Homeຂ່າວຕ່າງປະເທດກຳຈັດໄປໃຫ້ໝົດ! ກຳປູເຈຍຕັ້ງເປົ້າໝາຍກຳຈັດສະແກມເມີໃຫ້ໝົດ ໃນທ້າຍເດືອນເມສາ 2026 ໄດ້ເນລະເທດຜູ້ຕ້ອງສົງໄສ 7.657 ຄົນ ກັບຄືນປະເທດ.

ກຳຈັດໄປໃຫ້ໝົດ! ກຳປູເຈຍຕັ້ງເປົ້າໝາຍກຳຈັດສະແກມເມີໃຫ້ໝົດ ໃນທ້າຍເດືອນເມສາ 2026 ໄດ້ເນລະເທດຜູ້ຕ້ອງສົງໄສ 7.657 ຄົນ ກັບຄືນປະເທດ.

Published on

ສຳນັກຂ່າວຊິນຮວາ ຂອງກຳປູເຈຍລາຍງານວ່າ ເມື່ອບໍ່ດົນມານີ້ກຳປູເຈຍປະກາດຄວາມໝັ້ນຄົງໂດຍການກຳຈັດເຄືອຂ່າຍການສໍ້ໂກງທາງອອນລາຍ ຫຼື ສະແກມເມີໃຫ້ໝົດ ໃນທົ່ວປະເທດ ພາຍໃນ ເດືອນເມສາ 2026. ໃນຂະນະທີ່ ມີການເນລະເທດ ຜູ້ຕ້ອງສົງໄສ ກໍ່ອາຊະຍະກຳ ການສໍ້ໂກງອອນລາຍ ຫຼາຍກວ່າ 7.000 ຄົນ.

ກຳປູເຈຍໄດ້ດຳເນີນການປາບປາມເຄືອຂ່າຍການສໍ້ໂກງທາງໄຊເບີທົ່ວປະເທດຄັ້ງໃຫຍ່ ຢ່າງທີ່ບໍ່ເຄີຍມີມາກ່ອນ ເພື່ອຮັກສາ ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ລວມເຖິງການຟື້ນຟູພາບລັກຂອງກຳປູເຈຍ ບົນເວທີລະຫວ່າງປະເທດ. ຖະແຫຼງການໂດຍກະຊວງກິດຈະການພາຍໃນຂອງກຳປູເຈຍລະບຸວ່າ ລັດຖະບານໄດ້ເນລະເທດຜູ້ຕ້ອງສົງໄສສໍ້ໂກງທາງອອນລາຍ ກັບຄືນສູ່ປະເທດຢ່າງໜ້ອຍ 7.657 ຄົນ ນັບແຕ່ ປີ 2025 ຈົນເຖິງ ປັດຈຸບັນ, ໂດຍສະເພາະ ໃນປີ 2025 ຫຼາຍກວ່າ 5.500 ຄົນ ແລະ ປີ 2026 ສົ່ງກັບ ຫຼາຍກວ່າ 2.000 ຄົນ.

ແຫຼ່ງຂໍ້ມູນ: ປະເທດລາວ

 

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...