Homeຂ່າວພາຍ​ໃນແກ້ຜົມແຕກປາຍດ້ວຍນ້ຳຫົວສີໄຄ

ແກ້ຜົມແຕກປາຍດ້ວຍນ້ຳຫົວສີໄຄ

Published on

    193512

    ນ້ຳ ທີ່​ຄັ້ນ​ຈາກ​ຕົ້ນ​ຫົວສີໄຄ ​ນັ້ນ​ມີ​ສັບ​ພະຄຸນທີ່​ເປັນ​ປະໂຫຍດ​ຕໍ່​ຮ່າງກາຍ​ທັງ​ໃນ​ເລື່ອງ​ຂອງ​ການ ຮັບປະທານ ​ແລະ ​ໃນ​ເລື່ອງ​ຂອງ​ຄວາມ​ງາມ ​ ສຳລັບ​ປະໂຫຍດ​ໃນ​ເລື່ອງ​ຂອງ​ກາ​ນ​ລິ​ໂພກ ຫົວສີໄຄນັ້ນ​ມີ​ປະໂຫຍດ​ທາງ​ຢາ​ທີ່​ຊ່ວຍ​ຂັບ​ລົມ​ໃນ​ກະເພາະ ແກ້​ທ້ອງ​ອືດ ທ້ອງ​ເຟີ້ ແໜ້ນ​ຈຸກ​ສຽດ ຊ່ວຍ​ເຮັດໃຫ້​ຈະເລີນ​ອາຫານ ນອກ​ຈາກ​ນີ້​ຍັງ​ແກ້​ປວດ​ຂໍ້​ມື ປວດ​ເມື່ອຍ ແກ້​ພະຍາດ​ທາງເດີນ​ຍ່ຽວ ແລະ​ ພະຍາດ​ຫືດ​ໄດ້​ອີກ​ດ້ວຍ

ສຳລັບ ສັບ​ເຈົ້າ​ທາງ​ດ້ານ​ຄວາມ​ງາມ ​ສາມາດ​ໃຊ້​ເປັນ​ສະ​ໝຸນ​ໄພ​ທີ່​ຊ່ວຍ ແກ້​ບັນຫາ​ຜົມ​ແຕກ​ປາຍ ໄດ້​ເປັນ​ຢ່າງ​ດີ ເຮົາ​ມາ​ເບິ່ງ​ວິທີ​ແກ້​ບັນຫາ​ຜົມ​ແຫ້ງ​ແຕກ​ປາຍ​ດ້ວຍ​ນ້ຳ​ຫົວສີໄຄມາບອກກັນ

ສ່ວນ​ປະສົມ​ທີ່​ຕ້ອງໃຊ້
– ນໍ້າຫົວສີໄຄສົດ 1 ຖ້ວຍ

ວິທີເຮັດ

1.ລ້າງ​ຜົມ​ແລ້ວ​ຊັບ​ໃຫ້​ຜົມ​ໝາດ ແລ້ວນຳເອາ​ນ້ຳ​ຫົວສີໄຄສົດໃສ່​ໃຫ້​ທົ່ວ​ເສັ້ນ​ຜົມ ​ແລະ ​ໜັງ​ຫົວ ໝັກ​ປະ​ໄວ້​​ປະ​ມານ 10-15 ນາ​ທີ ຈາກ​ນັ້ນ​ໃຊ້​ຫວີ​ຊີ່​ຫ່າງໆ ແປງ​ຜົມ​ໃຫ້​ທົ່ວ​ແລ້ວ​ລ້າງ​ຜົມ​ດ້ວຍ​ນ້ຳ​ສະ​ອາດ

ພຽງ​ໝັກ​ຜົມ​ດ້ວຍ​ສູດ​ນີ້ 7-8 ເທື່ອ ອາການ​ຜົມ​ແຕກ​ປາຍ​ກໍ​ຈະ​ດີ​ຂຶ້ນ ທີ່​ສຳຄັນ​ບໍ່​ຄວນ​ທຳ​ຮ້າຍ​ຜົມ​ດ້ວຍ​ການເຮັດ​ສີ ຍືດ ດັດ ດ້ວຍ​ສານ​ເຄ​ມີ​ໃນ​ລະຫວ່າງ​ນີ້​ການເຮັດ

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...