Homeຂ່າວຕ່າງປະເທດສະຖານທູດອາເມລິກາ ນວ ແຈ້ງ! ຄົນທີ່ຢູ່ອາໄສໃນອາເມລິກາຢ່າງຜິດກົດໝາຍ ສາມາດລົງທະບຽນຜ່ານແອັບມືຖື CBP Home ເພື່ອເດີນທາງກັບປະເທດ ພ້ອມຮັບເງິນ ແລະ ຍົກເວັ້ນຄ່າປັບໄໝ

ສະຖານທູດອາເມລິກາ ນວ ແຈ້ງ! ຄົນທີ່ຢູ່ອາໄສໃນອາເມລິກາຢ່າງຜິດກົດໝາຍ ສາມາດລົງທະບຽນຜ່ານແອັບມືຖື CBP Home ເພື່ອເດີນທາງກັບປະເທດ ພ້ອມຮັບເງິນ ແລະ ຍົກເວັ້ນຄ່າປັບໄໝ

Published on

ອີງຕາມການລາຍງານຂອງ ສະຖານທູດສະຫະລັດອາເມລິກາ ປະຈໍາ ນະຄອນຫຼວງວຽງຈັນ ໃນວັນທີ 26 ກຸມພາ 2026 ທີ່ຜ່ານມາ ກ່ຽວກັບການລົງທະບຽນເພື່ອເດີນທາງອອກນອກປະເທດອາເມລິກາ ຂອງຄົນທີ່ຢູ່ອາໄສຢ່າງຜິດກົດໝາຍ ໂດຍມີເນື້ອໃນລະບຸວ່າ

ສໍາລັບຄົນຕ່າງດ້າວທີ່ອາໄສຢູ່ສະຫະລັດອາເມລິກາຢ່າງຜິດກົດໝາຍ ແມ່ນສາມາດລົງທະບຽນເພື່ອເດີນທາງອອກນອກປະເທດໂດຍສະໝັກໃຈຜ່ານແອັບມືຖື CBP Home ຈະໄດ້ຮັບການເດີນທາງກັບປະເທດໂດຍບໍ່ເສຍຄ່າ, ພ້ອມຮັບເງິນໂບນັດຈໍານວນ 2,600 ໂດລາ ແລະ ຖືກຍົກເວັ້ນຄ່າປັບໄໝໃດໆກໍຕາມທີ່ເກີດຈາກການບໍ່ເດີນທາງອອກ. ພ້ອມທັງໄດ້ຮັບການຊ່ວຍເຫຼືອໃນການຈັດການການເດີນທາງອອກຢ່າງທ່ວງທັນເວລາ.

ແອັບມືຖື CBP Home ຊ່ວຍໃຫ້ຄົນຕ່າງດ້າວທີ່ຢູ່ຢ່າງຜິດກົດໝາຍສາມາດວາງແຜນການກັບປະເທດຂອງຕົນ, ລວມທັງມີໂອກາດໃນການເດີນທາງອອກຢ່າງທັນເວລາ, ເພື່ອໃຫ້ສາມາດຈັດການວຽກງານ, ການຮຽນ, ພາລະກິດສ່ວນຕົວໃຫ້ສໍາເລັດ ແລະ ຍັງຈັດກຽມການເດີນທາງໄດ້ຢ່າງເປັນລະບຽບ ແລະ ຖືກຕ້ອງຕາມກົດໝາຍນຳອີກ.

ເຊິ່ງໃນວັນທີ 23 ທັນວາ 2025 ທີ່ຜ່ານມາ, ທ່ານ ໂດນັລ ທຣຳ ປະທານາທິບໍດີ ສ.ອາເມລິກາ ໄດ້ປະກາດ ຂໍ້ສະເໜີ ຈ່າຍເງິນ ໃຫ້ຜູ້ອົບພະຍົບແບບຜິດກົດໝາຍ ປະມານ 3,000 ໂດລາສະຫະລັດ ພ້ອມກັບຄ່າປີ້ຍົນໃຫ້ ໂດຍບໍ່ເສຍຄ່າ(ຟຣີ) ຫາກຍິນຍອມ ເດີນທາງອອກຈາກ ສ.ອາເມລິກາ ໂດຍສະໝັກໃຈກ່ອນທ້າຍປີນີ້ ດ້ວຍວົງເງິນ 3,000 ໂດລາສະຫະລັດ ຈາກເມື່ອ ກ່ອນ 1,000 ໂດລາສະຫະລັດ ເພີ່ມຂຶ້ນເປັນ 3 ເທົ່າ ໂດຍຜູ້ເຂົ້າເມືອງ ທີ່ບໍ່ມີເອກະສານ ທີ່ລົງທະບຽນເພື່ອສົ່ງກັບຄືນປະເທດດ້ວຍຕົນເອງ ຜ່ານໃບສະໝັກຈະໄດ້ຮັບການຮັບຜິດຊອບ ໃນການຈັດການການເດີນທາງ ແລະ ຄ່າໃຊ້ຈ່າຍ ທັງໝົດໂດຍລັດຖະບານ ສະຫະລັດອາເມລິກາ ແລະ ພວກເຂົາ ຍັງຈະໄດ້ຮັບການຍົກເວັ້ນຄ່າປັບໄໝ ຫຼື ການລົງໂທດທາງແພ່ງ ສຳລັບ ການຢູ່ເກີນກຳນົດວີຊາ.

ແຫຼ່ງຂໍ້ມູນ: ເສດຖະກິດສັງຄົມ, ສະຖານທູດສະຫະລັດອາເມລິກາ

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...