Homeຂ່າວພາຍ​ໃນປັດຈຸບັນ ໄດ້ຈັດຕັ້ງປະຕິບັດໜ້າວຽກໃນ 4 ຕົວເມືອງຂອງໂຄງການທາງດ່ວນວຽງຈັນ-ຮ່າໂນ້ຍ.

ປັດຈຸບັນ ໄດ້ຈັດຕັ້ງປະຕິບັດໜ້າວຽກໃນ 4 ຕົວເມືອງຂອງໂຄງການທາງດ່ວນວຽງຈັນ-ຮ່າໂນ້ຍ.

Published on

ທ່ານ ປອ ພອນປະເສີດ ອິນທະສອນ ປະທານ ບໍລິສັດ ສາມເອສ໌ ພັດທະນາ ຈໍາກັດ ຕ່າງໜ້າກຸ່ມບໍລິສັດ ພັດທະນາກໍ່ສ້າງທາງດ່ວນ ວຽງຈັນ-ຮ່າໂນ້ຍ ຊ່ວງ ຈາກເມືອງປາກຊັນ ແຂວງ ບໍລິຄຳໄຊ ໄປຫາຊາຍແດນລາວ-ຫວຽດນາມ ໄດ້ໃຫ້ສໍາພາດ ສະແດງຄວາມຂອບໃຈ ການນໍາກະຊວງ ຍທຂ ແລະ ແຂວງ ບໍລິຄໍາໄຊ ທີ່ໄດ້ລົງມາຊຸກຍູ້ ຕິດ ຕາມ ແລະໄດ້ໃຫ້ທິິດຊີ້ນໍາຫຼາຍບັນຫາ ເພື່ອຊ່ວຍໃຫ້ການຈັດຕັ້ງປະຕິບັດໂຄງການໄດ້ຕາມແຜນ ໂດຍສະເພາະການແກ້ໄຂບັນຫາຜົນກະທົບດ້ານສິ່ງແວດລ້ອມ ແລະ ການແກ້ໄຂບັນຫາຄ່າຊົດເຊີຍເນື້ອທີ່ຂອງປະຊາຊົນທີ່ໄດ້ຖືກໂຄງການ.

ທ່ານ ກ່າວວ່າ: ປັດຈຸບັນ ໄດ້ຈັດຕັ້ງປະຕິບັດໜ້າວຽກໃນ 4 ຕົວເມືອງທີ່ໂຄງການ ທາງດ່ວນຜ່ານ ເຊິ່ງຄະນະນໍາ ທີ່ລົງມາຄັ້ງນີ້ ໄດ້ຕິດຕາມທັງ 4 ຕົວເມືອງ ເຊິ່ງມີ 8 ຈຸດ ເຊິ່ງວຽກງານເຮົາກໍາລັງດໍາເນີນການມີ: ການທະລຸແລວທາງ, ການຕັດດິນຖົມ, ການແນະນໍາຄວາມຫຍຸ້ງຍາກ ເນື່ອງຈາກ ການເໜັງຕີງຂອງລາຄານໍ້າມັນ. ຜ່ານການປຶກສາຫາລື ເອົາໃຈໃສ່ຂອງຄະນະນໍາກະຊວງ ຍທຂ ແລະ ແຂວງ ບໍລີຄໍາໄຊ ກໍໄດ້ມີທາງອອກຢ່າງເໝາະສົມ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການ ດໍາເນີນໄປຕາມແຜນການ.

ການລົງຕິດຕາມ ຂອງຄະນະນໍາກະຊວງ ຍທຂ ແລະ ແຂວງ ບໍລິຄໍາໄຊ ໃນຄັ້ງນີ້ ເພື່ອເປັນຂໍ້ມູນ ແລະ ບ່ອນອີງພື້ນຖານ ສໍາຄັນ ທີ່ຈະນໍາເຂົ້າໃນກອງປະຊຸມປຶກສາຫາລື ກ່ຽວກັບການກໍ່ສ້າງ ທາງດ່ວນ ວຽງຈັນ-ຮ່າໂນ້ຍ ທີ່ຈະຈັດຂຶ້ນໃນວັນທີ 16 ພຶດສະ ພາ 2026 ທີ່ຫ້ອງວ່າການແຂວງບໍລິຄໍາໄຊ.

ແຫຼ່ງທີ່ມາ: ວຽງຈັນໃໝ່ 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...