Homeຂ່າວພາຍ​ໃນສານປະຊາຊົນແຂວງວຽງຈັນ ຕັດສິນຈຳເລີຍ 14 ຄົນ ໃນຂໍ້ຫາຄ້າຢາເສບຕິດ ແລະ ຄາດຕະກຳ

ສານປະຊາຊົນແຂວງວຽງຈັນ ຕັດສິນຈຳເລີຍ 14 ຄົນ ໃນຂໍ້ຫາຄ້າຢາເສບຕິດ ແລະ ຄາດຕະກຳ

Published on

ໃນວັນທີ 27 ສິງຫາ 2026 ຜ່ານມານີ້ ສານປະຊາຊົນ ແຂວງວຽງຈັນ ຕັດສິນຈໍາເລີຍ ຈໍານວນ 14 ຄົນ ຍິງ 1 ຄົນ ຄື: 

  • ທ້າວ ໂດ່ ອາຍຸ 20 ປີ ອາຊີບ ຊາວນາ, ທ້າວ ອ່າງ ອາຍຸ 19 ປີ ອາຊີບ ຊາວນາ , ທ້າວ ເຕີຍ ອາຍຸ 44 ປີ ອາຊີບ ຊາວນາ ພວກກ່ຽວທັງ 3 ຄົນ ຢູ່ບ້ານ ໂພນງາມເໜືອ ເມືອງໂພນໂຮງ ແຂວງວຽງຈັນ ຖືກກັກຕົວ ຄັ້ງວັນທີ 25 ມີຖຸນາ 2024 ໃນຂໍ້ກ່າວຫາຄ້າຂາຍຢາບ້າ ຈຳນວນ 151 ເມັດ ສານປະຊາຊົນ ແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ທ້າວ ໂດ່, ທ້າວ ອ່າງ ຈຳຄຸກຜູ້ລະ 5 ປີ ປັບໃໝ 10.000.000 ກີບ, ທ້າວ ເຕີຍ ຈຳຄຸກ 2 ປີ ປັບໄໜ 7,000,000 ກີບ.
  • ທ້າວ ປິດສະໜາ ອາຍຸ 27 ປີ ອາຊີບ ກໍາມະກອນ ຢູ່ບ້ານ ໃໜ່ ເມືອງໂພນໂຮງ ແຂວງວຽງຈັນ ຖືກກັກຕົວ 24 ເມສາ 2025 ໃນຂໍ້ຫາ ຄ້າຂາຍຢາບ້າ ແລະ ຢາອີ ທີ່ມີນໍ້າໜັກ 500 ກຣາມ ສານປະຊາຊົນ ແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ຈຳຄຸກຕະຫຼອດຊີວິດ ແລະ ປັບໃໜ 500,000,000 ກີບ. 
  • ທ້າວຍຸດ ອາຍຸ 27 ປີ ອາຊີບ ຊາວນາ ຢູ່ບ້ານ ນໍ້າໂທ່ມ ເມືອງຫີນເຫີບ ແຂວງວຽງຈັນ ຖືກກັກຕົວ 20 ສິງຫາ 2025, ທ້າວ ແອລີ ອາຍຸ 40 ປີ ອາຊີບ ຊາວນາ ຢູ່ບ້ານໂພນສະຫວ່າງ ເມືອງເຟືອງ ແຂວງວຽງຈັນ ຖືກກັກຕົວ 21 ສິງຫາ 2025 ໃນຂໍ້ຫາຄ້າຂາຍຢາບ້າ ຈຳນວນ 247 ເມັດ. ສານປະຊາຊາຊົນແຂວງວຽງຈັນຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ທ້າວ ຍຸດ ແລະ ທ້າວ ແອລີ ຈຳຄຸກຜູ້ລະ 5 ປີ 3 ເດືອນ ປັບໃໜຜູ້ລະ 10,500,000 ກີບ.
  • ທ້າວໄຊ ອາຍຸ 19 ປີ ອາຊີບ ຊາວນາ ຢູ່ບ້ານນາປ່າໃຜ່ ເມືອງໜື່ນ ແຂວງວຽງຈັນ ຖືກກັກຕົວ ຄັ້ງວັນທີ 11 ກໍລະກົດ 2025 ໃນຂໍ້ຫາຄ້າຂາຍຢາບ້າ ຈຳນວນ 27 ເມັດ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ຈຳຄຸກ 5 ປີ ປັບໃໜ 10,000,000 ກີບ. 
  • ທ້າວກົງໃຈ ອາຍຸ 26 ປີ ອາຊີບ ຊາວນາ ຢູ່ບ້ານ ໂພນແຍງ ເມືອງເຟືອງ ແຂວງວຽງຈັນ ຖືກກັກຕົວຄັ້ງວັນທີ 12 ຕຸລາ 2025 ໃນຂໍ້ຫາຄ້າຂາຍຢາບ້າ ຈໍານວນ 66 ເມັດ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບຈໍາຄຸກ 5 ປີ ປັບໃໜ 10,000,000ກີບ. 
  • ທ້າວ ດົວທໍ່ ອາຍຸ 31 ປີ ອາຊີບ ຊາວນາ ຢູ່ບ້ານ ໂພນແຍງ ເມືອງເຟືອງ ແຂວງວຽງຈັນ ຖືກກັກຕົວຄັ້ງວັນທີ 15 ກັນຍາ 2025 ໃນຂໍ້ຫາຄ້າຂາຍຢາບ້າ ຈຳນວນ 108 ເມັດ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ຈຳຄຸກ 5 ປີ ປັບໃໜ 10,000,000ກີບ. 
  • ທ້າວ ບຸນທະວີ ອາຍຸ 41 ປີ ອາຊີບຊາວນາ ຢູ່ບ້ານ ບໍ່ ເມືອງທຸລະຄົມ ແຂວງວຽງຈັນ ຖືກກັກຕົວຄັ້ງວັນທີ 12 ພຶດສະພາ 2025 ໃນຂໍ້ຫາຄ້າຂາຍຢາບ້າ ຈຳນວນ 205 ເມັດ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບຈຳຄຸກ 5 ປີ ປັບໃໜ 10,000,000ກີບ. 
  • ທ້າວພຸດທະສອນ ອາຍຸ 21 ປີ ອາຊີ ບກຳມະກອນ ຢູ່ບ້ານ ແສງສະຫວ່າງ ເມືອງແກ້ວອຸດົມ ແຂວງວຽງຈັນ ຖືກກັກຕົວຄັ້ງວັນທີ 27 ພຶດສະພາ 2025 ໃນຂໍ້ຫາຄ້າຂາຍຢາບ້າ ຈຳນວນ 216 ເມັດ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບຈຳເລີຍ 5 ປີ ປັບໃໜ 10,000,000ກີບ. 
  • ນາງ ເຕົ້າ ອາຍຸ 45 ປີ ອາຊີບເຮັດນາ ຢູ່ບ້ານ ບໍ່ ເມືອງທຸລະຄົມ ແຂວງວຽງຈັນ, ທ້າວ ຂັນແສງ ອາຍຸ 21 ປີ ອາຊີບເຮັດນາ ຢູ່ບ້ານ ເກີນເໜືອ ເມືອງທຸລະຄົມ ແຂວງວຽງຈັນ ພວກກ່ຽວທັງ 2 ຄົນ ຖືກກັກຕົວຄັ້ງວັນທີ 8 ກໍລະກົດ 2025 ໃນຂໍ້ຫາຄ້າຂາຍຢາບ້າ ຈຳນວນ 760 ເມັດ ສານປະຊາຊົນແຂວງວຽງຈັນ ຈຶ່ງຕັດສິນລົງໂທອິດສະຫຼະພາບ ນາງເຕົ້າ ຈຳຄຸກ 7 ປີ ປັບໃໜ 46,000,000 ກີບ, ສ່ວນທ້າວຂັນແສງ ຈໍາຄຸກ 5 ປີ ປັບໃໜ 10,000,000 ກີບ. 
  • ທ້າວ ເຈີຢ່າງ ອາຍຸ 43 ປີ ອາຊີບ ວ່າງງານ ຢູ່ບ້ານ ວັງເຮືອ ເມືອງທຸລະຄົມ ແຂວງວຽງຈັນ ຖືກກັກຕົວຄັ້ງວັນທີ 11 ກໍລະກົດ 2025 ໃນຂໍ້ຫາຄາດຕະກຳ ສານປະຊາຊົນ ແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ຈຳຄຸກ 20 ປີ ປັບໃໜ 100,000,000 ກີບ.

ແຫຼ່ງທີ່ມາ: ປກສ ແຂວງວຽງຈັນ

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...