ໃນຕອນບ່າຍວັນທີ 31 ສິງຫາ 2026 ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ນູຣລານ ເຢຍເມັກບາຢຽບ (Nurlan Yermekbayev), ເລຂາທິການໃຫຍ່ ອົງການຮ່ວມມືຊຽງໄຮ້ (SCO), ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ບວກຄູ່ຮ່ວມເຈລະຈາ (SCO Plus) ໃນວັນທີ 31 ສິງຫາ -1 ກັນຍາ 2026 ທີ່ ນະຄອນຫຼວງບິສະເກັກ, ສາທາລະນະລັດ ກຽກກິດສະຖານ.
ໃນໂອກາດນີ້, ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຍິນດີທີ່ໄດ້ພົບປະກັບ ພະນະທ່ານ ນູຣລານ ເຢຍເມັກບາຢຽບ ແລະ ໄດ້ຊົມເຊີຍການຊີ້ນຳ-ນຳພາຂອງ ພະນະທ່ານ ນູຣລານ ເຢຍເມັກບາຢຽບ ໃນການຮັດແໜ້ນການພົວພັນຮ່ວມມື ພາຍໃຕ້ຂອບການຮ່ວມມືຂອງອົງການຮ່ວມມືຊຽງໄຮ້ ໃຫ້ເປັນຮູບປະທຳຍິ່ງໆຂຶ້ນ ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນພາລະກິດລວມ ເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ ໃນພາກພື້ນ ແລະ ໃນໂລກ. ພ້ອມດຽວກັນນີ້, ພະນະທ່ານ ທອງລຸນ ສີສຸລິດ ຍັງໄດ້ຕີລາຄາສູງຕໍ່ການລົງນາມບົດບັນທຶກຄວາມເຂົ້າໃຈ (MoU) ວ່າດ້ວຍການໃຫ້ສະຖານະພາບແກ່ ສປປ ລາວ ເປັນຄູ່ຮ່ວມເຈລະຈາຂອງ ອົງການ SCO ໃນເດືອນກໍລະກົດ 2026 ຜ່ານມາ ຊຶ່ງເປັນຂີດໝາຍອັນສຳຄັນຂອງການຮ່ວມມືໃນໄລຍະໃໝ່.

ສປປ ລາວ ຢືນຢັນຄວາມໝາຍໝັ້ນໃນການເຂົ້າຮ່ວມບັນດາກົນໄກ ພາຍໃຕ້ຂອບການຮ່ວມມື ອົງການ SCO ຢ່າງມີຄວາມຮັບຜິດຊອບ ເພື່ອຈັດຕັ້ງຜັນຂະຫຍາຍການເປັນຄູ່ຮ່ວມເຈລະຈາ ຂອງອົງການ SCO ໃຫ້ກາຍເປັນການຮ່ວມມືທີ່ເປັນຮູບປະທໍາ ແລະ ນໍາມາເຊິ່ງຜົນປະໂຫຍດອັນແທ້ຈິງ, ໂດຍສະເພາະ ເພື່ອການເສີມຂະຫຍາຍ 4 ຂົງເຂດການຮ່ວມມືທີ່ເປັນບຸລິມະສິດ ສໍາລັບ ສປປ ລາວ ແລະ ອົງການ SCO ໃນຕໍ່ໜ້າ ຄື: 1). ດ້ານການຄ້າ, ການລົງທຶນ ແລະ ການຍົກລະດັບຄວາມສາມາດທາງການຜະລິດ; 2). ດ້ານກະສິກຳ ແລະ ຄວາມໝັ້ນຄົງທາງດ້ານສະບຽງອາຫານ; 3). ການເຊື່ອມຈອດ-ການເຊື່ອມໂຍງ ແລະ ການອໍານວຍຄວາມສະດວກທາງການຄ້າ; ແລະ 4). ການຫັນປ່ຽນທາງດ້ານດີຈີຕອນ ແລະ ການພັດທະນາຊັບພະຍາກອນມະນຸດ.

ໃນໂອກາດດຽວກັນນີ້, ພະນະທ່ານ ນູຣລານ ເຢຍເມັກບາຢຽບ ໄດ້ສະແດງຄວາມຊົມເຊີຍຕໍ່ບົດບາດຂອງ ສປປ ລາວ ໃນຖານະຄູ່ຮ່ວມເຈລະຈາຂອງ ອົງການ SCO ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ດີ ລະຫວ່າງ ອົງການ SCO ແລະ ສປປ ລາວ ໃນໄລຍະຜ່ານມາ ພ້ອມທັງຢືນຢັນຄວາມພ້ອມຂອງກອງເລຂາ ອົງການ SCO ໃນການປະສານງານກັບ ສປປ ລາວ ເພື່ອຜັນຂະຫຍາຍການພົວພັນຮ່ວມມື ໂດຍສະເພາະບັນດາຂົງເຂດບູລິມະສິດ ໃຫ້ເກີດດອກອອກຜົນເປັນຮູບປະທໍາຍິ່ງໆຂຶ້ນ ໃນຕໍ່ໜ້າ.
ອ້າງອີງຈາກ: ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

