Homeຂ່າວພາຍ​ໃນສໍາມະນາເຊື່ອມຊຶມເອກະສານ ເພື່ອກະກຽມໃຫ້ກອງປະຊຸມວຽກສື່ມວນຊົນທົ່ວປະເທດ ຄັ້ງທີ I.

ສໍາມະນາເຊື່ອມຊຶມເອກະສານ ເພື່ອກະກຽມໃຫ້ກອງປະຊຸມວຽກສື່ມວນຊົນທົ່ວປະເທດ ຄັ້ງທີ I.

Published on

ກອງປະຊຸມສໍາມະນາເຊື່ອມຊຶມເອກະສານ ເພື່ອກະກຽມໃຫ້ແກ່ກອງປະຊຸມວຽກສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດການນໍາພາຂອງພັກ, ພັດທະນາວຽກງານສື່ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ ຢ່າງແຂງແຮງ” ໄດ້ຈັດຂຶ້ນໃນວັນທີ 13 ກໍລະກົດ 2026 ນີ້, ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນກຽດເຂົ້າຮ່ວມເຜີຍແຜ່ເອກະສານຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ປະທານສະພາທິດສະດີສູນກາງພັກ; ມີທ່ານ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ; ມີຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກ, ບັນດາການນໍາພັກ-ລັດ, ຜູ້ແທນສື່ມວນຊົນ ສູນກາງ ແລະ ທ້ອງຖິ່ນ ທົ່ວປະເທດເຂົ້າຮ່ວມ.

ກອງປະຊຸມສໍາມະນາໃນຄັ້ງນີ້, ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ເຊິ່ງເປັນການກະກຽມຄວາມພ້ອມທາງດ້ານທິດສະດີ ແລະ ພຶດຕິກຳ ກ່ອນຈະກ້າວເຂົ້າສູ່ກອງປະຊຸມວຽກສື່ມວນຊົນທົ່ວປະເທດ ຄັ້ງທີ I ທີ່ຈະໄຂຂຶ້ນໃນລະຫວ່າງວັນທີ 14 – 15 ກໍລະກົດນີ້;  ຈຸດປະສົງຫຼັກ ເພື່ອເຮັດໃຫ້ຖັນແຖວພະນັກງານນໍາພາ-ຄຸ້ມຄອງ ແລະ ນັກຮົບສື່ມວນຊົນລາວທົ່ວປະເທດ ກຳແໜ້ນທັດສະນະ, ຫຼັກການ ແລະ ການເພີ່ມທະວີບົດບາດການນໍາພາຂອງພັກຕໍ່ວຽກງານສື່ມວນຊົນ; ຍົກສູງຈັນຍາບັນວິຊາຊີບ ແລະ ເຊື່ອມຊຶມບັນດານິຕິກຳລຸ່ມກົດໝາຍ ເພື່ອຫັນປ່ຽນວຽກງານສື່ມວນຊົນໄປສູ່ຄຸນນະພາບໃໝ່ ຢ່າງແຂງແຮງ.

ໂອກາດນີ້, ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ຍົກໃຫ້ເຫັນການເພີ່ມທະວີບົດບາດການນຳພາຂອງພັກ ຕໍ່ວຽກງານສື່ມວນຊົນ ແລະ ຈັນຍາບັນສື່ມວນຊົນ ຊຶ່ງພັກເຮົາຍາມໃດກໍຖືສໍາຄັນ ແລະ ເອົາໃຈໃສ່ນໍາພາ-ຊີ້ນໍາ ຢ່າງຈົດຈໍ່ຕໍ່ວຽກງານໂຄສະນາ, ສຶກສາອົບຮົມ, ຂົນຂວາຍ ແລະ ຈັດຕັ້ງປະຊາຊົນ ທີ່ເປັນວິທີຍຸດທະສາດອັນໜຶ່ງຂອງການປະຕິວັດ. ໃນນັ້ນ, ສື່ມວນຊົນເປັນອາວຸດອັນແຫລມຄົມ ທີ່ໄດ້ປະກອບສ່ວນຢ່າງສໍາຄັນໃຫຍ່ຫລວງ ເຂົ້າໃນໄຊຊະນະລວມ ຂອງພາລະກິດປະຕິວັດໃນແຕ່ລະໄລຍະຂອງຊາດເຮົາ; ສື່ມວນຊົນເປັນເຄື່ອງມືທາງດ້ານການເມືອງ-ແນວຄິດ ຂອງບັນດາອົງການຈັດຕັ້ງໃນລະບົບການເມືອງ ຊຶ່ງມີພັກເປັນແກນນໍາ. ປັດຈຸບັນ, ສື່ໄດ້ກາຍເປັນພາຫະນະສື່ສານຕົ້ນຕໍທີ່ສໍາຄັນກວ້າງຂວາງທີ່ສຸດທີ່ຜູກພັນ ລະຫວ່າງພັກ-ລັດ ກັບປະຊາຊົນ; ດ້ານໜຶ່ງ ເປັນຜູ້ນໍາເອົາທັດສະນະແນວຄິດ, ທິດສະດີປະຕິວັດ, ແນວທາງ, ແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ໄປສູ່ປະຊາຊົນ; ອີກດ້ານໜຶ່ງເປັນຜູ້ນໍາເອົາຄວາມຄິດຄວາມເຫັນ, ແນວຄິດ ຈິດໃຈ, ຄວາມມຸ່ງມາດປາຖະໜາຂອງປະຊາຊົນມາສ່ອງແສງໃຫ້ພັກ-ລັດ ໄດ້ຮັບຊາບ.

ໂອກາດນີ້, ສະຫາຍ ກິແກ້ວ ໄຂຄຳພິທູນ ຍັງໄດ້ເນັ້ນໃຫ້ ສື່ມວນຊົນລາວ ຕ້ອງຍຶດໝັ້ນຈັນຍາບັນຕາມ 5 ຫລັກການ ຄື: 1. ຄວາມຖືກຕ້ອງ ແລະ ສັດຈະທໍາ: ຕ້ອງນໍາສະເໜີຄວາມຈິງ ທີ່ມີການກວດສອບແຫລ່ງ ຂ່າວຢ່າງຄັກແນ່, ບໍ່ບິດເປືອນ, ບໍ່ສ້າງຂ່າວປອມ ແລະ ຫາກມີຄວາມຜິດພາດ ຕ້ອງຮີບຮ້ອນແກ້ໄຂ ທັນທີ;

  1. ຄວາມເປັນກາງ ແລະ ເປັນທຳ: ຕ້ອງນໍາສະເໜີຂໍ້ມູນໃຫ້ຮອບດ້ານ, ໃຫ້ໂອກາດທຸກຝ່າຍ ໄດ້ຊີ້ແຈງຄວາມຈິງ, ບໍ່ເລືອກຂ້າງ ແລະ ບໍ່ໃສ່ຄວາມຄິດເຫັນສ່ວນຕົວລົງໄປໃນເນື້ອຫາຂ່າວ;
  2. ເອກະລາດ ແລະ ສັກສີວິຊາຊີບ: ຕ້ອງມີອິດສະລະພາບໃນການເຮັດວຽກ, ບໍ່ຕົກຢູ່ພາຍໃຕ້ອິດທິພົນຂອງກຸ່ມທຶນ ຫລື ຜົນປະໂຫຍດໃດໆ, ບໍ່ຮັບສິນບົນເພື່ອຜົນປະໂຫຍດໃຫ້ບຸກຄົນອື່ນ;
  3. ຄວາມຮັບຜິດຊອບຕໍ່ສັງຄົມ: ຕ້ອງຄໍານຶງເຖິງຜົນກະທົບຕໍ່ຄວາມໝັ້ນຄົງ, ວັດທະນະທໍາ ແລະ ຮີດຄອງປະເພນີ, ຫລີກເວັ້ນການນໍາສະເໜີພາບ ຫລື ເນື້ອຫາທີ່ຮຸນແຮງ, ອານາຈານ ຫລື ກະຕຸ້ນໃຫ້ ເກີດຄວາມຂັດແຍ່ງ;

5.ການເຄົາລົບສິດສ່ວນບຸກຄົນ: ບໍ່ລະເມີດສິດທິສ່ວນຕົວຂອງບຸກຄົນອື່ນ ໂດຍບໍ່ມີເຫດ ຜົນດ້ານປະໂຫຍດສາທາລະນະ ໂດຍສະເພາະແມ່ນການປົກປ້ອງເດັກນ້ອຍ, ເຍົາວະຊົນ, ຜູ້ເຈັບປ່ວຍ ແລະ ຜູ້ເປັນເຫຍື່ອໃນຄະດີຕ່າງໆ.

ສະຫາຍ ຍັງເນັ້ນຕື່ມວ່າ: ສື່ມວນຊົນ ກໍຄື ພະນັກງານ -ລັດຖະກອນ ຕ້ອງມີຈັນຍາບັນຕໍ່ຕົນເອງ ດ້ວຍການຝຶກຝົນຫລໍ່ຫລອມຕົນເອງໃຫ້ກາຍເປັນພະນັກງານ-ລັດຖະກອນທີ່ດີ, ມີຄຸນທາດການເມືອງໜັກແໜ້ນ ແລະ ມີຄຸນສົມບັດສິນທໍາປະຕິວັດ; ຕ້ອງມີຈັນຍາບັນຕໍ່ວິຊາຊີບ: ຕ້ອງເຄື່ອນໄຫວວິຊາຊີບຂອງຕົນດ້ວຍຄວາມສັດຊື້ ແລະ ບໍ່ສະແຫວງຫາຜົນປະໂຫຍດໃນທາງທີ່ບໍ່ຖືກຕ້ອງ ແລະ ຕ້ອງປະຕິບັດຈັນຍາບັນຂອງຕົນຢ່າງເຂັ້ມງວດ; ຕ້ອງມີຈັນຍາບັນຕໍ່ການຈັດຕັ້ງ: ຕ້ອງເຄົາລົບ ແລະ ມີສະຕິຕໍ່ການຈັດຕັ້ງ, ມີຄວາມຮັບຜິດ ຊອບສູງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ, ຮັກສາຄວາມລັບ ແລະ ປະຕິບັດລະບຽບວິໄນ ຂອງການຈັດຕັ້ງຢ່າງເຂັ້ມງວດ ແລະ ຕ້ອງມີຈັນຍາບັນຕໍ່ປະຊາຊົນ ແລະ ສັງຄົມ: ຕ້ອງບໍລິການຮັບໃຊ້ປະຊາຊົນ ແລະ ສັງຄົມດ້ວຍ ຄວາມຈິງໃຈ, ສະເໝີພາບ, ໂປ່ງໃສ, ມີກິລິຍາມາລະຍາດດີ, ຖະໜອມຖ່ອມຕົວ, ບໍ່ຮຽກຮ້ອງສິ່ງຕອບແທນ ແລະ ບໍ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນ ແລະ ສັງຄົມໃນເວລາປະຕິບັດໜ້າທີ່ວຽກງານ.

ໃນວາລະກອງປະຊຸມ, ບັນດາຜູ້ແທນສື່ມວນຊົນ ຍັງຈະໄດ້ພ້ອມປະກອບຄໍາຄິດເຫັນຢ່າງກົງໄປກົງມາ ເຮັດໃຫ້ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງເຖິງຄວາມຈຳເປັນພາວະວິໄສ ໃນການເພີ່ມທະວີບົດບາດການນໍາພາຂອງພັກ ຕໍ່ສື່ມວນຊົນ ແລະ ການເຊີດຊູຈັນຍາບັນຂອງນັກຂ່າວປະຕິວັດ ໃຫ້ເປັນຮູບປະທຳຢ່າງແຂງແຮງເທື່ອລະກ້າວ.

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...