Homeຂ່າວພາຍ​ໃນກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ໄດ້ນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຊັ້ນປະຖົມສຶກສາ ເພື່ອສົ່ງເສີມຄຸນນະພາບການສຶກສາ.

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ໄດ້ນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຊັ້ນປະຖົມສຶກສາ ເພື່ອສົ່ງເສີມຄຸນນະພາບການສຶກສາ.

Published on

ກະຊວງສຶກສາທິການ ແລະ ກິລາ (ສສກ), ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ, ໄດ້ນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຢ່າງເປັນທາງການໃນວັນທີ 4 ສິງຫາ 2026. ກອງປະຊຸມແມ່ນພາຍໃຕ້ການເປັນປະທານຂອງ ທ່ານ ປອ ລຳພູນ ຫຼວງໄຊ,​ຫົວໜ້າກົມພັດທະນາຄູ ແລະ ການບໍລິຫານການສຶກສາ ແລະ ທ່ານ ນາງ ເຄດ ກູດຟຣູດ ເລຂານຸການໂທ ສະຖານທູດອົດສະຕຣາລີ. ການນຳສະເໜີຄັ້ງທຳອິດນີ້ ເປັນຂີດໝາຍສຳຄັນໃນຄວາມພະຍາຍາມຢ່າງຕໍ່ເນື່ອງ ເພື່ອສົ່ງເສີມການພັດທະນາວິຊາຊີບຄູ ແລະ ປັບປຸງຄຸນນະພາບການສຶກສາຊັ້ນປະຖົມສຶກສາ. ກອງປະຊຸມຄັ້ງນີ້ ໄດ້ຮ່ວມເອົາບັນດາຜູ້ມີສ່ວນຮ່ວມທີ່ສຳຄັນຈາກຂັ້ນສູນກາງ ແລະ ທ້ອງຖິ່ນ ເຊັ່ນ: ຜູ້ຕາງໜ້າຈາກ ກົມພັດທະນາຄູ ແລະ ການບໍລິຫານການສຶກສາ, ກົມສາມັນສຶກສາ, ກົມຈັດຕັ້ງ, ກົມປະກັນຄຸນນະພາບການສຶກສາ, ກົມແຜນການ ແລະ ການເງິນ, ພະແນກສຶກສາທິການ ແລະ ກິລາເເຂວງ 8 ແຂວງ (ສກຂ), ວິທະຍາໄລຄູທັງ 8 ແຫ່ງ (ວຄ) ແລະ ຄູ່ຮ່ວມພັດທະນາ.

ທ່ານ ປອ ລຳພູນ ຫຼວງໄຊ ໄດ້ກ່າວວ່າ: “ເຄື່ອງມືປະເມີນຕົນເອງສຳລັບຄູ ແມ່ນບາດກ້າວທີ່ສຳຄັນ ໃນການສະໜັບສະໜູນຄູ ໃຫ້ສະທ້ອນຄືນເຖິງການປະຕິບັດຂອງເຂົາເຈົ້າ ເພື່ອເສີມສ້າງທັກສະ ແລະ ຕອບສະໜອງຄວາມຕ້ອງການຂອງນັກຮຽນໄດ້ດີຂຶ້ນ. ໂດຍການເຊື່ອມໂຍງເຄື່ອງມືປະເມີນຕົນເອງສຳລັບຄູກັບມາດຕະຖານການສອນຊັ້ນປະຖົມສຶກສາ, ພວກເຮົາກຳລັງສ້າງລະບົບທີ່ເຂັ້ມແຂງຂຶ້ນ ເພື່ອສະໜັບສະໜູນຄຸນນະພາບການສອນ ແລະ ປະກອບສ່ວນ ເຂົ້າໃນການປັບປຸງຜົນການຮຽນຂອງນັກຮຽນທຸກຄົນໃຫ້ດີຂຶ້ນ. ຂ້າພະເຈົ້າຂໍສະແດງຄວາມຂອບໃຈເປັນຢ່າງຍິ່ງ ມາຍັງລັດຖະບານອົດສະຕຣາລີ ສຳລັບການຮ່ວມມືທີ່ຍາວນານ ແລະ ການສະໜັບສະໜູນດ້ານວິຊາການ ພ້ອມດ້ວຍງົບປະມານຢ່າງຕໍ່ເນື່ອງໂດຍຜ່ານແຜນງານບີຄວາ, ເຊິ່ງມີບົດບາດສຳຄັນ ໃນການໃນການສະໜັບສະໜູນຊ່ວຍກະຊວງສຶກສາທິການ ແລະ ກິລາ ເພື່ອພັດທະນາເຄື່ອງມືນີ້.”

ເຄື່ອງມືປະເມີນຕົນເອງສຳລັບຄູໄດ້ຮັບການພັດທະນາຂຶ້ນຄັ້ງທຳອິດໃນປີ 2023 ພ້ອມກັບມາດຕະຖານການສອນຊັ້ນປະຖົມສຶກສາໂດຍ ກົມສ້າງຄູ ເຊິ່ງປະຈຸບັນເປັນ ກົມພັດທະນາຄູ ແລະ ການບໍລິຫານການສຶກສາ, ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີຜ່ານແຜນງານບີຄວາ, ພ້ອມທັງຍັງໄດ້ຮ່ວມມືກັບບັນດາກົມກ່ຽວຂ້ອງ ແລະ ວິທະຍາໄລຄູ. ເຄື່ອງມືໄດ້ທົດລອງນຳໃຊ້ໃນ 3 ເມືອງເປົ້າໝາຍ ໂດຍມີຄູ 30 ທ່ານເຂົ້າຮ່ວມການທົດລອງນຳໃຊ້ຫຼັງຈາກການທົດລອງຄັ້ງທຳອິດ, ໄດ້ມີການປັບປຸງເຄື່ອງມືດັ່ງກ່າວ. ຫຼັງຈາກນັ້ນ, ເຄື່ອງມືໄດ້ຂະຫຍາຍການທົດລອງອອກໄປກວ້າງຂຶ້ນໃນລະຫວ່າງສົກຮຽນ 2025–2026 ກັບຜູ້ເຮັດວຽກສຶກສານິເທດພາຍໃນຢູ່ໃນ 1,124 ໂຮງຮຽນ ແລະ ໄດ້ຮັບຄຳເເນະນຳທີ່ສຳຄັນຈາກການນຳໃຊ້ຕົວຈິງໃນໂຮງຮຽນ. ໂດຍອີງໃສ່ການທົດລອງຄັ້ງທີສອງນີ້, ກົມສ້າງຄູ ເຊິ່ງປະຈຸບັນເປັນ ກົມພັດທະນາຄູ ແລະ ການບໍລິຫານການສຶກສາ ແລະ ແຜນງານບີຄວາ ໄດ້ດຳເນີນການປັບປຸງຕື່ມອີກ ເພື່ອຮັບປະກັນວ່າ ເຄື່ອງມືດັ່ງກ່າວ ສາມາດໃຊ້ໄດ້ຈິງ, ສອດຄ່ອງ ແລະ ພ້ອມທີ່ຈະນຳໃຊ້ຢ່າງກວ້າງຂວາງຂຶ້ນ.

ທ່ານ ນາງ ເຄດ ກູດຟຣູດ ໄດ້ກ່າວວ່າ: “ການນຳສະເໜີເຄື່ອງມືຄັ້ງນີ້ ສະທ້ອນໃຫ້ເຫັນເຖິງການຮ່ວມມືທີ່ແໜ້ນແຟ້ນລະຫວ່າງກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ, ພ້ອມທັງຍັງໄດ້ຮ່ວມມືກັບ ພະແນກສຶກສາທິການ ແລະ ກິລາແຂວງ ແລະ ວິທະຍາໄລຄູ . ການຮ່ວມມືຂອງພວກເຮົາ ມີຄວາມມຸ່ງໝັ້ນທີ່ຈະພັດທະນາພື້ນຖານຂອງການສຶກສາຂັ້ນພື້ນຖານ, ໂດຍການຊ່ວຍເຫຼືອຄູ ໃນການກຳນົດຄວາມຕ້ອງການໃນການຮຽນຮູ້ຂອງເຂົາເຈົ້າ ແລະ ປັບປຸງການສອນເຄື່ອງມືປະເມີນຕົນເອງສຳລັບຄູ ຈະສະໜັບສະໜູນການສອນໃນຫ້ອງຮຽນທີ່ມີປະສິດທິພາບຫຼາຍຂຶ້ນ. ໃນຄະນະດຽວກັນ, ການສອນທີ່ດີຂຶ້ນຈະນຳໄປສູ່ການມີສ່ວນຮ່ວມຂອງນັກຮຽນຂຶ້ນ, ການຮຽນທີ່ເຂົ້າໃຈດີຂຶ້ນກວ່າເກົ່າ ແລະ ຜົນໄດ້ຮັບທາງດ້ານການຮຽນຮູ້ທີ່ດີຂຶ້ນ, ຊ່ວຍໃຫ້ໄວໜຸ່ມພັດທະນາທັກສະ ແລະ ມີຄວາມໝັ້ນໃຈທີ່ຕ້ອງການສຳລັບອະນາຄົດ.”

ການນຳສະເໜີເຄື່ອງມື ປະເມີນຕົນເອງສຳລັບຄູ ເປັນບາດກ້າວທີ່ສຳຄັນໃນການສົ່ງເສີມລະບົບການພັດທະນາຄູໃນ ສປປ ລາວ. ເຄື່ອງມືຈະຊ່ວຍຮັບປະກັນວ່າ ການພັດທະນາທັກສະຂອງຄູ ແມ່ນໄດ້ຕາມເປົ້າໝາຍ, ປະຕິບັດໄດ້ຈິງ ແລະ ເຊື່ອມໂຍງກັບການສອນຕົວຈິງໃນຫ້ອງຮຽນ, ພ້ອມທັງສະໜັບສະໜູນເປົ້າໝາຍແຫ່ງຊາດ ໃນການປັບປຸງຄຸນນະພາບການສຶກສາສຳລັບນັກຮຽນທຸກຄົນ. ການນຳສະເໜີ ແລະ ການສົນທະນາໃນກອງປະຊຸມການນຳສະເໜີເຄື່ອງມືໃນມື້ນີ້ ມີຈຸດປະສົງເພື່ອສ້າງຄວາມເຂົ້າໃຈຮ່ວມກັນກ່ຽວກັບເຄື່ອງມືປະເມີນຕົນເອງຂອງຄູ, ກຳນົດເງື່ອນໄຂທີ່ຈຳເປັນສຳລັບການຈັດຕັ້ງປະຕິບັດ ຢ່າງມີປະສິດທິພາບ, ອະທິບາຍບົດບາດ ແລະ ຄວາມຮັບຜິດຊອບ ຂອງບັນດາພະແນກການຕ່າງໆ ຂອງກະຊວງສຶກສາທິການ ແລະ ກິລາ ແລະ ວາງແຜນເພື່ອເຊື່ອມໂຍງເຄື່ອງມືນີ້ ເຂົ້າໃນລະບົບທີ່ມີຢູ່ແລ້ວ ເຊັ່ນ: ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ການປະເມີນຜົນ, ການປະເມີນຜົນງານ ແລະ ລະບົບປະກັນຄຸນນະພາບມາດຕະຖານຄຸນນະພາບພື້ນຖານ (FQS).

ທ່ານ ປອ ລຳພູນ ຫຼວງໄຊ ໄດ້ສະຫຼຸບວ່າ: “ຂ້າພະເຈົ້າຂໍຂອບໃຈມາຍັງບັນດາ ກົມທີ່ກ່ຽວຂ້ອງ, ພະແນກສຶກສາທິການ ແລະ ກິລາແຂວງ , ວິທະຍາໄລຄູ, ແລະ ຄູ່ຮ່ວມພັດທະນາ ທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາເຄື່ອງມືນີ້. ພວກເຮົາຮ່ວມກັນກ້າວໄປສູ່ການສິດສອນທີ່ເຂັ້ມແຂງຂຶ້ນ, ການສະໜັບສະໜູນຄູທີ່ດີຂຶ້ນ ແລະ ການຮຽນຮູ້ທີ່ດີຂຶ້ນສຳລັບນັກຮຽນຂອງພວກເຮົາ. ດ້ວຍເຄື່ອງມືປະເມີນຕົນເອງຂອງຄູ ທີ່ພ້ອມແລ້ວສຳລັບການນຳສະເໜີໃນມື້ນີ້, ໜ້າທີ່ຂອງພວກເຮົາ ແມ່ນການເຮັດວຽກຮ່ວມກັນ ເພື່ອສະໜັບສະໜູນການນຳໃຊ້ຢ່າງມີປະສິດທິພາບໃນທົ່ວລະບົບ. ຖ້າພວກເຮົາສາມາດຊ່ວຍໃຫ້ຄູໃຫ້ມີຄວາມໝັ້ນໃຈ ແລະ ທັກສະເພີ່ມຂຶ້ນ, ພວກເຮົາຍັງຈະຊ່ວຍໃຫ້ນັກຮຽນຂອງພວກເຮົາຮຽນຮູ້ໄດ້ດີຂຶ້ນ ແລະ ສ້າງອະນາຄົດທີ່ເຂັ້ມແຂງສຳລັບ ສ.ປ.ປ. ລາວ.”

ທ່ານ ນາງ ເຄດ ກູດຟຣູດ ໄດ້ກ່າວຕື່ມວ່າ: “ການສະໜັບສະໜູນຄູ ແມ່ນວິທີທີ່ມີສຳຄັນທີ່ສຸດວິທີໜຶ່ງ ໃນການສົ່ງເສີມການສຶກສາ. ໂດຍຜ່ານແຜນງານບີຄວາ, ລັດຖະບານອົດສະຕຣາລີ ມີຄວາມພູມໃຈທີ່ໄດ້ຮ່ວມມືກັບ ກະຊວງສຶກສາທິການ ແລະ ກິລາ ໃນຄວາມພະຍາຍາມຮ່ວມກັນ ເພື່ອສ້າງຄູໃຫ້ມີຄວາມໝັ້ນໃຈ ແລະ ມີຄວາມສາມາດ ເພື່ອປະຕິບັດການຮຽນການສອນທີ່ມີຄຸນນະພາບໃຫ້ແກ່ເດັກທຸກຄົນ. ນີ້ແມ່ນການລົງທຶນທີ່ບໍ່ພຽງແຕ່ໃນໂຮງຮຽນເທົ່ານັ້ນ, ແຕ່ຍັງເປັນການລົງທຶນໃນການສ້າງທັກສະ ແລະ ຄວາມສາມາດໃນອະນາຄົດຂອງ ສປປ ລາວ ອີກດ້ວຍ.”

ຂໍ້ມູນອ້າງອີງ: ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ

 

 

ບົດຄວາມຫຼ້າສຸດ

ຈັບນັກບິນມາເລເຊຍ ພ້ອມຍຶດເຄື່ອງຂອງກາງ ຢາອີ ຫຼາຍກວ່າ 70,000 ເມັດ

ສຳນັກຂ່າວຕ່າງປະເທດລາຍງານວ່າ ນັກບິນມາເລເຊຍ ອາດຖືກໂທດປະຫານຊີວິດ ຫຼັງຖືກຈັບກຸມຢູ່ສະໜາມບິນນານາຊາດ ຊູກາໂນ-ຮັດຕາ ໃນນະຄອນຫຼວງຈາກາຕາ ພ້ອມເຄື່ອງຂອງກາງເປັນຢາອີ ຫຼາຍກວ່າ 70,000 ເມັດ ເຊື່ອງຢູ່ໃນກະເປົາເດີນທາງ ໂດຍຜົນກວດຍັງພົບວ່າ ນັກບິນມີສານເສບຕິດໃນຮ່າງກາຍ ຂະນະປະຕິບັດໜ້າທີ່ຂັບເຮືອບິນໂດຍສານ...

ຮັກສາສິ່ງແວດລ້ອມ! ບໍ່ແຮ່ໃຕ້ດິນ ຊ່ວຍຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມໜ້າດິນຮັກສາໜ້າດິນ.

ອີງຕາມ Lane Xang Minerals Limited Companyໃນວັນທີ 30 ກໍລະກົດ 2026 ທີ່ເມືອງວິລະບູລີ ແຂວງສະຫວັນນະເຂດ, ສປປ ລາວ ບໍລິສັດ...

ພິທີລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມມື ເພື່ອພັດທະນາບຸກຄະລາກອນສື່ມວນຊົນລາວ

ວັນທີ 4 ສິງຫາ 2026 ທີ່ສະຖາບັນສື່ມວນຊົນ ແລະ ໂຄສະນາ ສັງກັດສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ນະຄອນຮ່າໂນ້ຍ ສສ. ຫວຽດນາມ, ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມມື ລະຫວ່າງ...

ລາວ-ໄທ ຍົກລະດັບການແກ້ໄຂບັນຫາຢາເສບຕິດ, ກຸ່ມຄໍເຊັນເຕີ ແລະ ສະແກັມເມີ.

ກອງປະຊຸມດັ່ງກ່າວ ໃຫ້ກຽດເປັນປະທານຮ່ວມໂດຍ ສະຫາຍ ພັນເອກ ສຸກສະໝອນ ສີພັນດອນ ຫົວໜ້າການທະຫານກອງບັນຊາການທະຫານແຂວງສະຫວັນນະເຂດ, ຫົວໜ້າຄະນະໜ່ວຍປະສານງານປະຈຳພື້ນທີ່ຊາຍແດນລາວ-ໄທ ແຂວງສະຫວັນນະເຂດ ສປປ ລາວ ແລະ ສະຫາຍ ພົນຕີ...