ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ 15 ພະຈິກ 2025 ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນ ເງິນສົດໃຫ້ກຸ່ມສະແກມເມີ.

ຄະດີນີ້ເລີ່ມມາຈາກວັນທີ 13 ພະຈິກ 2025, ນາງ ຊະດາພອນ (ຄົນໄທ) ໄດ້ຖືກກຸ່ມສະແກມເມີຫຼອກລວງໃຫ້ໂອນເງິນຈຳນວນ 180,000 ບາດ, ໂດຍອ້າງເປັນເລື່ອງຮັບລາງວັນ ເຊິ່ງຜູ້ເສຍຫາຍໄດ້ຫຼົງເຊື່ອໂອນເງິນໃຫ້. ຫຼັງຈາກນັ້ນ ກຸ່ມສະແກມເມີກໍໄດ້ໂອນເງິນເຂົ້າບັນຊີຂອງ ທ ເຈມບອນ ແລະ ກໍໄດ້ວາງແຜນເດີນທາງ ໃນວັນທີ 15 ພະຈິກ 2025 ເພື່ອໄປຖອນເງິນສົດດ້ວຍຕົນເອງ ຢູ່ທະນາຄານໃນຈັງຫວັດອຸດອນທານີ ປະເທດໄທ.

ຕໍ່ມາໃນວັນທີ 14 ພະຈິກ 2025, ນາງ ຊະດາພອນ ໄດ້ເຂົ້າໄປແຈ້ງດຳເນີນຄະດີຢູ່ທີ່ສະຖານີຕໍາຫຼວດ ເຊິ່ງເຈົ້າໜ້າທີ່ໄດ້ຮັບການປະສານຂໍ້ມູນຈາກສູນແກ້ໄຂກຸ່ມສະແກມເມີ ຈຶ່ງໄດ້ຕິດຕາມ ແລະ ສາມາດຈັບໂຕຄົນຮ້າຍ ຢູ່ທີ່ດ່ານຂົວມິດຕະພາບລາວ-ໄທ ແຫ່ງທີ 1, ໃນຂະນະທີ່ກຳລັງຈະເດີນທາງກັບປະເທດລາວໃນ ວັນທີ 15 ພະຈິກ 2025 ເຈົ້າໜ້າທີ່ສາມາດຍຶດຂອງກາງໄດ້ກໍຄື ເງິນສົດເກືອບ 2 ແສນບາດ ແລະ ຈະສົ່ງຕໍ່ໃຫ້ເຈົ້າໜ້າທີ່ດຳເນີນຄະດີຕໍ່ໄປ.
ແຫຼ່ງຂໍ້ມູນ: ch7

