Homeຂ່າວຕ່າງປະເທດປະເທດທຳອິດຂອງໂລກ ເນເທີແລນກາຍເປັນປະເທດທໍາອິດ ທີ່ບໍ່ມີໝາຈອນຈັດ ແລະ ມີການນໍາໃຊ້ກົດໝາຍ ຄຸ້ມຄອງສັດລ້ຽງທີ່ເຂັ້ມງວດ ມີໂທດປັບໄໝສູງເຖິງ 16,000 ຢູໂລ

ປະເທດທຳອິດຂອງໂລກ ເນເທີແລນກາຍເປັນປະເທດທໍາອິດ ທີ່ບໍ່ມີໝາຈອນຈັດ ແລະ ມີການນໍາໃຊ້ກົດໝາຍ ຄຸ້ມຄອງສັດລ້ຽງທີ່ເຂັ້ມງວດ ມີໂທດປັບໄໝສູງເຖິງ 16,000 ຢູໂລ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ ປະເທດເນເທີແລນກາຍປະເທດທຳອິດຂອງໂລກທີ່ບໍ່ມີໝາຈອນຈັດ (No Stray Dogs) ໂດຍໃຊ້ວິທີການຈັບ, ເຮັດໝັນ, ສັກວັກຊີນ, ປ່ອຍກັບບ່ອນເກົ່າ ຫຼື ຫາເຈົ້າຂອງໃຫ້ລ້ຽງ (Collect, Neuter, Vaccinate, Return) ໂດຍຮ່ວມກັບການໃຊ້ກົດໝາຍຄຸ້ມຄອງສັດລ້ຽງທີ່ເຂັ້ມງວດ, ມີນະໂຍບາຍການເຮັດໝັນຟຣີ ແລະ ມີການເສຍພາສີ. ຈາກນະໂຍບາຍດັ່ງກ່າວ, ເຮັດໃຫ້ໝາຈອນຈັດສ່ວຍໃຫ່ຍ ຖືກນໍາສົ່ງໄປລ້ຽງໃນສູນທີ່ພັກອາໄສສຳລັບສັດລ້ຽງທີ່ບໍ່ມີເຈົ້າຂອງ ແລະ ສົ່ງໄປຍັງເຈົ້າຂອງໃໝ່ໃນທີ່ສຸດ.

ສຳລັບມາດຕະການທີ່ເຮັດໃຫ້ປະເທດເນເທີແລນບໍ່ມີໝາຈອນຈັດຄື:

  • ມີກົດໝາຍຄຸ້ມຄອງສັດລ້ຽງທີ່ເຂັ້ມງວດ: ຖ້າຫາກມີການທໍລະມານສັດ ແມ່ນຈະມີໂທດປັບໄໝສູງເຖິງ 16,000 ຢູໂລ ຫຼື ປະມານ 400,000,000 ກີບ ແລະ ຈໍາຄຸກປະມານ 3 ປີ.
  • ມີໂຄງການ CNVR: ໂດຍໃຊ້ວິທີການ ຈັບ, ເຮັດໝັນ, ສັກວັກຊີນ, ປ່ອຍກັບບ່ອນເກົ່າ ຫຼື ຫາເຈົ້າຂອງໃຫ້ລ້ຽງ ເພື່ອຫຼຸດຈໍານວນໝາຈອນຈັດຢ່າງເປັນລະບົບ.
  • ມີພາສີສຳລັບສັດລ້ຽງ: ການລ້ຽງໝາແມ່ນຕ້ອງມີການເສຍພາສີ ເຮັດໃຫ້ຜູ້ລ້ຽງຕ້ອງຄິດໃຫ້ຮອບຄອບກ່ອນທີ່ຈະລ້ຽງ.
  • ມີສູນພັກອາໄສສຳລັບສັດບໍ່ມີເຈົ້າຂອງ ເຮັດໃຫ້ໄດ້ຮັບການເບິ່ງແຍງ ແລະ ມີໂອກາດສູງທີ່ຈະມີຄົນຮັບໄປລ້ຽງຕໍ່.

ຄວາມສຳເລັດໃນຄັ້ງນີ້ ເກີດຈາກການສ້າງການສ້າງວັດທະນະທຳການລ້ຽງສັດຢ່າງມີຄວາມຮັບຜິດຊອບ ແລະ ການນໍາໃຊ້ກົດໝາຍເຂົ້າຮ່ວມຢ່າງຈິງຈັງ.

ແຫຼ່ງຂໍ້ມູນ: dogilike

 

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...