Homeຂ່າວພາຍ​ໃນສ ເກົາຫຼີ ຊ່ວຍເຫຼືອ 14,038 ໂດລາ ອາສາສະໝັກຊາວໜຸ່ມກາແດງ ຈາກ ສ ເກົາຫຼີ ຊ່ວຍປັບປຸງ 2 ໂຮງຮຽນ...

ສ ເກົາຫຼີ ຊ່ວຍເຫຼືອ 14,038 ໂດລາ ອາສາສະໝັກຊາວໜຸ່ມກາແດງ ຈາກ ສ ເກົາຫຼີ ຊ່ວຍປັບປຸງ 2 ໂຮງຮຽນ ທີ່ເມືອງວັງວຽງ ແຂວງວຽງຈັນ ເປັນການເສີມສ້າງມິດຕະພາບລາວ–ເກົາຫຼີ

Published on

ໃນລະຫວ່າງວັນທີ 26–31 ມັງກອນ 2026 ຄະນະອາສາສະໝັກຊາວໜຸ່ມກາແດງ ສ.ເກົາຫຼີ ຈາກສອງແຂວງ ກວາງຈູ–ຈອງນຳ ໄດ້ລົງຈັດກິດຈະກຳອາສາສະໝັກຊ່ວຍເຫຼືອ ຢູ່ທີ່ໂຮງຮຽນປະຖົມຜາຕັ້ງ ແລະ ໂຮງຮຽນປະຖົມນ້ຳພາວ ເມືອງວັງວຽງ ແຂວງວຽງຈັນ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກອົງການກາແດງແຂວງວຽງຈັນ ພ້ອມດ້ວຍຄູ–ອາຈານ ແລະ ນ້ອງນັກຮຽນ.

ກິດຈະກຳດັ່ງກ່າວ ຈັດຂຶ້ນເພື່ອແລກປ່ຽນປະສົບການ ແລະ ສ້າງຄວາມສຳພັນອັນດີ ລະຫວ່າງອົງການກາແດງແຫ່ງຊາດລາວ ແລະ ກາແດງ ສ.ເກົາຫຼີ ພ້ອມທັງສົ່ງເສີມສະພາບແວດລ້ອມການຮຽນ–ການສອນໃຫ້ມີຄວາມປອດໄພ ແລະ ເໝາະສົມຍິ່ງຂຶ້ນ ໂດຍໄດ້ປັບປຸງເພດານ ປ່ຽນຫຼັງຄາ ທາສີອາຄານໂຮງຮຽນ ພ້ອມກັບແຈກຢາຍອຸປະກອນການຮຽນໃຫ້ນັກຮຽນ.

ນອກຈາກນັ້ນ ຍັງມີການສາທິດການປະຖົມພະຍາບານ ການສະແດງສິລະປະແລກປ່ຽນວັດທະນະທຳ ແລະ ພິທີບາສີສູ່ຂວັນ ເພື່ອສະທ້ອນເຖິງຄວາມຮັກແພງ ແລະ ຄວາມສາມັກຄີອັນດີງາມ ໂດຍມູນຄ່າການຊ່ວຍເຫຼືອຈາກກາແດງ ສ ເກົາຫຼີ ລວມ 14,038 ໂດລາສະຫະລັດ ຕາງໜ້າຄະນະອາສາສະໝັກກ່າວວ່າ ກິດຈະກຳນີ້ເຮັດໃຫ້ໄດ້ຮຽນຮູ້ ແລະ ເຂົ້າໃຈວັດທະນະທຳ ຮີດຄອງປະເພນີ ອາຫານການກິນ ພ້ອມທັງຮູ້ສຶກປະທັບໃຈກັບຄວາມອົບອຸ່ນ ແລະ ນໍ້າໃຈຂອງປະຊາຊົນລາວ.

ແຫຼ່ງຂໍ້ມູນ: ວຽງຈັນໃໝ່/VientianeMai

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...