Homeຂ່າວການຢ້ຽມຢາມນາຍົກລັດຖະມົນຕີ ຈະເດີນທາງຢ້ຽມຢາມຣັດເຊຍ ເຂົ້າຮ່ວມກອງປະຊຸມສະເຫຼີມສະຫຼອງສາຍພົວພັນ ອາຊຽນ-ຣັດເຊຍ ຄົບຮອບ 35 ປີ ໃນວັນທີ 14-17/06/2026

ນາຍົກລັດຖະມົນຕີ ຈະເດີນທາງຢ້ຽມຢາມຣັດເຊຍ ເຂົ້າຮ່ວມກອງປະຊຸມສະເຫຼີມສະຫຼອງສາຍພົວພັນ ອາຊຽນ-ຣັດເຊຍ ຄົບຮອບ 35 ປີ ໃນວັນທີ 14-17/06/2026

Published on

ແຈ້ງການ ຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ພະນະທ່ານ ມີຄາອິນ ມີຊູສະຕິນ, ນາຍົກລັດຖະມົນຕີ ແຫ່ງ ສະຫະພັນ ຣັດເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະນໍາພາຄະນະຜູ້ແທນຂັ້ນສູງຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເດີນທາງຢ້ຽມຢາມ ສະຫະພັນ ຣັດເຊຍ ໃນວັນທີ 14-17 ມິຖຸນາ 2026 ທີ່ ນະຄອນຫຼວງມົດສະກູ. ຫຼັງຈາກນັ້ນ, ພະນະທ່ານ ນາຍົກລັດຖະມົນຕີ ຈະສືບຕໍ່ນຳພາຄະນະ ເຂົ້າຮ່ວມກອງປະຊຸມສຸດຍອດ ສະເຫຼີມສະຫຼອງສາຍພົວພັນ ອາຊຽນ-ຣັດເຊຍ ຄົບຮອບ 35 ປີ, ຊຶ່ງຈະຈັດຂື້ນ ໃນວັນທີ 17-19 ມິຖຸນາ 2026 ທີ່ ກາຊານ, ສະຫະພັນ ຣັດເຊຍ.

ແຫຼ່ງຂໍ້ມູນ: ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...