Homeຂ່າວພາຍ​ໃນພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ

ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ

Published on

ໃນລະຫວ່າງວັນທີ 31 ສິງຫາ-1 ກັນຍາ 2026 ທີ່ ນະຄອນຫຼວງບິສະເກັກ, ສາທາລະນະລັດ ກຽກກິດສະຖານ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (the Shanghai Cooperation Organization Plus Meeting) ຈັດຂຶ້ນພາຍໃຕ້ຄໍາຂວັນ “ການເພີ່ມທະວີບົດບາດຂອງ ອົງການສະຫະປະຊາຊາດ ໃນຄວາມເປັນແກນກາງຂອງ ລະບຽບໂລກທີ່ຍຸຕິທໍາ: ການປະກອບສ່ວນຂອງບັນດາປະເທດ ອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ ຕໍ່ ການສ້າງໂລກຫຼາຍຂົ້ວ (the United Nations as a Key Element of a Fair World Order: the Contribution of the SCO Plus States to the Formation of a Multipolar World)” ໂດຍມີບັນດາປະມຸກລັດ, ຫົວໜ້າລັດຖະບານ ແລະ ຜູ້ແທນຈາກບັນດາປະເທດສະມາຊິກ, ຄູ່ຮ່ວມເຈລະຈາ ແລະ ປະເທດສັງເກດການ ຂອງອົງການຮ່ວມມືຊຽງໄຮ້ (SCO) ເຂົ້າຮ່ວມ. ພິເສດ, ການເຂົ້າຮ່ວມກອງປະຊຸມຄັ້ງນີ້ ຖືເປັນຄັ້ງທໍາອິດ ທີ່ ສປປ ລາວ ໄດ້ເຂົ້າຮ່ວມ ໃນນາມປະເທດຄູ່ເຈລະຈາຂອງ ອົງການຮ່ວມມືຊຽງໄຮ້ (SCO Dialogue Partner) ຢ່າງເປັນທາງການ.

ໃນໂອກາດນີ້, ພະນະທ່ານ ປະທານປະເທດ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ກ່າວຄໍາເຫັນ ໂດຍໄດ້ຕີລາຄາສູງຕໍ່ເນື້ອໃນຄໍາຂວັນຂອງກອງປະຊຸມ ອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ ຄັ້ງນີ້ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາຄັນ ແລະ ແທດເໝາະ ກັບສະພາບການຂອງໂລກໃນປັດຈຸບັນ ໃນທ່າມກາງທີ່ບັນດາປະເທດກໍາລັງພັດທະນາ ທີ່ຮັກຫອມສັນຕິພາບ ໄດ້ຢືນຢັນຄືນຄວາມໝາຍໝັ້ນ ແລະ ເຈດຕະນາລົມ ເພື່ອຍົກສູງບົດບາດຂອງຂອບການຮ່ວມມືແບບຫຼາຍຝ່າຍ ເພື່ອສ້າງສະພາບແວດລ້ອມອັນເອື້ອອໍານວຍໃຫ້ແກ່ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ໂດຍຮ່ວມກັນຊອກຫາຊ່ອງທາງ ເພື່ອຜ່ານຜ່າອຸປະສັກທ່າມກາງສິ່ງທ້າທາຍໃນປັດຈຸບັນ ຢ່າງເປັນລະບົບ. ພ້ອມດຽວກັນນີ້, ທ່ານ ປະທານປະເທດ ຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ ບັນດາປະເທດສະມາຊິກອົງການຮ່ວມມືຊຽງໄຮ້ ສໍາລັບຄວາມເຊື່ອໝັ້ນທີ່ມີຕໍ່ ສປປ ລາວ ກໍຄືການຮັບເອົາ ສປປ ລາວ ເຂົ້າເປັນປະເທດຄູ່ຮ່ວມເຈລະຈາ ຂອງອົງການຮ່ວມມືຊຽງໄຮ້ ຊຶ່ງເຫດການສໍາຄັນດັ່ງກ່າວ ບໍ່ເປັນພຽງແຕ່ຄວາມພາກພູມໃຈເທົ່ານັ້ນ, ແຕ່ຍັງເປັນໜ້າທີ່ ແລະ ຄວາມຮັບຜິດຊອບສູງ ຂອງ ສປປ ລາວ ໃນການມີສ່ວນຮ່ວມ ພາຍໃຕ້ຂອບການຮ່ວມມືລະດັບພາກພື້ນ ເພື່ອຈັດຕັ້ງຜັນຂະຫຍາຍ “ນໍ້າໃຈຊຽງໄຮ້” (Shanghai Spirit) ໃຫ້ເປັນຮູບປະທໍາຢ່າງແທ້ຈິງ ແລະ ຍົກສູງບົດບາດຂອງຫຼັກການຮ່ວມມືຫຼາຍຝ່າຍ. ບົນຈິດໃຈດັ່ງກ່າວ, ສປປ ລາວ ໄດ້ຢືນຢັນຄວາມພ້ອມໃນການເປັນຄູ່ຮ່ວມເຈລະຈາ ທີ່ສາມາດປະກອບສ່ວນຢ່າງສ້າງສັນເຂົ້າໃນວຽກງານທີ່ປິ່ນອ້ອມອົງການຮ່ວມມືຊຽງໄຮ້ ລວມທັງບັນດາຂົງເຂດບູລິສິດ ເປັນຕົ້ນແມ່ນ ການຮັດ ແໜ້ນການເຊື່ອມໂຍງ-ເຊື່ອມຈອດ ລະຫວ່າງສອງພາກພື້ນອາຊຽນ ແລະ ຢູຣາເຊຍ ໃຫ້ມີຄວາມສະນິດແໜ້ນຂຶ້ນໃນທຸກລະດັບ.

ສປປ ລາວ ສະໜັບສະໜູນຢ່າງສະເໝີຕົ້ນສະເໝີປາຍ ຕໍ່ ບົດບາດສຳຄັນຂອງອົງການສະຫະປະຊາຊາດ ແລະ ບັນດາຫຼັກການພື້ນຖານ ພາຍໃຕ້ກົດບັດສະຫະປະຊາຊາດ ໂດຍເຊື່ອວ່າ ລະບຽບການສາກົນ ທີ່ມີຄວາມຍຸຕິທຳ ແລະ ສົມດຸນ ຄວນຕັ້ງຢູ່ບົນພື້ນຖານຂອງຄວາມສະເໝີພາບທາງດ້ານອະທິປະໄຕ, ການເຄົາລົບເຊິ່ງກັນ ແລະ ກັນ, ການບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ການແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ ແລະ ການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະ ໂຫຍດ. ສະນັ້ນ, ອົງການ ສະຫະປະຊາຊາດ ຈຶ່ງເປັນອົງປະກອບທີ່ສໍາຄັນ ແລະ ຂາດບໍ່ໄດ້ ໃນການຮັບປະກັນໃຫ້ສັນຕິພາບສາກົນ ມີຄວາມຢືນຢົງ ແລະ ອົງການຮ່ວມມືຊຽງໄຮ້ ຖືເປັນກົນໄກການຮ່ວມມືລະດັບພາກພື້ນ ທີ່ສາມາດຊ່ວຍເສີມສ້າງບົດບາດຄວາມເປັນແກນກາງຂອງອົງການ ສປຊ ໃຫ້ພົ້ນເດັ່ນຂຶ້ນຕື່ມ.

ໃນໂອກາດນີ້, ສປປ ລາວ ໄດ້ສະເໜີສີ່ຂົງເຂດ ທີ່ເປັນທ່າແຮງສໍາລັບການຮ່ວມມື ພາຍໃຕ້ອົງການຮ່ວມມືຊຽງໄຮ້ ຊຶ່ງລວມມີ: 1). ດ້ານກະສິກໍາ ແລະ ຄວາມໝັ້ນຄົງທາງດ້ານສະບຽງອາຫານ; 2). ການຫັນເປັນດິຈິຕອນ; 3). ການຂົນສົ່ງ ແລະ ການເຊື່ອມໂຍງ-ເຊື່ອມຈອດ; ແລະ 4). ການຮ່ວມມືດ້ານທະນາຄານ ແລະ ການເງິນ. ສີ່ບຸລິມະສິດເຫຼົ່ານີ້ແມ່ນເຊື່ອມໂຍງ ແລະ ເສີມສ້າງເຊິ່ງກັນ ແລະ ກັນ ພ້ອມທັງຈະສາມາດປະກອບສ່ວນເຂົ້າໃນເປົ້າໝາຍລວມ ເພື່ອການພັດທະນາແບບຍືນຍົງ. ໃນໂອກາດກອງປະຊຸມຄັ້ງນີ້, ພະນະທ່ານ ປະທານປະເທດ ແຫ່ງ ສປ ລາວ ຍັງໄດ້ພົບປະກັບ ພະນະທ່ານ ຊາດືຊ ຊາປາຣົບ (Sadyr JAPAROV), ປະທານາທິບໍດີ ແຫ່ງ ສາທາລະນະລັດ ກຽກກິດສະຖານ; ພະນະທ່ານ ອາເລັກຊານເດີ ລູກາເຊັນໂກ (Aleksandr Lukashenko), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ແລະ ພະນະທ່ານ ນູຣລານ ເຢຍເມັກບາຢຽບ (Nurlan Yermekbayev), ເລຂາທິການໃຫຍ່ອົງການ SCO ເພື່ອປຶກສາຫາລື ແລະ ແລກປ່ຽນສອງຝ່າຍ ກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ ລະຫວ່າງ ສປປ ລາວ ກັບສອງປະເທດດັ່ງກ່າວ ລວມທັງແຜນການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ SCO ໃນຕໍ່ໜ້າ.

ອົງການຮ່ວມມືຊຽງໄຮ້ ແມ່ນອົງການຈັດຕັ້ງລະຫວ່າງລັດຖະບານ ຊຶ່ງຖືກສ້າງຕັ້ງຂຶ້ນໃນວັນທີ 15 ມິຖຸນາ 2001 ໂດຍມີສໍານັກງານໃຫຍ່ ຕັ້ງຢູ່ ນະຄອນຫຼວງປັກກິ່ງ, ສປ ຈີນ; ມີປະເທດສະມາຊິກ 10 ປະເທດ ຄື: ສປ ຈີນ, ອິນເດຍ, ອີຣານ, ກາຊັກສະຖານ, ກຽກກິດສະຖານ, ປາກິດສະຖານ, ຣັດເຊຍ, ຕັດຈິກິດສະຖານ, ອຸດສະເບກິດສະຖານ ແລະ ເບລາຣຸດຊີ.

ສປປ ລາວ ໄດ້ລິເລີ່ມການສຶກສາຄວາມເປັນໄປໄດ້ໃນການເປັນຄູ່ຮ່ວມເຈລະຈາ ໃນປີ 2023 ແລະ ສະແດງເຈດຈໍານົງເຂົ້າເປັນຄູ່ຮ່ວມເຈລະຈາ ຢ່າງເປັນທາງການ ໃນປີ 2024. ໃນເດືອນ ສິງຫາ 2025, ກອງປະຊຸມສຸດຍອດຂອງອົງການ SCO ໄດ້ມີມະຕິຮັບຮອງເອົາ ສປປ ລາວ ເຂົ້າເປັນຄູ່ຮ່ວມເຈລະຈາ ແລະ ໃນວັນທີ 10 ກໍລະກົດ 2026 ທີ່ຜ່ານມານີ້ ສປປ ລາວ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການໃຫ້ສະຖານະພາບແກ່ ສປປ ລາວ ເປັນຄູ່ຮ່ວມເຈລະຈາຂອງອົງການຮ່ວມມືຊຽງໄຮ້ຢ່າງເປັນທາງການ ລະຫວ່າງ ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ຮ່ວມກັບ ທ່ານ ເລຂາທິການໃຫຍ່ອົງການ SCO, ທີ່ ນະຄອນຫຼວງປັກກິ່ງ, ສປ ຈີນ. ມາຮອດປັດຈຸບັນ, ອົງການ SCO ມີຄູ່ຮ່ວມມືທັງໝົດ 17 ປະເທດ (ໃນນັ້ນມີ 2 ປະເທດສັງເກດການ (Observer States) ຄື: ອັຟການິດສະຖານ ແລະ ມົງໂກລີ ແລະ 15 ປະເທດຄູ່ຮ່ວມເຈລະຈາ (Dialogue Partners) ເຊັ່ນ: ອາແຊກໄບຊານ, ອາກເມນີ, ກໍາປູເຈຍ, ເນປານ, ຕວັກກີ, ສີລັງກາ, ອາຣັບບີ ຊາອຸດິດ, ເອຢິບ, ກາຕາ, ບາເຣນ, ມານດີວ, ມຽນມາ, ສະຫະນະຄອນ ເອເມຣັດ ອາຣັບ ແລະ ກູເວດ ລວມທັງ ສປປ ລາວ.

ອ້າງອີງຈາກ: ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

 

 

 

ບົດຄວາມຫຼ້າສຸດ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເລຂາທິການໃຫຍ່ ອົງການຮ່ວມມືຊຽງໄຮ້ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ບວກຄູ່ຮ່ວມເຈລະຈາ

ໃນຕອນບ່າຍວັນທີ 31 ສິງຫາ 2026 ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ນູຣລານ...

ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນໄຂສົກຮຽນໃໝ່

ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ສົກຮຽນ 2026 -2027 - ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ,...

ເຈົ້າໜ້າທີ່ມ້າງແກ້ງອາຊະຍາກໍາທາງອິນເຕີເນັດ ຢູ່ 2 ຈຸດ ກັກຕົວໄດ້ 139 ຄົນ.

ໃນທ້າຍອາທິດຜ່ານມາ ເຈົ້າໜ້າທີ່ໜ່ວຍສະເພາະກິດກະຊວງປ້ອງກັນຄວາມສະຫງົບ ໄດ້ເຂົ້າມ້າງກຸ່ມແກ້ງອາຊະຍາກໍາທາງອິນເຕີເນັດ, ເວບພະນັນທາງອອນລາຍ ຢູ່ 2 ຈຸດຄື: ໂຮງແຮມ ແມັງ ໂກຣຟ ແລະ ອາພາດເມັ້ນ ກໍລໍລີ່ ຕັ້ງຢູ່ບ້ານຝາຍ...

ເຈົ້າໜ້າທີ່ສະເພາະກິດກະຊວງ ປກສ ມ້າງແກ້ງອາຊະຍາກໍາທາງອິນເຕີເນັດ 2 ຈຸດ ກັກຕົວໄດ້ 68 ຄົນ.

ໃນເວລາ 10:00 ໂມງ ຂອງວັນທີ 27 ສິງຫາ 2026 ເຈົ້າໜ້າທີ່ໜ່ວຍສະເພາະກິດກະຊວງປ້ອງກັນຄວາມສະຫງົບ ໄດ້ສົມທົບກັບກອງບັນຊາການປ້ອງກັນເຄື່ອນທີ່, ກົມໃຫຍ່ສັນຕິບານ ແລະ ກອງບັນຊາການປ້ອງກັນທີຕັ້ງ ໄດ້ເຂົ້າ ມ້າງກຸ່ມແກ້ງອາຊະຍາກໍາທາງອິນເຕີເນັດ,...