Homeຂ່າວ​ໄອ​ທີຈາກ Land-Locked ສູ່ Land-Linked! "ບຼູດອດ" ເປີດວິໄສທັດ, ປູພົມເຊື່ອມຕໍ່ການເດີນທາງ 100 ສະຖານີທົ່ວລາວ ສ້າງທາງດ່ວນສີຂຽວ "Border to Border"

ຈາກ Land-Locked ສູ່ Land-Linked! “ບຼູດອດ” ເປີດວິໄສທັດ, ປູພົມເຊື່ອມຕໍ່ການເດີນທາງ 100 ສະຖານີທົ່ວລາວ ສ້າງທາງດ່ວນສີຂຽວ “Border to Border”

Published on

ໃນໄລຍະເດືອນ ພະຈິກ 2025 ການເປີດໂຕສະຖານີໃຫຍ່ທີ່ຈຸດພັກລົດເຊໂນ ເປັນພຽງຈຸດເລີ່ມຕົ້ນຂອງພາລະກິດອັນຍິ່ງໃຫຍ່! ມື້ນີ້ ບຼູດອດ (BlueDot)” ປະກາດວິໄສທັດທີ່ຈະປ່ຽນໂສມໜ້າການເດີນທາງ ແລະ ການຂົນສົ່ງຂອງ ສປປ ລາວ ໄປຕະຫຼອດການ.

ຈາກປັດຈຸບັນທີ່ຄວບຄຸມແລ້ວ 50 ກວ່າສະຖານີ ແລະ ມີຈຳນວນຫົວສາກຫຼາຍທີ່ສຸດໃນລາວ, ບຼູດອດ ພ້ອມແລ້ວທີ່ຈະກ້າວສູ່ເປົ້າໝາຍ 100 ສະຖານີ ໃນອະນາຄົດອັນໃກ້.

 ປີ 2026: ເຊື່ອມຕໍ່ທົ່ວທິດ ມິດທົ່ວທາງ ພາຍໃນປີ 2026, ບຼູດອດ ວາງເປົ້າໝາຍທີ່ຈະຂະຫຍາຍສະຖານີໃຫ້ຄອບຄຸມເສັ້ນທາງສາຍເໜືອ ແລະ ເຊື່ອມຕໍ່ແບບ “Border to Border” (ຈາກຊາຍແດນ ສູ່ ຊາຍແດນ). ພາລະກິດຄືການປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລ (Land-locked) ໃຫ້ກາຍເປັນ “Land-Linked ສໍາລັບລົດ EV” ຢ່າງແທ້ຈິງ. ບໍ່ວ່າທ່ານຈະຂັບລົດ EV ໄປທ່ອງທ່ຽວ 18 ແຂວງ ຫຼື ຂົນສົ່ງສິນຄ້າຂ້າມປະເທດ ກໍຈະບໍ່ມີຄຳວ່າ “ກັງວົນເລື່ອງແບັດໝົດ” ອີກຕໍ່ໄປ.

 Green Logistics: ປະຢັດຕົ້ນທຶນ 10 ເທົ່າ! ສຳລັບພາກທຸລະກິດ, ນີ້ຄືໂອກາດທອງ! ຂໍ້ມູນຈາກ BlueDot ຢືນຢັນວ່າ ການປ່ຽນມາໃຊ້ລົດບັນທຸກໄຟຟ້າ ສາມາດ ຫຼຸດຜ່ອນຄ່າໃຊ້ຈ່າຍໄດ້ຫຼາຍກວ່າ 10 ເທົ່າ ເມື່ອທຽບກັບນ້ຳມັນ , ພ້ອມທັງຫຼຸດຄ່າບຳລຸງຮັກສາໄດ້ຢ່າງມະຫາສານ. ການມີໂຄງລ່າງພື້ນຖານທີ່ແຂງແກ່ນຮອງຮັບຕະຫຼອດເສັ້ນທາງ ເໜືອ-ໃຕ້ ຈຶ່ງເປັນກຸນແຈສຳຄັນທີ່ຈະຊ່ວຍ SME ແລະ ຜູ້ປະກອບການລາວຫຼຸດຕົ້ນທຶນ ແລະ ສ້າງກຳໄລໄດ້ຫຼາຍຂຶ້ນ.

 Bridging your Home to your Holiday ພາຍໃຕ້ສະໂລແກນ “ເຊື່ອມຕໍ່ທຸກການເດີນທາງ”, ບຼູດອດ ບໍ່ໄດ້ວາງພຽງຕູ້ສາກ ແຕ່ເລືອກວາງໃຫ້ຖືກຈຸດ:

  • ສາຍເດີນທາງ: ໃຊ້ຕູ້ 120kW-180kW-400kW ຕາມປ້ຳນ້ຳມັນ ຫຼື ຈຸດສາຍທາງຫຼັກເພື່ອຄວາມໄວ.
  • ສາຍທ່ອງທ່ຽວ, ໄລຟ໌ສະໄຕລ໌: ໃຊ້ຕູ້ 40kW ຕາມຮ້ານຄ້າ, ຮ້ານອາຫານ ແລະ ໂຮງແຮມ ເພື່ອໃຫ້ທ່ານໄດ້ໃຊ້ເວລາເຕັມທີ່ກັບການພັກຜ່ອນ ແລະ ສາກລົດໄປໃນເວລາດຽວກັນ.
 

ອະນາຄົດຂອງການເດີນທາງທີ່ສະອາດ, ປະຢັດ ແລະ ທັນສະໄໝ ມາຮອດແລ້ວ. ບຼູດອດ ພ້ອມທີ່ຈະເປັນພະລັງງານຂັບເຄື່ອນເສດຖະກິດລາວສູ່ຍຸກໃໝ່ຢ່າງຍືນຍົງ.

ປ່ຽນ…ເພື່ອຕົ້ນທຶນທີ່ປະຢັດກວ່າ!

ດາວໂຫຼດແອັບພິເຄຊັນ [ BlueDot ]

iOS: https://apple.co/4crQdep

Android: https://bit.ly/3WMhXo7

ສູນບໍລິການ 24ຊມ: 020 5737 8222 – 020 5738 8222

ບົດຄວາມຫຼ້າສຸດ

ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ.

ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ ຂອງພະນັກງານຢູ່ ແຂວງອັດຕະປື ໂດຍໄດ້ຕັດສິນລົງໂທດຈໍາເລີຍທີ່ກະທໍາຜິດ ທັງໝົດ 15 ຄົນ, ຍິງ 4 ຄົນ, ໃນນັ້ນ ໂທດຈໍາຄຸກຕະຫຼອດຊີວິດ...

ປູກຜັກກະລໍາປີ ຕາມສັນພູເຮັດໃຫ້ຊີວິດການເປັນຢູ່ຂອງຊາວ ບ້ານ ລ້ອງໜ້ຽງ ແລະ ບ້ານ ພູລັງຈັງ ເມືອງ ພູຄູນ ສ້າງລາຍຮັບໄດ້ທັງໝົດ 17 ຕື້ ກີບ.

ໃນວັນທີ 27 ກໍລະກົດ2026 ຜ່ານມານີ້, ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາບໍລິຫານງານພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 6, ປະທານສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ V,...

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກໍລະກົດ 2026.

ວັນທີ 28 ກໍລະກົດ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ປອ. ເຂິງຄຳ ແກ້ວໜູຈັນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ...

ກົມໃຫຍ່ການເມືອງ ປກສ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 47 ໜ່ວຍ.

ໃນປີຜ່ານມາ, ອົງຄະນະພັກກົມໃຫຍ່ການເມືອງ ກະ ຊວງ ປກສ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ການນໍາພາ-ຊີ້ນໍາສະມາຊິກພັກ , ນາຍ ແລະ ພົນຕໍາຫຼວດທຸກຂັ້ນ ຈັດຕັ້ງປະຕິບັດໜ້າທີ່ການເມືອງຕາມ 5...