ​ຂອນ,​ ບ້ານ​ປ່າສັກ,​ ບ້ານ​ປຸ່ງ ແລະ​ ບ້ານ​ໃໝ່.

ຈາກນັ້ນກໍ່ໄດ້ໄປຕິດຕາມກວດກາວຽກ ຢູ່ສະຖານີ​ 115​ ກວ​ ບ້ານ ໃໝ່ ໂດຍນັ້ນໜັກອ້າຍນ້ອງສະຖານີໄຟຟ້າເອົາໃຈໃສ່ຕິດຕາມລະບົບໄຟເພື່ອສະໜອງພະລັງງານໄຟຟ້າ ແກ່ຜູ້ຊົມໃຊ້ໄຟຟ້າ ໃຫ້ພຽງພໍ ແລະ​ ມີຄວາມສະຖຽນລະພາບຕໍ່ລະບົບ ພ້ອມກັນນັ້ນ ຜູ້ອຳນວຍການ ກໍ່ຍັງໄດ້ຍ້ອງຍໍຊົມເຊີຍອ້າຍນ້ອງຜູ້ທີ່ປະຕິບັດວຽກງານການເກັບກູ້ລະບົບໃນຄັ້ງນີ້ດ້ວຍຄວາມອົດທົນສູງ ໂດຍເນັ້ນເຖິງຄວາມປອດໄພຕໍ່ຜູ້ຊົມໃຊ້ໄຟ​ເປັນຫລັກ​ ແລະ ໃຫ້ສຶບຕໍ່ເກັບກູ້ລະບົບໄຟ ເພື່ອໃຫ້ສັງຄົມມີໄຟຟ້າໃຊ້ໂດຍໄວ.​

ອັບເດດຄວາມຄືບໜ້າໃນການເກັບກູ້ລະບົບໂດຍມີຫຼາຍໜ້າວຽກດັ່ງລຸ່ມນີ້: ປ່ຽນຖ່າຍກົງເຕີທີ່ຖືກນ້ຳຖ້ວມ ຈຳນວນ​ 6​ ບ້ານ​ ຄື: ບ້ານ​ໃໝ່,​ ບ້ານ​ປຸ່ງ,​ ບ້ານ​ປ່າສັກ,​ ບ້ານ​ທົ່ງ​ຂວາ,​ ບ້ານ​ດອນຄູນ​ ແລະ​ ບ້ານ​ ທ່າອໍ້​ ສາມາດສົ່ງໄຟໄດ້ປົກກະຕິ,​ ໝາຍຈຸດຕັ້ງເສົາສຳເລັດແລວ ນາເຕີຍ-ບໍ່ເຕ່ນ, ສ້ອມແປງ​ຕາຂ່າຍ​ ຮ່ວມກັບບໍລິສັດນ້ຳຕາລານ ແລວ​ ຫຼວງນ້ຳທາ-ນາແລ​ ສຳເລັດ​ 4​ ຈຸດ ແລະ​ ຍັງຄົງສືບຕໍ່ເກັບກູ້ລະບົບຈົນກວ່າຈະສົ່ງໄຟຄົບທຸກບ້ານ.​

ຂໍ້ມູນຈາກ: EDL LAOS

 

 

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...