Homeຂ່າວພາຍ​ໃນເຈົ້າໜ້າທີ່ກວາດລ້າງແກ້ງສະແກມເມີ ພ້ອມກັນ 6 ຈຸດ ໃນ ນວ

ເຈົ້າໜ້າທີ່ກວາດລ້າງແກ້ງສະແກມເມີ ພ້ອມກັນ 6 ຈຸດ ໃນ ນວ

Published on

ເຈົ້າໜ້າທີ່ຄະນະສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ໄດ້ເປີດປະຕິບັດການຄັ້ງໃຫຍ່ເຂົ້າກວດຄົ້ນ ແລະ ກວາດລ້າງກຸ່ມແກ້ງເປົ້າໝາຍສໍ້ໂກງທາງໂທລະຄົມ ຫຼື ສະແກມເມີ ພ້ອມກັນເຖິງ 6 ຈຸດ ໃນເຂດນະຄອນຫຼວງວຽງຈັນ. ໃນວັນທີ 1 ສິງຫາ 2026 ທີ່ຜ່ານມາ ເຈົ້າໜ້າທີ່ສາມາດກັກຕົວຜູ້ຖືກສົງໄສໄດ້ທັງໝົດ 63 ຄົນ ຍິງ 3 ຄົນ ແລະ ຍຶດຂອງກາງໄດ້ຈໍານວນຫຼວງຫຼາຍ.

ໃນຈໍານວນຜູ້ຖືກກັກຕົວທັງໝົດ ປະກອບມີສັນຊາດຈີນ ຈໍານວນ 57 ຄົນ ຍິງ 2 ຄົນ,  ລາວ 4 ຄົນ ຍິງ 1 ຄົນ, ກໍາປູເຈຍ 1 ຄົນ ແລະ ຄົນໄທ 1 ຄົນ.

ຈາກການລົງພື້ນທີ່ຂອງເຈົ້າໜ້າທີ່ໃນ 2 ເມືອງໃຫຍ່ ຄື: ເມືອງສີໂຄດຕະບອງ ແລະ ເມືອງຫາດຊາຍຟອງ ສາມາດກວາດລ້າງແກ້ງສະແກມເມີ ໄດ້ທັງໝົດ 6 ຈຸດຄື:

  • ຈຸດທີ 1 (ບ້ານໃໝ່, ເມືອງສິໂຄດຕະບອງ): ເຂົ້າກວດຄົ້ນເຮືອນເຊົ່າ 2 ຊັ້ນ ຈໍານວນ 3 ຫຼັງຕິດກັນ ເຊິ່ງເປັນເຮືອນຂອງທ້າວສຸກສະເຫຼີມ ສອນພານິດ ອາຊີບນັກທຸລະກິດ, ປັດຈຸ​ບັນຢູ່ບ້ານ ນາຊາຍທອງໃຕ້ ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ;  ພົບເຫັນເຮືອນຫຼັງ 1 ຖືກນໍາໃຊ້ບ່ອນພັກເຊົາ ແລະ ອີກຫຼັງຈໍານວນ 2 ຖືກດັດແປງເປັນຫ້ອງການສູນສໍ້ໂກງທາງໂທລະຄົມ ຫຼື ສະແກມເມີ. ໃນເວລາເຈົ້າໜ້າທີ່ເຂົ້າກວດຄົ້ນພົບເຫັນພຽງແຕ່ພະນັກງານແມ່ບ້ານ ແລະ ພະນັກງານອະນາໄມ ຈໍານວນ 4 ຄົນ 1 ຍິງ, ສັນຊາດລາວ 3 ຄົນ ຍິງ 1, ສັນຊາດ ໄທ 1 ຄົນ. ຜ່ານການກວດຄົ້ນສະຖານທີ່, ພົບເຄື່ອງຂອງທີ່ນໍາໃຊ້ເຂົ້າໃນການກະທໍາຜິດມີຄື: ໂທລະສັບ ຈຳນວນ 3.172 ໜ່ວຍ, ຄອມພິວເຕີຕັ້ງໂຕະ ຈຳນວນ 97 ໜ່ວຍ, ຄອມພິວເຕີໂນ້ດບຸກ ຈຳນວນ 2 ໜ່ວຍ, ໜັງສືຜ່ານແດນ ຈໍາ 2 ຫົວ, ລົດເກັງ ເກຍລີໂອ ສີຂາວ ບໍ່ມີປ້າຍ ຈໍານວນ 1 ຄັນ, ລົດຕູ້ (ບໍ່ມີປ້າຍ) ຈໍານວນ 1 ຄັນ, ລົດຈັກ ຮອນດາສະກຸບປີ້ ສີດຳ ເລກທະບຽນ ຍອ 4916 ກຳແພງນະຄອນ ຈຳນວນ 1 ຄັນ, ລັດຈັກໄຟຟ້າ ຈຳນວນ 4 ຄັນ, ລົດຈັກສາມລໍ້ໄຟຟ້າ ຈຳນວນ 1 ຄັນ.

  • ຈຸດທີ 2 (ບ້ານໜອງໄຮ, ເມືອງຫາດຊາຍຟອງ): ເຂົ້າກວດຄົ້ນເຮືອນເຊົ່າເຮືອນ 2 ຊັ້ນ,  ເຊິ່ງເປັນເຮືອນຂອງ ນາງ ສົມພັນ ອາຍຸ 40 ປີ, ອາຊີບພະນັກງານ; ພົບຜູ້ຖືກສົງໄສ 24 ຄົນ ໃນນັ້ນ ສັນຊາດຈີນ ຈຳນວນ 23 ຄົນ ຍິງ 1 ຄົນ, ຄົນລາວ 1 ຄົນ. ເຈົ້າໜ້າທີ່ສາມາດຍຶດເຄື່ອງຂອງກາງ ໄດ້ຄື: ຄອມພິວເຕີຕັ້ງໂຕະ ຈຳນວນ 28 ໜ່ວຍ, ຄອມພິວເຕີໂນດບຸກ ຈຳນວນ 1 ໜ່ວຍ, ໂທລະສັບມືຖື ຈຳນວນ 70 ໜ່ວຍ, ເຄື່ອງຮັບສັນຍານອິນເຕີເນັດຜ່ານດາວທຽນ ຈຳນວນ 1 ຊຸດ.
  • ຈຸດທີ 3 (ບ້ານເມືອງວາທ່າ, ເມືອງສີໂຄດຕະບອງ): ກວດຄົ້ນເຮືອນເຊົ່າ 2 ຊັ້ນ  ເຊີ່ງເປັນເຮືອນຂອງທ້າວ ບຸນໂຮມ (ພະນັກງານບໍານານ), ສາມາດກັກຕົວຜູ້ຖືກສົງໄສ ໄດ້ຈໍານວນ 2 ຄົນ (ຈີນ 1 ຄົນ, ກໍາປູເຈຍ 1 ຄົນ) ພ້ອມ ໂທລະສັບມືຖື: 5 ໜ່ວຍ, ຄອມພິວເຕີໂນດບຸກ 3 ໜ່ວຍ, ແລະ ໄອແພັດ 1 ໜ່ວຍ.
  • ຈຸດທີ 4 ແລະ 5 (ໂຮງແຮມຢຸນນານ ບ້ານອຸບມຸງ ແລະ ຕະຫຼາດຊັງຈຽງ ບ້ານວັດໄຕນ້ອຍ ເມືອງ ສີໂຄດຕະບອງ): ເຈົ້າໜ້າທີ່ໄດ້ເຂົ້າກວດກາຫ້ອງພັກໂຮງແຮມ ເບີ 8627 ແລະ ພື້ນທີ່ໃນຕະຫຼາດ ກັກຕົວຄົນຈີນ ໄດ້ 9 ຄົນ ເປັນຍິງ 2 ຄົນ ພ້ອມຍຶດໂທລະສັບ 11 ໜ່ວຍ, ໜັງສືຜ່ານແດນຈໍານວນ 1 ຫົວ, ລົດໃຫຍ່ 2 ຄັນຄື: ລົດຣີໂວ້ ສີດໍາ ໝາຍເລກທະບຽນ ຂກ 5526 ນະຄອນຫຼວງວຽງຈັນ, ລົດເບ້ນ ສີດໍາ ໝາຍເລກທະບຽນ AFC168.
  • ຈຸດທີ 6 (ບ້ານສາລະຄໍາໃຕ້, ເມືອງຫາດຊາຍຟອງ): ເຂົ້າກວດຄົ້ນເຮືອນເຊົ່າ ວິນລ່າຊັ້ນ 1, ເຊີ່ງເປັນເຮືອນຂອງ ນາງ ເເກ້ວເເກ່ນໃຈ ຂີນພົມມະວົງ, ອາຊີບຄ້າ-ຂາຍ, ປັດຈຸບັນຢູ່ບ້ານສົມຫວັງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ສາມາດກັກຕົວຜູ້ຖືກສົງໄສ ສັນຊາດຈີນໄດ້ຈໍານວນ 24 ຄົນ, ຍຶດຄອມພິວເຕີໂນດບຸກ 5 ໜ່ວຍ, ຄອມພິວເຕີຕັ້ງໂຕະ 83 ໜ່ວຍ, ໂທລະສັບ85 ໜ່ວຍ, ໄອເເພັດ 1 ໜ່ວຍ, ເຄື່ອງຮັບສັນຍານອິນເຕີເນັດຜ່ານດາວທຽນ ຈໍານວນ 2 ຊຸດ.

  ເຈົ້າໜ້າທີ່ ປກສ ເປີດເຜີຍວ່າ ເປົ້າໝາຍການຫຼອກລວງຂອງກຸ່ມແກ້ງນີ້ແມ່ນເນັ້ນໃສ່ພົນລະເມືອງຈີນດ້ວຍກັນ. ປັດຈຸບັນ, ເຈົ້າໜ້າທີ່ກຳລັງເລັ່ງສືບສວນ-ສອບສວນຂະຫຍາຍຜົນເພື່ອຊອກຫາຜູ້ຮ່ວມຂະບວນການເພີ່ມເຕີມ. ສຳລັບຜູ້ຕ້ອງສົງໄສສັນຊາດຈີນທັງ 57 ຄົນ, ຫຼັງຈາກເຈົ້າໜ້າທີ່ລາວສອບສວນເອົາຄຳໃຫ້ການເປັນທີ່ຮຽບຮ້ອຍແລ້ວ ຈະມີການປະສານສົມທົບກັບສະຖານເອກອັກຄະລັດຖະທູດ ສປ ຈີນ ແລະ ກົມກວດກາຄົນເຂົ້າ-ອອກເມືອງ ເພື່ອສົ່ງຕົວໃຫ້ຕຳຫຼວດ ສປ ຈີນ ນຳໄປດຳເນີນຄະດີຕໍ່ຢູ່ປະເທດຈີນ; ລວມເຖິງຜູ້ຕ້ອງຫາສັນຊາດກຳປູເຈຍກໍຈະຖືກສົ່ງຕົວເຊັ່ນກັນ.

   ນອກຈາກນີ້, ທາງການລາວຈະບັງຄັບໃຊ້ກົດໝາຍວ່າດ້ວຍການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ ຢ່າງເດັດຂາດ ໂດຍຂຶ້ນບັນຊີ ແລະ ບໍ່ອະນຸຍາດໃຫ້ບຸກຄົນກຸ່ມນີ້ເດີນທາງເຂົ້າ ສປປ ລາວ ອີກຢ່າງເດັດຂາດ ຍ້ອນມີພຶດຕິກຳເຂົ້າມາເຄື່ອນໄຫວກະທຳຜິດຮ້າຍແຮງ ທີ່ສົ່ງຜົນກະທົບຕໍ່ຄວາມສະຫງົບຮຽບຮ້ອຍຂອງສັງຄົມຢູ່ ສປປ ລາວ.

 

ແຫຼ່ງທີ່ມາ: ຄວາມສະຫງົບ Lao Security News

ບົດຄວາມຫຼ້າສຸດ

ຊົມເຊີຍ ທັບນັກກິລາກະຕໍ້ແຂວງຈຳປາສັກ ມາແຮງຄອງແຊ້ມ 2 ລາຍການ.

ການແຂ່ງຂັນໃນຄັ້ງນີ້ ມີນັກກິລາເຂົ້າຮ່ວມທັງໝົດ 185 ຄົນ ຈາກ 22 ພາກສ່ວນ ທົ່ວປະເທດ, ໂດຍແບ່ງການແຂ່ງຂັນອອກເປັນ 4 ລາຍການ ຄື: ທີມດ່ຽວຊາຍ ຮຸ່ນທົ່ວໄປ,...

ໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຕ້ານການຄ້າມະນຸດແບບຈິງຈັງ.

ເນື່ອງໃນໂອກາດວັນສາກົນເພື່ອຕ້ານການຄ້າມະນຸດ ປະຈຳປີ 2026 ພາຍໃຕ້ຫົວຂໍ້ສາກົນ "Trapped Behind the Scam" ຫຼື ຕິດກັບດັກຢູ່ເບື້ອງຫຼັງການຫຼອກລວງ, ທ່ານ ປອ ຄຳພັນ ພົມມະທັດ...

ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ.

ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ ຂອງພະນັກງານຢູ່ ແຂວງອັດຕະປື ໂດຍໄດ້ຕັດສິນລົງໂທດຈໍາເລີຍທີ່ກະທໍາຜິດ ທັງໝົດ 15 ຄົນ, ຍິງ 4 ຄົນ, ໃນນັ້ນ ໂທດຈໍາຄຸກຕະຫຼອດຊີວິດ...

ປູກຜັກກະລໍາປີ ຕາມສັນພູເຮັດໃຫ້ຊີວິດການເປັນຢູ່ຂອງຊາວ ບ້ານ ລ້ອງໜ້ຽງ ແລະ ບ້ານ ພູລັງຈັງ ເມືອງ ພູຄູນ ສ້າງລາຍຮັບໄດ້ທັງໝົດ 17 ຕື້ ກີບ.

ໃນວັນທີ 27 ກໍລະກົດ2026 ຜ່ານມານີ້, ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາບໍລິຫານງານພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 6, ປະທານສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ V,...