Homeຂ່າວການຢ້ຽມຢາມເສີມຂະຫຍາຍສາຍພົວພັນ ສອງນາຍົກລັດຖະມົນຕີ ລາວ-ກໍາປູເຈຍ ພົບປະປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ເສີມຂະຫຍາຍສາຍພົວພັນ ສອງນາຍົກລັດຖະມົນຕີ ລາວ-ກໍາປູເຈຍ ພົບປະປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

Published on

ໃນວັນທີ 7 ກຸມພາ 2026 ທີ່ຜ່ານມາ, ທີ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະເຮັດວຽກກັບ ສົມເດັດ ມະຫາບໍວໍທິບໍດີ ຮຸນ ມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ໃນໂອກາດເດີນທາງຕິດຕາມ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມລັດຖະກິດ ຣາຊະອານາຈັກກໍາປູເຈຍ ພ້ອມທັງເຂົ້າ ຮ່ວມກອງປະຊຸມພົບປະຜູ້ນໍາສູງສຸດສາມພັກ ລາວ-ຫວຽດນາມ-ກໍາປູເຈຍ ຄັ້ງທີ 4, ກອງປະຊຸມພົບປະສຸດຍອດ ສອງພັກ ລາວ-ກໍາປູເຈຍ ຄັ້ງທີ 16 ແລະ ກອງປະຊຸມພົບປະສາມນາຍົກລັດຖະມົນຕີ ລາວ-ຫວຽດນາມ-ກໍາປະເຈຍ ແຕ່ວັນທີ 6-7 ກຸມພາ 2026.

ໃນໂອກາດນີ້, ສອງນາຍົກລັດຖະມົນຕີ ລາວ ແລະ ກໍາປູເຈຍ ຕ່າງກໍສະແດງຄວາມປິຕິຍິນດີ ທີ່ໄດ້ພົບປະ ເຮັດວຽກຮ່ວມກັນໃນຄັ້ງນີ້ ຊຶ່ງມີຄວາມໝາຍສໍາຄັນຢ່າງຍິ່ງ ທັງເປັນການຢືນຢັນຄືນເຖິງສາຍພົວພັນມິດຕະພາບອັນ ເປັນມູນເຊື້ອ ແລະ ການເປັນເພື່ອນບ້ານໃກ້ເຮືອນຄຽງທີ່ດີ, “ບ້ານແກ່ວ ເມືອງດອງ” ທີ່ມີມາແຕ່ບູຮານນະການ ເພື່ອຮັດແໜ້ນການເປັນ “ຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ແລະ ຍາວນານ” ລະຫວ່າງ ສອງຊາດ ລາວ-ກໍາປູເຈຍ ໃຫ້ແຕກດອກອອກຜົນ ແລະ ກ້າວສູ່ລວງເລິກຢ່າງບໍ່ຢຸດຢັ້ງ. ພ້ອມດຽວກັນນີ້, ສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບການພົວພັນຮ່ວມມືສອງຝ່າຍໃນໄລຍະຜ່ານມາ ເປັນຕົ້ນ ການພົວພັນຮ່ວມ ມືດ້ານການເມືອງ, ການຕ່າງປະເທດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານເສດຖະກິດ-ການຄ້າ-ການລົງທຶນ-ການທ່ອງທ່ຽວ, ດ້ານກະສິກໍາ, ພະລັງງານ ແລະ ການເຊື່ອມໂຍງໂຄງລ່າງພື້ນຖານ, ວຽກງານຊາຍແດນ ແລະ ອື່ນໆ. ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ຊຶ່ງໄດ້ ຮັບການຍົກລະດັບເປັນ “ຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ແລະ ຍາວນານ” ແລະ ພວມໄດ້ຮັບການ ເສີມຂະຫຍາຍເຂົ້າສູ່ລວງເລິກຢ່າງຕໍ່ເນື່ອງ ຜ່ານການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ ແລະ ຂະແໜງ ການຕ່າງໆຢ່າງເປັນປົກກະຕິ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນໃນທຸກລະດັບ ເພື່ອແລກປ່ຽນບົດຮຽນ ແລະ ປຶກສາຫາລືກັນລະອຽດກ່ຽວກັບ ການຈັດຕັ້ງປະຕິ ບັດຂໍ້ຕົກລົງຂອງການນໍາສອງຝ່າຍ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ, ສືບຕໍ່ຈັດກອງປະຊຸມຕາມກົນໄກ ສອງຝ່າຍທີ່ມີນໍາກັນແລ້ວນັ້ນ ເປັນຕົ້ນ ກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ(JC), ກອງປະຊຸມຄະນະກໍາມະການຊາຍແດນຮ່ວມ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ (JBC) ແລະ ອື່ນໆ. ພ້ອມດຽວກັນນີ້, ສອງຝ່າຍກໍໄດ້ປຶກສາຫາລືກ່ຽວກັບ ການກະກຽມໃຫ້ແກ່ການສະເດັດຢ້ຽມ ຢາມ ສປປ ລາວ ຂອງ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດ ແຫ່ງ ຣາຊະອານາຈັກກໍາປູເຈຍ ໃນເດືອນມິຖຸນາ 2026 ທີ່ຈະມາເຖິງນີ້ ໃນໂອກາດສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກໍາປູເຈຍ (15/6/1956-15/6/2026). ນອກຈາກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໃນໂອກາດດຽວກັນນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຄະນະຜູ້ແທນ ສປປ ລາວ ຢ່າງອົບອຸ່ນ, ສົມກຽດ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບອັນສະໜິດສະໜົມ ຂອງຝ່າຍຣາຊະ ອານາຈັກກໍາປູເຈຍ ໃນຄັ້ງນີ້, ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງ ຈິງໃຈຕໍ່ການຮ່ວມມື ແລະ ການສະໜັບສະໜູນຊ່ວຍເຫລືອຂອງລັດຖະບານ ແລະ ປະຊາຊົນກຳປູເຈຍ ຕະ ຫລອດໄລຍະຜ່ານມາ ແລະ ໄດ້ຢືນຢັນຄືນ ເຖິງຄວາມໝາຍໝັ້ນອັນສະເໝີຕົ້ນສະເໝີປາຍຂອງ ພັກ, ລັດຖະບານ ແລະ ປະຊາຊົນລາວ ໃນການສືບຕໍ່ເສີມຂະຫຍາຍມູນເຊື້ອ ສາຍພົວພັນມິດຕະພາບຖານເພື່ອນມິດສະໜິດສະໜົມ, ບ້ານໃກ້ເຮືອນຄຽງ, “ບ້ານແກ່ວ ເມືອງດອງ” ທີ່ມີມາແຕ່ບູຮານນະການ ກໍຄື ການເປັນ “ຄູ່ຮ່ວມຍຸດທະສາດຮອບ ດ້ານໝັ້ນຄົງ ແລະ ຍາວນານ”. ພ້ອມດຽວກັນນີ້, ທ່ານ ສອນໄຊ ສີພັນດອນ ກໍໄດ້ເຊື້ອເຊີນ ສົມເດັດ ມະຫາບໍວໍທິບໍດີ ຮຸນ ມາແນດ ພ້ອມດ້ວຍພັນລະຍາ ແລະ ຄະນະເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນໂອກາດເຂົ້າ ຮ່ວມກອງປະຊຸມພົບປະຜູ້ນໍາສູງສຸດສາມພັກ ລາວ-ຫວຽດນາມ-ກໍາປູເຈຍ ຄັ້ງທີ 5 ແລະ ກອງປະຊຸມສຸດຍອດ ສອງພັກ ລາວ-ກໍາປູເຈຍ ຄັ້ງທີ 17 ຊຶ່ງຝ່າຍລາວຈະເປັນເຈົ້າພາບໃນປີ 2027. ໃນເວລາດຽວກັນ, ສົມເດັດ ມະຫາ ບໍວໍທິບໍດີ ຮຸນ ມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ກໍໄດ້ຢືນຢັນຄືນວ່າ ຈະສືບຕໍ່ຊຸກຍູ້ໃຫ້ ພາກສ່ວນກ່ຽວຂ້ອງຂອງຕົນ ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ກໍຄື ການເປັນ “ຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ແລະ ຍາວນານ” ໃຫ້ແຕກດອກອອກຜົນ, ຂຽວສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນ ເພື່ອນໍາເອົາຜົນປະໂຫຍດສູງສຸດ ມາສູ່ປະຊາຊົນສອງຊາດ ກໍາປູເຈຍ ແລະ ລາວ.

ແຫຼ່ງຂໍ້ມູນ: ປະເທດລາວ

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...