Homeຂ່າວພາຍ​ໃນຄະນະຜູ້ແທນລາວ ຮ່ວມພິທີວາງພວງມາລາ-ເຄົາລົບພະສົບ ສົມເດັດພະເຈົ້າລູກເທີ ເຈົ້າຟ້າພັດຊະຣະກິຕິຍາພາ

ຄະນະຜູ້ແທນລາວ ຮ່ວມພິທີວາງພວງມາລາ-ເຄົາລົບພະສົບ ສົມເດັດພະເຈົ້າລູກເທີ ເຈົ້າຟ້າພັດຊະຣະກິຕິຍາພາ

Published on

ໃນວັນທີ 27 ມິຖຸນາ 2026 ທີ່ ບາງກອກ, ປະເທດໄທ, ໂດຍໄດ້ຮັບການມອບໝາຍຈາກ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ເດີນທາງໄປເຂົ້າຮ່ວມພິທີວາງພວງມາລາ ແລະ ເຄົາລົບພະສົບ ສົມເດັດພະເຈົ້າລູກເທີ ເຈົ້າຟ້າພັດຊະຣະກິຕິຍາພາ ນະເຣນທິຣາເທບພະຍະວະດີ ກົມມະຫຼວງຣາຊະສາຣິນີສິຣິພັດ ມະຫາວັດຊະຣະຣາຊະທິດາ ແຫ່ງ ລາຊະອານາຈັກໄທ, ທີ່ໄດ້ສິ້ນພະຊົນ ໃນວັນທີ 11 ມິຖຸນາ 2026, ລວມອາຍຸໄດ້ 47 ພັນສາ.
ສົມເດັດພະເຈົ້າລູກເທີ ເຈົ້າຟ້າພັດຊະຣະກິຕິຍາພາ ເປັນຜູ້ທີ່ມີຈິດໃຈສູງສົ່ງ, ເມດຕາກະລຸນາ ແລະ ມີພະປີຊາສາມາດສູງ, ຕະຫຼອດຊີວິດຂອງພະອົງ ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ຢ່າງບໍ່ຮູ້ອິດເມື່ອຍ ເພື່ອຄຸນປະໂຫຍດຂອງສ່ວນລວມ, ການພັດທະນາຄຸນນະພາບຊີວິດຂອງປະຊາຊົນ, ການສົ່ງເສີມຄວາມຍຸຕິທຳໃນສັງຄົມ ແລະ ວຽກງານການຕ່າງປະເທດ, ພ້ອມທັງມີບົດບາດສຳຄັນໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ປະຊາຊົນສອງຊາດ ລາວ-ໄທ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ. ການສິ້ນພະຊົນຂອງ ສົມເດັດພະເຈົ້າລູກເທີ ເຈົ້າຟ້າພັດຊະຣະກິຕິຍາພາ ບໍ່ພຽງແຕ່ເປັນການສູນເສຍອັນຍິ່ງໃຫຍ່ ແລະ ນຳເອົາຄວາມໂສກເສົ້າສຸດອາໄລຢ່າງສຸດຊຶ້ງ ມາສູ່ພະບາດສົມເດັດ, ພະບໍລົມວົງສານຸວົງ ແລະ ປວງຊົນຊາວໄທທັງຊາດ ເທົ່ານັ້ນ, ແຕ່ຍັງເປັນການສູນເສຍຍາດມິດທີ່ໃກ້ຊິດ ຂອງ ປະຊາຊົນລາວ ນຳອີກ.
ການເຂົ້າຮ່ວມໃນພິທີວາງພວງມາລາ ແລະ ເຄົາລົບພະສົບ ສົມເດັດພະເຈົ້າລູກເທີ ເຈົ້າຟ້າພັດຊະຣະກິຕິຍາພາ ໃນຄັ້ງນີ້ ເປັນການນຳເອົາຄວາມໄວ້ອາໄລຢ່າງສຸດຊຶ້ງຈາກ ລັດຖະບານ ແລະ ປະຊາຊົນລາວ ມາຍັງ ພະບໍລົມວົງສານຸວົງທຸກພະອົງ, ລັດຖະບານ ແລະ ປະຊາຊົນໄທ ແລະ ທັງເປັນການລະນຶກເຖິງຄຸນງາມຄວາມດີອັນ ທີ່ພະອົງໄດ້ເສຍສະລະ ແລະ ອຸທິດຕົນເອງເພື່ອຜົນປະໂຫຍດສ່ວນລວມ ກໍຄື ການພັດທະນາສາຍພົວພັນອັນດີງາມ ລະຫວ່າງ ສອງປະເທດ ລາວ-ໄທ ໃຫ້ຂະຫຍາຍຕົວໃນຕະຫຼອດຊີວິດຂອງພະອົງທີ່ຜ່ານມາ.
ໃນໂອກາດເຂົ້າຮ່ວມພິທີດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຍັງໄດ້ພົບປະກັບ ທ່ານ ສີຫະສັກ ພວງເກດແກ້ວ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດໄທ

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...