Homeຂ່າວພາຍ​ໃນລົດລົ້ມເປີດໂປງທຸກຄະດີ ພົບທັງປືນ ການມົ້ວສຸມນ້ຳທ່ອມ ຂາຍຢາ ແລະ ເຄີຍກໍ່ຄະດີປຸ້ນຄຳ ທີ່ແກ້ງກອກ ແຂວງສະຫວັນນະເຂດ.

ລົດລົ້ມເປີດໂປງທຸກຄະດີ ພົບທັງປືນ ການມົ້ວສຸມນ້ຳທ່ອມ ຂາຍຢາ ແລະ ເຄີຍກໍ່ຄະດີປຸ້ນຄຳ ທີ່ແກ້ງກອກ ແຂວງສະຫວັນນະເຂດ.

Published on

ຈາກນັ້ນ ປກສ ເມືອງ ອຸທຸມພອນ ຈຶ່ງໄດ້ແຕ່ງຕັ້ງ ເຈົ້າໜ້າທີ່ວິຊາສະເພາະ ລົງກວດກາ, ສອບສວນ, ເກັບກຳຂໍ້ມູນ ສະຖານທີ່ເກີດເຫດຕົວຈິງ: ຜູ້ທີ່ຂັບຂີ່ລົດຈັກຍີຫໍ້ຮອນດ້າ, ລຸ້ນ FORZA 350, ສີດໍາ ບໍ່ຕິດປ້າທະບຽນ ຊື່ ທ້າວໂຊຫວຽດ ອາຍຸ 21 ປີ ແລະ ທ້າວມັອດ, ອາຍຸ 22 ປີ ໂດຍພວກກ່ຽວໃຫ້ການຮັບສາລະພາບວ່າ:

ໃນວັນທີ 23 ມິຖຸນາ 2026 ຢູ່ທີ່ຫ້ອງພັກແຫ່ງໜຶ່ງພວກກ່ຽວໄດ້ມີການມົ້ວສຸມດື່ມນ້ຳກະທ້ອມ, ເປີດຫ້ອງຕີ້ຄໍລະເຈ້ນ, ຈາກນັ້ນ ເວລາ 06 ໂມງເຊົ້າຂອງວັນທີ 24 ມິຖຸນາ 2026 ທ້າວ ຫວຽດໄດ້ຈຶ່ງໄດ້ຢືມລົດຈັກຂອງທ້າວ ບຸນມາ ອາຍຸ 22 ປີ, ອາຊີບ ເຮັດນາ ເຊື້ອຊາດ ສັນຊາດ ລາວ ເປັນຄົນຢູ່ ບ້ານໂຄກໃຫຍ່ ເມືອງອຸທຸມພອນ, ແລ້ວໄດ້ຊວນເອົາ ທ້າວມັອດໄປນຳ ເພື່ອໄປເອົາເຄື່ອງ, ແຕ່ບໍ່ທັນໄປຮອດບ່ອນເອົາເຄື່ອງກໍ່ເກີດອຸປະຕິເຫດກ່ອນ, ຈາກນັ້ນເວລາ 16:00 ໂມງ, ຂອງວັນດຽວກັນ ເຈົ້າໜ້າທີ່ສືບສວນ-ສອບສວນ ຈຶ່ງໄດ້ສົມທົບກັບອໍານາດການປົກຄອງ ບ້ານໂຄກໃຫຍ່ ເຂົ້າກັກຕົວ ທ້າວບຸນມາ ມາດໍາເນີນ ການສືບສວນ – ສອບສວນ ຕາມກົດໝາຍ.

ຜ່ານການສອບສວນເອົາຄຳໃຫ້ການ ທ້າວບຸນມາ ໃຫ້ການຮັບສາລະພາບວ່າ : ລູກປືນ AK ຈຳນວນ 104 ລູກ, ແມ່ນເປັນຂອງ ທ້າວສີສະໄໝ ຫຼື ຈິນ ອາຍຸ 35 ປີ, ອາຊີບ ເຮັດນາ ເຊື້ອຊາດ ສັນຊາດລາວ ຢູ່ບ້ານນານົກຂຽນ ເມືອງຈຳພອນ ແຂວງສະຫວັນນະເຂດ. ຜ່ານການສືບສວນ – ສອບສວນຮູ້ວ່າເປັນເປົ້າໝາຍທີ່ມີສ່ວນຮ່ວມປຸ້ນຊັນ ຈຶ່ງໄດ້ແຕ່ງຕັ້ງວິຊາສະເພາະ, ສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງ ເຂົ້າກວດກາສະຖານທີ່ຈຸດພັກເຊົາຂອງທ້າວ ສີສະໄໝ ຫຼື ຈິນ, ນຳກຳລັງເຂົ້າກັກຕົວຜູ້ກ່ຽວ, ແຕ່ທ້າວ ສີສະໄໝ ຫຼື ຈິນໄດ້ນຳໃຊ້ອາວຸດປືນຕໍ່ສູ້, ຂັດຂືນຕໍ່ເຈົ້າໜ້າທີ່, ແລ້ວພະຍາຍາມເອົາຕົວຫຼົບໜີ, ຕໍ່ມາໃນເວລາ 00 ໂມງ 40 ນາທີ, ຂອງວັນທີ 25 ມິຖຸນາ 2026 ຈຶ່ງສາມາດກັກຕົວທ້າວ ສີສະໄໝ ຫຼື ຈິນ ໄດ້ພ້ອມຍຶດເຄື່ອງຂອງກາງຄະດີໄດ້ມີ:

  • ເຄື່ອງຂອງກາງ :ອາວຸດປືນ ຊະນິດປືນ AK ຈຳນວນ 01 ກະບອກ, ບັງປືນ AK ຈໍານວນ 01 ອັນ ລູກປືນ AK ຈໍານວນ 263 ລູກ.
  • ອາວຸດປືນສັ້ນ ຈຳນວນ 04 ກະບອກ.ລູກປືນສັ້ນຈຳນວນ 24 ລູກ.
  • ມີເຄື່ອງຕິດຕົວ :ໂທລະສັບມືຖືຍີຫໍ້ໄອໂພນ 11 ສີຂາວ ຈຳນວນ 01 ໜ່ວຍ.ໂທລະສັບມືຖືຍີຫໍ້ ໄອໂພນ 13 ໂປແມັກ ຈຳນວນ 01 ໜ່ວຍ.
  • ລົດຈັກຍີຫໍ້ຮອນດ້າ ລຸ້ນ ຣີດ ສີປອນທອງ ຈຳນວນ 01 ຄັນ (ບໍ່ຕິດປ້າຍທະບຽນ).

ຜ່ານການສືບສວນ – ສອບສວນ ທ້າວສີສະໄໝ ຫຼື ຈິນ ໃຫ້ການຮັບສາລະພາບວ່າ : ລູກປືນ AK ຈໍານວນ 104 ລູກ, ທີ່ພົບເຫັນຢູ່ໃນເບາະລົດຈັກ FORZA 350, ສີດໍາ ຂອງທ້າວ ບຸນມາແມ່ນເປັນຂອງຜູ້ກ່ຽວແທ້ຈິງ ເຊິ່ງໄດ້ຕິດຕໍ່ຊື້ທາງເຟດບຸກ, ເພື່ອເອົາມານຳໃຊ້ກໍ່ເຫດ ແລະ ໃຊ້ຕໍ່ສູ້ກັບເຈົ້າໜ້າທີ່ໃນເວລາເຄື່ອນໄຫວກໍ່ເຫດ, ຄ້າຂາຍຢາເສບຕິດ, ປະເພດຢາບ້າ ແລະ ຄໍລະເຈ້ນ ແລະ ຜ່ານມາໃນວັນທີ 15 ກຸມພາ 2025 ທ້າວ ສີສະໄໝ ຫຼື ຈິນ ພ້ອມດ້ວຍໝູ່ 01 ຄົນ, ໄດ້ກໍ່ເຫດນຳໃຊ້ອາວຸດປືນສັ້ນ ປຸ້ນຮ້ານຄຳ ຢູ່ຕະຫຼາດແກ້ງກອກ ເມືອງ ຈຳພອນ ແຂວງ ສະຫວັນນະເຂດ, ເຊິ່ງພວກກ່ຽວສາມາດປຸ້ນເອົາຄຳໄປໄດ້ຈຳນວນຫຼາຍ, ສ່ວນໝູ່ທີ່ຮ່ວມກໍ່ເຫດປັດຈຸບັນ ແມ່ນໄດ້ເອົາຕົວຫຼົບໜີໄປຢູ່ປະເທດໄທ.

ຈາກເຫດການດັ່ງກ່າວ ເຈົ້າໜ້າທີ່ ສືບສວນ-ສອບສວນ ປກສ ເມືອງ ອຸທຸມພອນ ສາມາດກັກຕົວ ຜູ້ທີ່ມີສ່ວນພົວພັນໃນການກະທຳຜິດໄດ້ທັງໝົດ 04 ຄົນ ແລະ ຍັງສືບຕໍ່ຂະຫຍາຍຜົນເຖິງຜູ້ທີ່ມີສ່ວນພົວພັນ ໃນລາຍຄະດີດັ່ງກ່າວ ມາດຳເນີນຄະດີ ຕາມກົດໝາຍ.

ແຫຼ່ງທີ່ມາ: ຂ່າວສານເມືອງອຸທຸມພອນ

 

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...